ທ.ສົມບັດຖືກລັກພາຕົວ ເປັນການ ທ້າທາຍ

ມະນີຈັນ
2014.04.18
F-sombat ທ. ສົມບັດ ສົມພອນ ຕອນໃຫ້ສໍາພາດ ກັບຍານາງ Ore Huiying ເດືອນສິງຫາປີ 2010. Screen captured from "On Greed and Nature" video
Sombath.org

 

ທ່ານ ສົມບັດ ສົມພອນ ເປັນໜຶ່ງ ໃນ ບັນດາ ບຸກຄົນ ຂອງ ປະຊາ ສັງຄົມ ທີ່ ໄດ້ຮັບ ການນັບຖື ທີ່ສຸດ ຂອງລາວ ທີ່ ກ່າວຢູ່ໃນ ຖແລງການ ຂອງ ທ່ານ John Kerry ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ສະຫະຣັຖ ອະເມຣິກາ ເມື່ອເດືອນ ທັນວາ ປີ 2013 ເນື່ອງ ໃນວັນ ທີ່ ທ່ານ ສົມບັດ ສົມພອນ ໄດ້ຫາຍ ສາບສູນໄປ ຄົບຮອບ 1 ປີ.

ທ່ານ ສົມບັດ ຖືກລັກ ພາຕົວ ຈາກ ປ້ອມ ຕໍາຣວດ ໃນ ນະຄອນ ຫລວງ ວຽງຈັນ ນັບແຕ່ ນັ້ນມາ ກໍບໍ່ໄດ້ ຂ່າວຄາວ ໃດໆເລີຍ. ຕາມຣາຍງານ ຂ່າວ Eugene Weekly.com ຣັຖ Oregon ໃນ ວັນທີ 17 ເມສາ 2014.

ມາດາມ ອຶງຊຸຍມິງ ຜູ້ເປັນ ພັລຍາ ຈະໄດ້ກ່າວ ເຖີງ ເຫດການ ກ່ຽວກັບ ການຫາຍ ສາບສູນ ຂອງ ສາມີ ແລະ ບັນຫາ ທີ່ ທ້າທາຍ ຕໍ່ການ ອອກ ຄວາມຄິດ ຄວາມເຫັນ ຢ່າງເສຣີ ແລະ ສິດທິມະນຸດ ຂອງ ປະເທດ ຕ່າງໆ ໃນເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້. ທ່ານ ແຄຣີ ຂຽນວ່າ ສປປລາວ ໄດ້ເອົາ ບາດກ້າວ ເພື່ອ ກາຍເປັນ ພາຄີ ທີ່ມີ ຄວາມ ຮັບຜິດຊອບ ໃນ ປະຊາຄົມ ສາກົລ. ການ ລັກພາຕົວ ທ່ານ ສົມບັດ ເປັນການ ທ້າທາຍ ຕໍ່ຄວາມ ພຍາຍາມ ດັ່ງກ່າວ ຂອງ ສປປລາວ.

ມາດາມ ຊຸຍມິງ ຜູ້ມີສ່ວນ ຮ່ວມນໍາ ວຽກງານ ປະຊາ ສັງຄົມ ເຊັ່ນດຽວກັນ ນັ້ນ ປັຈຈຸບັນ ໄດ້ມາເຖິງ ສະຫະຣັຖ ເພື່ອໃຫ້ມີ ການຫວນ ຄໍານຶງ ເຖິງ ເຫດການ ທີ່ ທ່ານ ສົມບັດ ສົມພອນ ຫາຍສາບສູນ ໂດຍມີ ຄວາມ ຫວັງວ່າ ທ່ານຈະໄດ້ ກັບຄືນມາ ຢ່າງ ປອດພັຍ.

ມາດາມ ຊຸຍມິງ ຈະເວົ້າເຖິງ ຜູ້ເປັນ ສາມີ ກ່ຽວກັບ ວ່າ ເປັນໃຜ, ວຽກງານ ທີ່ເພິ່ນ ໄດ້ເຮັດມາ ຕລອດ ຣະຍະ 30 ປີ ນັ້ນເປັນ ວຽກງານ ແນວໃດ, ມີຫຍັງ ເກີດຂຶ້ນ ໃນມື້ ທີ່ເພິ່ນຖືກ ລັກພາຕົວ ຮວມເຖິງ ຜົລສະທ້ອນ ຕໍ່ການ ເຄື່ອນໄຫວ ຂອງພາກ ປະຊາ ສັງຄົມ.

ຢູ່ລາວ ບໍ່ຄ່ອຍມີ ເສຣີພາບ ພໍເທົ່າໃດ ໃນ ສື່ມວນຊົນ ໃນການ ຈັດຕັ້ງ ສະມາຄົມ ຫລື ການໂຮມ ຊຸມນຸມ ... ມາດາມ ຊຸຍມິງ ກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.