ປະເທດໄອແລັນຊ່ອຍທຶນ ເກັບກູ້ຣະເບີດ

ຣັຖບານໄອຣິສ ບໍຣິຈາກ ເງິນ 2 ລ້ານ 7 ແສນ ໂດລາ ສະຫະຣັດ ຊ່ອຍເຫຼືອ ສປປລາວ ເພື່ອເກັບກູ້ ຣະເບີດ.
ສິດນີ
2013.01.22
F-uxo-bombing ຈຸດສີແດງ ແມ່ນພື້ນທີ່ ໃນປະເທດລາວ ທີ່ມີຣະເບີດ ຍັງບໍ່ແຕກ ຕົກຄ້າງຢູ່
RFA

ຣັຖບານ ປະເທດ ໄອແລັນ ບໍຣິຈາກ ເງີນຈໍານວນ 2 ລ້ານ 7 ແສນ ໂດລ້າ ສະຫະຣັດ ຊ່ອຍເຫລືອລາວ ໃນຣະຍະ 3 ປີ ໃນແຜນການ ເກັບກູ້ຣະເບີດ ທີ່ບໍ່ທັນແຕກ ໃນລາວ ໃນພິທີຈັດຂື້ນ ທີ່ ນະຄອນຫລວງ ວຽງຈັນ ໃນມື້ວັນຈັນ.

ຣະເບີດ ທີ່ບໍ່ທັນແຕກ ທີ່ຍັງຕົກຄ້າງ ໃນລາວ ເປັນອຸປສັກຕໍ່ການ ພັທນາເສຖກິດ ຂອງລາວ ຊື່ງເປັນນື່ງ ໃນບັນດາປະເທດ ທີ່ທຸກຍາກທີ່ສຸດ ໃນໂລກ ຣະເບີດ ທີີ່ຕົກຄ້າງ ໃນລາວ ເກີດຈາກຜົລ ຂອງການຖີ້ມຣະເບີດ ຂອງ ສະຫະຣັຖ ໃນປາງສົງຄາມ ວຽດນາມ ເພື່ອຕັດ ເສັ້ນທາງລຳລຽງ ຂອງ ກຳລັງວຽດນາມເຫນືອ ພ້ອມດ້ວຍ ກຳລັງ ແນວລາວສ້າງຊາດ ຝັງໄວ້ໃນຊ່ວງ ສົງຄາມ ກາງເມືອງ.

ເງິນຊ່ອຍເຫລືອ ຈາກ ປະເທດໄອແລັນ ຈະໃຊ້ໃນການ ປະຕິບັດງານ ຂອງອົງການ ເກັບກູ້ຣະເບີດ ແຫ່ງຊາດລາວ ແລະ ອົງການຣະເບີດ ທີ່ຕົກຄ້າງ ໃນລາວ 2 ອົງການດັ່ງກ່າວ ເຮັດວຽກກ່ຽວກັບ ການເກັບ ກູ້ຣະເບີດ ທີ່ບໍ່ທັນແຕກ ໃນລາວ.

ເງິນຈຳນວນ ດັ່ງກ່າວ ຈະໃຊ້ ສນັບສນູນ ນະໂຍບາຍ ການວາງແຜນ ການປະສານງານ ໃນການເກັບກູ້ ແລະ ການປະຕິບັດ ວຽກງານ ໃນການເກັບກູ້ ໃນນັ້ນ ຮ່ວມດ້່ວຍ ການສະສາງ ພື້ນທີ່ ທີ່ຍັງສ່ຽງ ໃນການສຳຣວດ ພື້ນທີ່ ສຳລັບ ການກະເສດ ແລະ ການຝຶກອົບຮົມ ປະຊາຊົນ ໃນພື້ນທີ່ ທີ່ຍັງມີຣະເບີດ ຕົກຄ້າງ ໃນຫລາຍແຂວງ ໃນລາວ.

ຄາດກັນວ່າ ໃນແຕ່ລະປີ ຈະມີປະຊາຊົນ ຫລາຍສິບຄົນ ໃນເຂດ ຊົນນະບົດ ໄດ້ຮັບຜົລເສັຽຫາຍ ຈາກຣະເບີດ ດັ່ງກ່າວ ຫລາຍຄົນ ກໍເສັຽຊີວີດ ຫຼືໄດ້ຮັບ ບາດເຈັບ ຍ້ອນຣະເບີດ ທີ່ບໍ່ທັນແຕກ ນັ້ນ ແຕກໃສ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.