Dr. Jill Biden ຢ້ຽມຫຼວງພຣະບາງ

ມະນີຈັນ
2015.07.24
F-Jill Dr. Jill Biden ພັລຍາ ຂອງ ຮອງ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ຢ້ຽມຢາມ ຫລວງພຣະບາງ
Citizen Journalist

Dr. Jill Biden ພັລຍາ ຂອງ ຮອງ ປະທານາທິບໍດີ ສະຫະຣັດ ອະເມຣິກາ Joe Biden ເດີນທາງ ຢ້ຽມຢາມ ຫຼວງພຣະບາງ ເມືອງ ມໍຣະດົກ ໂລກ ແຫ່ງ ທໍາອິດ ຂອງ ລາວ ກ່ອນ ທີ່ຈະ ອອກ ເດີນທາງ ໄປ ຍີ່ປຸ່ນ, ຊຶ່ງ ເປັນບ່ອນ ຢ້ຽມຢາມ ສຸດທ້າຍ ຂອງ ການ ຢ້ຽມຢາມ 4 ປະເທດ ໃນ ເອເຊັຽ.

ໃນ ຣະຫວ່າງ ການ ຢ້ຽມຢາມ ລາວ Dr. Jill Biden ໄດ້ ພົວພັນ ກັບ ຣັຖບານ ລາວ ແລະ ບັນດາ ຄູ່ ຮ່ວມງານ ພາກ ສັງຄົມ ຕ່າງໆ ທີ່ ກ່ຽວຂ້ອງ ກັບການ ໃຫ້ ສິດ ອໍານາດ ທາງດ້ານ ເສຖກິດ ແລະ ໂອກາດ ດ້ານ ການສຶກສາ ແກ່ ແມ່ຍິງ ແລະ ເດັກນ້ອຍ ຍິງ.

ທີ່ ເມືອງ ຫລວງ ພຣະບາງ ໃນ ຕອນບ່າຍ ຂອງ ວັນພຸດ, ດຣ. ບາຍເດິນ ມີ ກໍານົດ ໄປ ຢ້ຽມຊົມ ວັດ ຊຽງທອງ ຊຶ່ງ ໄດ້ຮັບການ ບູຣະນະ ປະຕິສັງຂອນ ເມື່ອ ໄວໆມາ ນີ້ ໂດຍ ການ ຊ່ວຍເຫລືອ ຂອງ ຣັຖບານ ສະຫະຣັຖ ອະເມຣິກາ ແລະ ການ ຢ້ຽມຢາມ ນັ້ນ ກໍເປັນ ສັນຍາລັກ ຂອງ ຄໍາໝັ້ນ ສັນຍາ ຂອງ ສະຫະຣັຖ ໃນການ ປົກປ້ອງ ມໍຣະດົກ ທາງ ວັທນະທັມ ຂອງລາວ.

ຫລັງຈາກ ນັ້ນ ດຣ. ບາຍເດິນ ກໍ ເຂົ້າຮ່ວມ ຟັງ ການ ຣາຍງານ ໂດຍຫຍໍ້ ຂອງ ໂຄງການ ອາຫານ ໂລກ ກ່ຽວກັບ ຄວາມ ພຍາຍາມ ທີ່ ຈະ ປັບປຸງ ສະພາບ ເສຖກິດ ໃນ ລາວ ໃຫ້ ດີຂຶ້ນ, ໂດຍສະເພາະ ສໍາລັບ ແມ່ຍິງ ແລະ ເດັກນ້ອຍ ແມ່ຍິງ. ຈາກນັ້ນ ກໍໄປ ຢ້ຽມຊົມ ຫໍສມຸດເຮືອ book boat ຢູ່ ແມ່ນໍ້າຂອງ ທີ່ ສົ່ງເສີມ ໂອກາດ ຮຽນຮູ້ ໂດຍ ນໍາເອົາ ອຸປກອນ ການ ສຶກສາ ເຂົ້າເຖິງ ບ້ານ ຊົນນະບົດ ຕ່າງໆ.

ຫລັງຈາກ ຢ້ຽມຢາມ ຫລວງ ພຣະບາງ ແລ້ວ ດຣ. ບາຍເດິນ ກໍ ເດີນທາງ ຕໍ່ໄປ ຍັງ ເກາະ Okinawa ປະເທດ ຍີ່ປຸ່ນ. ໃນ ວັນພະຫັດ Dr. Jill Biden ຈະກ່າວ ປາໄສ ໃນ ໂອກາດ ຮັບປະທານ ອາຫານ ປິ້ງຊີ້ນ Barbecue ຮ່ວມກັບ ຄອບຄົວ ທະຫານ ຢູ່ ຖານທັບ ອາກາດ Kadena.

ການ ຢ້ຽມຢາມ ຄັ້ງນີ້ ຈະເປັນ ໂອກາດ ເນັ້ນເຖິງ ຄວາມ ພຍາຍາມ ຂອງ ຣັຖບານ ສະຫະຣັຖ ທີ່ ກໍາລັງ ດໍາເນີນ ຢູ່ ເພື່ອ ສນັບສນູນ ເຫລົ່າ ທະຫານ, ທະຫານ ຜ່ານ ເສິກ ແລະ ຄອບຄົວ ຂອງ ພວກ ເຂົາເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.