ຄະດີນາງຕູ່ຕໍາຣວດແນໃສ່ ໜີ້ສິນ

ສິດນີ
2015.09.09
F-Bokeo ສະຖານທີ່ການພະນັນ ໃນພາກເໜືອ ຂອງ ສປປ ລາວ
RFA

ເຈົ້າຫນ້າທີ່ ເວົ້າວ່າ ຄະດີ ການຄາຕກັມ ນາງ ຕູ່ ອາຍຸ 40 ປີ, ລູກໄພ້ ຂອງ ມື້ລາງ ນາຍພົນ, ໃນ ວັນທີ 27 ສິງຫາ ຜ່ານມາ ຢູ່ ບ້ານ ຈອມມະນີ ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ, ກຳລັງ ຢູ່ໃນ ຣະຫວ່າງ ການ ສືບສວນ ສອບສວນ ຂອງ ເຈົ້າຫນ້າທີ່ ຕຳຣວດ, ໂດຍ ມຸ້ງເປົ້າ ໃສ່ ເຣື້ອງ ຫນີ້ສີນ ເປັນຫລັກ, ຍ້ອນວ່າ ຜູ້ເສັຽ ຊີວີດ ຕິດຫນີ້ ຢ່າງ ຫຼວງຫຼາຍ, ຊຶ່ງ ມີປະຫວັດ ກ່ຽວຂ້ອງ ກັບ ການ ພະນັນ, ຈຶ່ງ ອາດເກີດ ມີຂໍ້ ຂັດແຍ່ງ ກັບ ເຈົ້າຫນີ້, ຈົນເຖິງຂັ້ນ ສົ່ງຄົນ ມາຍິງ ເພື່ອ ລ້າງແຄ້ນ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:

"ຍັງບໍ່ທັນ ສືບສວນ ໄດ້ ນາງ ອັນນີ້ ລາວ ກໍມີຫຼາຍ ບັນຫາ, ມັນກະ ຊິແມ່ນ ແບບ ແກ້ແຄ້ນ ຫັ້ນແຫຼະ ພວກເຮົາ ຕີຣາຄາ ນຶ່ງ ກະແມ່ນ ເຣື້ອງ ຫນີ້ສິນ ນີ້ແຫຼະ, ເປັນຄົນ ຫລິ້ນ ການພະນັນ ນອກພະນັນ ອີສັງນະ ເຂົາວ່ານະ, ມີຫນີ້ສິນ ຫລິ້ນໄພ້, ຫລິ້ນ ການພະນັນ ໄປຈັ່ງຊັ້ນ ແຫຼະ".

ທ່ານກ່າວ ຕື່ມວ່າ ໃນຂນະ ດຽວກັນ ທາງ ເຈົ້າຫນ້າທີ່ ກໍໄດ້ຕັ້ງ ປະເດັນ ການ ຄາຕກັມ ເທື່ອນີ້ວ່າ ເປັນເຣື້ອງ ແກ້ແຄ້ນ ກັນ, ເປັນການ ສ່ວນຕົວ ກໍເປັນໄດ້ ເພາະ ລູກຊາຍ ຜູ້ ເສັຽຊີວີດ ກໍຖືກຍິງ ໃນ ບ່ອນ ດຽວກັນ ແຕ່ໄດ້ຮັບ ບາດເຈັບ, ເນື່ອງຈາກ ນາງຕູ່ ກໍເຄີຍມີ ບັນຫາ ສ່ວນຕົວ ກັບ ຫມູ່ ຂອງລູກຊາຍ ມາກ່ອນ.

ເຈົ້າຫນ້າທີ່ ເວົ້າວ່າ ຈະປິດ ຄະດີ ນີ້ ໃຫ້ ໄວທີ່ສຸດ ພ້ອມກັບ ນຳເອົາ ຄົນຮ້າຍມາ ດຳເນີນ ຄະດີ ແລະ ລົງໂທດ ໃຫ້ໄດ້ ຍ້ອນວ່າ ເປັນ ຄະດີ ສະກັນ ໂຫດຫ້ຽມ. ກ່ອນຫນ້າ ນີ້ ເຈົ້າຫນ້າທີ່ ກະຊວງ ປ້ອງກັນ ຄວາມ ສງົບ, ໃຫ້ ຂໍ້ມູນວ່າ ການຄາຕກັມ ອາດເກີດຈາກ ຄວາມ ຂັດແຍ່ງ ຜົລປະໂຫຍດ ສ່ວນຕົວ, ຜູ້ ເສັຽຊີວິດ ມີ ທຸຣະກິດ ແບບ ລຶກລັບ ຫຼາຍຢ່າງ ແລະ ມີການ ພົວພັນ ກັບກຸ່ມ ວົງການ ພະນັນ.

ຄະດີ ຄາຕກັມ ຄັ້ງນີ້ ເປັນ ຂ່າວໃຫຽ່ ໃນ ນະຄອນຫຼວງ ວຽງຈັນ ຍ້ອນ ຜູ້ ເສັຽຊີວິດ ມີຊື່ສຽງ ໃນ ວົງສັງຄົມ ກ່ອນຫນ້າ ນີ້ ກໍມີການ ຄາຕກັມ ໂຫດ ໃນເຂດ ຖນົນ 450 ປີ, ໂດຍ ໃຊ້ປືນ ຍິງ ຜູ້ ຢູ່ໃນຣົດ ຕາຍຄາທີ່ 2 ຄົນ. ເຈົ້າຫນ້າທີ່ ກໍ ສັນນິຖານ ວ່າ ເປັນການ ຫັກຫລັງ ກັນ ເຣື້ອງ ທຸຣະກິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.