ນາງຫຼອດກາຍເປັນນັກໂທດ ການເມືອງ

ມະນີຈັນ
2016.05.26
F-Lod ນາງຫລອດ ຫຼື ນາງພອຍ ທໍາມະວົງ ທີ່ ຖືກຈັບຂັງໃນຖານພົວພັນ ການເມືອງ
Citizen Journalist

ເຈົ້າໜ້າທີ່ ທາງການ ແຂວງຄຳມ່ວນ ຍອມຮັບວ່າ ນາງຫລອດ ທຳມະວົງ ຫລື ນາງ ພອຍ, ອາຍຸ 30 ປີ, ຢູ່ບ້ານວັງໃຕ້ ເມືອງໜອງບົກ ແຂວງຄໍາມ່ວນ ຄົນງານລາວ ທີ່ກັບມາຈາກ ປະເທດໄທ ຖືກ ເຈົ້າໜ້າທີ່ ສປປລາວ ຈັບຂັງຄຸກ ແທ້ ຍ້ອນຂໍ້ຫາ ທາງດ້ານ ການເມືອງ ແລະ ຖືກສົ່ງໄປຂັງ ໄວ້ຢູ່ ນະຄອນຫຼວງ ວຽງຈັນ ເມື່ອປະມານ 2 ເດືອນທີ່ແລ້ວ. ດັ່ງ ທ່ານໄດ້ກ່າວ ຕໍ່ RFA ໃນວັນທີ 25 ພຶສພາ 2016 ນີ້ວ່າ:

"ກະຮູ້ຫັ້ນລະ ຈັ່ງວ່າເປັນຄະດີ ການເມືອງ ຍັງບໍ່ຈັກ ເພາະວ່າເຂົາ ບໍ່ໃຫ້ຮູ້ຂ່າວ ໂອ້ຍອ້າຍນ້ອງ ເຂົາກະມີ ເປັນເຈົ້າ ເປັນນາຍ ເຂົາກະແລ່ນ ຢູ່ລະຫວ໋າ".

ທ່ານເວົ້າວ່າ ພາກສ່ວນທີ່ຈັບ ນາງ ຫລອດ ໄປນັ້ນ ບໍ່ໄດ້ແຈ້ງ ໃຫ້ຮູ້ວ່າ ເຮັດຫຍັງຜິດ ມີແຕ່ເວົ້າວ່າ ເປັນໂທດ ທາງການເມືອງ ແລະ ຄາດວ່າ ຈະຖືກນຳຕົວ ຂຶ້ນສານ ໃນອີກບໍ່ດົນນີ້, ຈະໄດ້ຮັບໂທດ ໜັກ ຫາກສານ ພິຈາຣະນາ ເຫັນວ່າ ມີຄວາມຜິດ ຖານຂັດແຍ່ງ ຫລື ເປັນພັຍ ຕໍ່ການນຳພາ ຂອງພັກ-ຣັຖ ຊຶ່ງ ທາງຄອບຄົວ ອາຈຊ່ວຍ ບໍ່ໄດ້. ທ່ານກ່າວຕື່ມວ່າ ຕົນຮູ້ພຽງແຕ່ວ່າ ນາງ ຫລອດ ໄປເຮັດວຽກ ຢູ່ປະເທດໄທ ດົນແລ້ວ ແລະ ກໍກັບມາ ຢາມບ້ານເກີດ ຢູ່ເລື້ອຍໆ.

ຈາກຂໍ້ມູນ ທີ່ຊາວບ້ານ ໃກ້ຄຽງນາງນັ້ນ ຜ່ານມາ ນາງບໍ່ໄດ້ ຂັດແຍ່ງກັບໃຜ ແລະ ທັງບໍ່ເປັນພັຍ ຕໍ່ສັງຄົມ. ປັດຈຸນັນ ຊາວບ້ານ ຫລາຍຄົນ ບໍ່ຮູວ່າ ນາງເຮັດຫຍັງຜິດ ຈຶ່ງຖືກ ທາງການລາວ ຈັບໄປ. ກ່ຽວກັບ ເຣື່ອງນີ້ RFA ໄດ້ພຍາຍາມ ຕິດຕໍ່ໄປຫາ ເຈົ້າໜ້າທີ່ ຫ້ອງການ ປ້ອງກັນ ຄວາມສງົບ ເມືອງໜອງບົກ ແຕ່ບໍ່ສາມາດ ຕິດຕໍ່ໄດ້.

ນອກຈາກ ນາງ ຫລອດ ແລ້ວ ກໍຍັງມີຄົນງານລາວ ທີ່ໄປເຮັດວຽກ ຢູ່ ປະເທດໄທ ອີກ 2 ຄົນ ທີ່ຖືກ ທາງການລາວ ຈັບ ຄື: ທ້າວ ສົມພອນ ພິມມະສອນ ຫລື ເພັດ ອາຄົມ, ອາຍຸ 29 ປີ ຢູ່ ບ້ານດົງກະລຶມ ເມືອງປາກງື່ມ ນະຄອນຫຼວງ ວຽງຈັນ ທີ່ຖືກ ທາງການລາວ ຈັບພ້ອມກັນ ກັບນາງ ຫລອດ ໃນວັນທີ 5 ມິນາ 2016.  ແລະ ທ້າວ ສຸກັນ ໃຈທັດ ອາຍຸ 32 ປີ ຢູ່ ບ້ານຄໍາແຮ້ງ ເມືອງ ໄຊພູທອງ ແຂວງ ສະຫວັນນະເຂດ ກໍ ຫາຍສາບສູນ ໄປຈາກ ຫ້ອງການ ປກສ ແຂວງ ສະຫວັນນະເຂດ ໃນຂນະ ທີ່ຢືນ ລຽນແຖວ ລໍຖ້າເຮັດ ເອກກະສານ ເດີນທາງ ເມື່ອວັນທີ 22 ມິນາ 2016 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.