ຂ.ຄຳມ່ວນກວດກາຣົດຂົນສົ່ງ
2016.06.13

ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ຈະເພີ້ມ ມາຕການ ກວດກາ ຣົດຂົນສົ່ງ ພາຍໃນ ແຂວງ ຫຼາຍຂຶ້ນ ໂດຍສະເພາະ ໄປວຽດນາມ ເພື່ອ ສະກັດກັ້ນ ການລັກລອບ ຂົນສົ່ງ ສິ່ງທີ່ ຜີດກົດໝາຍ ຂ້າມແດນ ເພາະວ່າ ໃນ ວັນທີ 2 ມິຖຸນາ ຜ່ານມາ ມີຣົດຂົນສົ່ງ ຂອງ ວຽດນາມ ຖືກໄຟໄຫມ້ ທີ່ ເມືອງ ບົວຣະພາ ຍ້ອນ ໝາກກະໂພກ ແຕກໃສ່ ເຄື່ອງຈັກ, ຊຶ່ງ ຣົດຄົນ ດັ່ງກ່າວ ລັກຂົນໄມ້ ທ່ອນ ແລະ ໝາກກະໂພກ ຈາກ ລາວ ໄປວຽດນາມ. ດັ່ງທ່ານກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 10 ມິຖຸນາ ວ່າ:
"ຊ່ວງຣະຍະນີ້ ຍັງລໍຟັງ ທີ່ງານຂັ້ນເມືອງ ຂັ້ນແຂວງ ປຶກສາ ຫາລືກັນ ຊີ່ຫາ ວິທີແກ້ໄຂ ແນວໃດ ເພາະວ່າ ມັນກໍຜິດ ກົດໝາຍ ຫຼາຍດ້ານ ໂດຍສະເພາະ ໄມ້ກະໄມ້ ເຖື່ອນ ສອງມາ ເຣື້ອງຣະເບີດ ແຕກຫັ້ນ ເຣື້ອງ ການຂົນສົ່ງ ໝາກກະໂພກ ຂ້າມແດນ ມາແຕ່ ປະເທດ ທີ່ສອງ ທີສາມ ພຸ້ນແຫຼະ ມາຜ່ານລາວ ເຮົາ ຜ່ານຢູ່ຈຸດ ດັ່ງກ່າວ".
ທ່ານກ່າວ ຕື່ມວ່າ ທີ່ ຜ່ານມາ ທາງການແຂວງ ບໍ່ຮູ້ວ່າ ຣົດຂົນສົ່ງ ວຽດນາມ ໄດ້ລັກລອບ ຂົນສິ່ງທີ່ ຜິດກົດຫມາຍ ຜ່ານດ່ານ ສາກົນ ນາເພົ້າ-ຈໍ່ຫລໍ່ ໄປວຽດນາມ ຫຼາຍ ປານໃດແລ້ວ ເພາະບໍ່ມີ ຣາຍງານ ຈາກ ເຈົ້າຫນ້າທີ່ ປະຈຳດ່ານ, ແຕ່ຫລັງຈາກ ເກີດເຫດ ດັ່ງກ່າວ ຈຶ່ງມີການ ວາງແຜນ ສະກັດກັ້ນ ແລະ ກວດຣົດຂົນສົ່ງ ທຸກຄັນ ທີ່ ຈະເດີນທາງ ໄປວຽດນາມ.
ການລັກລອບ ຂົນສົ່ງສິນຄ້າ ເຮັດໃຫ້ ແຂວງ ຂາດຣາຍໄດ້ ແລະ ກໍເປັນການ ຣະເມີດ ກົດໝາຍນຳອີກ, ເຫດການ ຣົດຣະເບີດ ດັ່ງກ່າວ ແມ່ນເກີດຂຶ້ນ ຢູ່ຫ່າງຈາກ ດ່ານ ນາເພົ້າ-ຈໍ່ຫລໍ່ ປະມານ 6 ກິໂລແມັດ ສາເຫດ ຍ້ອນ ໝາກກະໂພກ ເຊື່ອງໄວ້ ກ້ອງຣົດ ທົນຄວາມຮ້ອນ ບໍ່ໄດ້ ຈຶ່ງ ຣະເບີດຂຶ້ນ ເຮັດໃຫ້ ຄົນວຽດນາມ ເສັຽຊີວີດ 8 ຄົນ ແລະ ບາດເຈັບ 6 ຄົນ ສ່ວນ ຜູ້ຂັບຣົດ ທີ່ເປັນ ຄົນວຽດນາມ ນັ້ນ ເຈົ້າຫນ້າທີ່ ລາວ ໄດ້ກັກຕົວໄວ້ ເພື່ອ ສອບສວນ.