ນ.ຄໍາພຸດຕ້ອງຕິດຄຸກ 6 ເດືອນ ຂຶ້ນໄປ

ສິດນີ
2015.07.07
F-security ນາງ ຄໍາພຸດ ຕ້ອງຕິດຄຸກ 6 ເດືອນ ຂຶ້ນໄປ
LPDR

ເຈົ້າຫນ້າທີ່ ສູນກາງ ພັກ ຜູ້ ບໍ່ປະສົງ ອອກຊື່ ແລະ ສຽງ ເວົ້າວ່າ, ນາງ ຄຳພຸດ ມີຕັນ ຊາວບ້ານ ນາບວມ ເມືອງພຽງ ແຂວງ ໄຊຍະບູຣີ ທີ່ ຖືກຈັບ ຍ້ອນ ຖ່າຍຮູບ ເຈົ້າຫນ້າທີ່ ຮັບສິນບົນ ແລ້ວ ສົ່ງໃຫ້ ຫມູ່ ເອົາໄປ ເຜີຍແພ່ ໃນ ເຄືອຂ່າຍ ອິນເຕີເນັດ ນັ້ນ, ມີ ຄວາມຜິດ ໃນ ຄະດີ ອາຍາ ຖືວ່າ ເປັນ ຄວາມຜິດ ໃສ່ຮ້າຍ ເຈົ້າຫນ້າທີ່, ອາດໄດ້ ຮັບ ໂທດ ຢ່າງນ້ອຍ 6 ເດືອນ ຫລື ຫລາຍ ກວ່ານັ້ນ, ຂຶ້ນຢູ່ກັບ ການ ພິຈາຣະນາ ຂອງ ສານ ແຂວງ ໄຊຍະບູຣີ ທີ່ ເວົ້າວ່າ:

ຜູ້ໃດ ໃສ່ຮ້າຍ ເຈົ້າຫນ້າທີ່ ເສກສັນ ປັ້ນແຕ່ງ ເຣື້ອງ ບໍ່ຈິງ ສູ່ສັງຄົມ, ຖືວ່າ ມີຄວາມຜິດ ຕໍ່ ກົດຫມາຍ ແມ່ນໂທດ ອາຍາ ທົ່ວໄປ ນີ້ແຫລະ. 1. ກະເຮັດ ການ ສຶກສາ ອົບຮົມ 2. ກະຕັດ ອິສຣະພາບ 6 ເດືອນ ບໍຫລື 1 ປີ 6 ເດືອນ ບໍ, ຕາມ ຜົລເສັຽຫາຍ ໜ້ອຍຫລາຍ ຫັ້ນແຫລ້ວ.

ທ່ານກ່າວ ຕື່ມວ່າ ສຳລັບ ກໍຣະນີ ອົງກອນ ສາກົນ ຫລາຍ ອົງກອນ ໄດ້ ກົດດັນ ໃຫ້ ທາງການ ລາວ ປ່ອຍຕົວ ນາງ ນັ້ນ, ຕົນຍັງ ບໍ່ ຂໍອອກ ຄວາມເຫັນ ໃດໆ ເພາະ ຕ້ອງເບິ່ງ ເນື້ອຫາ ຖ້ອຍຄຳ ຖແລງ ຂອງ ອົງກອນ ສາກົນ ຢ່າງ ຣະອຽດ ກ່ອນ, ຊຶ່ງ ການ ປ່ອຍຕົວ ນາງຄຳພຸດ ຫລື ໃຫ້ ຖືກຄຸກ ນັ້ນ, ຂຶ້ນກັບ ການຕັດສີນ ຂອງ ສານ.

ທ່ານວ່າ ການເອົາ ຮູບພາບ ຫລື ເຜີຍແພ່ ຂໍ້ມູນ ເຈົ້າຫນ້າທີ່ ແບບ ບໍ່ຖືກຕ້ອງ ລົງໃນ ສື່ສັງຄົມ ອອນລາຍ ນັ້ນ ເປັນ ຄວາມຜິດ ນຶ່ງ ທີ່ ຣະບຸໄວ້ ໃນ ກົດໝາຍ ລາວ. ດັ່ງນັ້ນ ຈຶ່ງຢາກ ເຕືອນ ປະຊາຊົນ ທົ່ວໄປ ໃຫ້ ຣະມັດ ຣະວັງ ກ່ຽວກັບ ເຣື້ອງນີ້ ທີ່ຈະຕົກ ເປັນເຫຍື່ອ ຂອງ ກຸ່ມຄົນ ທີ່ ຢາກສ້າງ ຄວາມ ແຕກແຍກ ໃນ ສັງຄົມ.

ປັດຈຸບັນ ນາງ ຄຳພຸດ ມີຕັນ ຍັງຖືກ ຂັງ ຢູ່ ແຂວງ ໄຊຍະບູຣີ, ຍັງ ບໍ່ຮູ້ວ່າ ນາງ ຖືກນຳ ຂຶ້ນສານ ແລ້ວ ຫລືບໍ່, ແລະ ເຣື້ອງ ຂອງນາງ ກໍຄ່ອຍ ຈາງລົງ ບໍ່ມີ ຜູ້ໃດ ກ້າ ເວົ້າ ເຖິງ ນາງ ຫລາຍ ປານໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.