ທ່ານຈອນແຄຣີໄປຢ້ຽມຢາມ ລາວ

ຈໍາປາທອງ
2016.01.27
F-John-Kerry ທ່ານ ຈອນ ແຄຣີ ຣັຖມົນຕຣີ ການຕ່າງປະເທດ ສະຫະຣັດ ກໍາລັງຖືກຕ້ອນຮັບໂດຍ ທ່ານ ທອງສິງ ທໍາມະວົງ ນາຍົກຣັຖມົນຕຣີ ສປປ ລາວ
Screen captured from VT video

ໃນ ວັນຈັນ ຜ່ານມາ ທ່ານ ຈອນ ແຄຣີ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັດ ອະເມຣິກາ ໄປ ຢ້ຽມຢາມ ສປປລາວ ເພື່ອ ເສີມສ້າງ ຄວາມສໍາພັນ, ຂຍາຍການ ຮ່ວມມື ແລະ ກະກຽມ ການໄປ ຢ້ຽມຢາມ ລາວ ຂອງ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖ.

ໃນໂອກາດ ຢ້ຽມຢາມ ສປປລາວ ໃນວັນຈັນ ທ່ານ ຈອນ ແຄຣີ ໄດ້ຫາລື ກັບ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ແລະ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງ ປະເທດ ສປປລາວ ກ່ຽວກັບ ການຮ່ວມມື ຫຼາຍດ້ານ ເປັນຕົ້ນ ການເກັບ ກູ້ຣະເບີດ ທີ່ ຍັງບໍ່ແຕກ, ການຮັກສາ ສຸຂພາບ, ການສຶກສາ, ການຄວບຄຸມ ຢາເສບຕິດ, ການຮັກສາ ສິ່ງແວດລ້ອມ ແລະ ດ້ານເສຖກິດ ການຄ້າ. ໜັງສືພິມ ວຽງຈັນທາມສ ຂອງ ທາງການລາວ ຣາຍງານວ່າ ສະຫະຣັຖ ອະເມຣິກາ ໄດ້ໃຫ້ ການຊ່ວຍເຫລືອ ລາວ ເພິ້ມຂື້ນກວ່າ 45 ລ້ານ ໂດລາ ຕໍ່ປີ.

ຕາມຣາຍງານ ຂອງ ອົງການ ຂ່າວ ຣອຍເຕີ ຂອງ ອັງກິດ, ທ່ານ ຈອນ ແຄຣີ ກ່າວຫລັງ ການພົບປະ ຫາລື ກັບ ທ່ານ ທອງສິງ ທັມມະວົງ ວ່າ ນາຍົກ ຣັຖມົນຕຣີ ລາວ ເວົ້າຢ່າງ ຈະແຈ້ງວ່າ ສປປລາວ ຢາກໃຫ້ ອາຊຽນ ສາມັກຄີ ກັນ, ຢາກໃຫ້ ມີການ ປົກປ້ອງ ສິດທິ ໃນເຂດນ້ຳ ແດນດິນ ຢູ່ ທະເລຈີນ ໃຕ້, ຢາກຫລີກລ້ຽງ ການສ້າງ ກຳລັງ ທະຫານ ແລະ ກໍຢາກ ຫລີກລ້ຽງ ຂໍ້ຂັດແຍ້ງ ຕ່າງໆ.

ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັດ ກ່າວ ອີກວ່າ ຈຳນວນ ຄົນລາວ ທີ່ ເສັຽຊີວິດ ຫລື ໄດ້ ຮັບບາດເຈັບ ຈາກຣະເບີດ ບໍ່ທັນແຕກ ທີ່ຕົກຄ້າງ ມາແຕ່ ສມັຍສົງຄາມ ຫລຸດລົງ ປະມານ 50 ຄົນ ຕໍ່ປີ ຈາກ 300 ຄົນ ໃນ ສອງສາມ ປີກ່ອນ. ແຕ່ ຈໍານວນ 50 ຄົນ ກໍຍັງ ຖືວ່າ ຫຼາຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.