ວັນຊາວໜຸ່ມສາກົລທີ່ແຂວງ ສວັນນະເຂດ


2013.09.16
F-Lao-youth ການສເລີມສລອງ ວັນຊາວໜຸ່ມ ສາກົລ ທີ່ແຂວງ ສະຫວັນນະເຂດ
UNFPA

 

ໂດຍການສນັບສນູນ ຈາກອົງການ ກອງທຶນສະຫະປະຊາຊາດ ເພື່ອປະຊາກອນ UNFPA ແລະຄູ່ຮ່ວມພັທນາອື່ນໆ ກະຊວງສຶກສາທິການ ແລະກິລາຂອງລາວໄດ້ຈັດພິທີສລອງວັນຊາວໜຸ່ມສາກົລວັນທີ 30 ສິງຫາ ຢູ່ສະຖາບັນອົບຮົມຄຣູແຂວງສວັນນະເຂດ. ຕາມຣາຍງານຂ່າວ SBWIRE ຈາກກຸງ ຮ່າໂນ່ຍ ໃນວັນທີ 13 ກັນຍາ. ຜູ້ເຂົ້າຮ່ວມໃນພິທີໄດ້ຊົມການສະແດງ ດົນຕຣີ ການຟ້ອນ ແລະການຫລິ້ນລະຄອນ ຂອງສິລປິນ ທີ່ມີຊື່ສຽງ ຂອງລາວ.

ວັນຊາວໜຸ່ມສາກົລໃນປີນີ້ ເນັ້ນເຖິງຊາວໜຸ່ມລາວ ໂດຍສະເພາະແມ່ຍິງ ວັຍຊອນສາວ ຊຶ່ງຂນະນີ້ ລາວກໍາລັງຊ່ວຍໃຫ້ແມ່ຍິງ ມີຄວາມເຊື່ອ ໝັ້ນວ່າພວກເຂົາເຈົ້າ ສາມາດເປັນກໍາລັງແຮງ ໃນການພັທນາປະເທດຊາດໄດ້. ຍານາງ Sally Sakulka ຜູ້ປະສານງານ ເພື່ອສຸຂພາບຈະ ເຣີນ ພັນ ຂອງ UNFPA ປະຈໍາລາວ ກ່າວວ່າ ຊາວໜຸ່ມ ສ້າງທັງປັຈຈຸບັນ ແລະອະນາຄົດ ຂອງປະເທດຊາດ. ໂອກາດ ແລະທາງເລືອກ ທີ່ຄົນໜຸ່ມແໜ້ນ ເລືອກກະທໍາ ໃນຊ່ວງວັຍລຸ້ນ ຈະສາມາດຊ່ວຍພວກເຂົາເຈົ້າ ໃດ້ເລີ່ມຊີວິດເປັນຜູ້ໃຫຍ່ ໃນຖານະເປັນພົລເມືອງ ທີ່ມີສິດມີ ສຽງແລະຂຍັນຫ້າວຫັນ.

ແຕ່ສິ່ງນີ້ຈະເປັນໄປໄດ້ ຖ້າຫາກທຸກຄົນພວກເຮົາ ຊ່ວຍພວກເຂົາເຈົ້າ ໃຫ້ມີທາງເລືອກຕ່າງໆແລະໃຫ້ໂອກາດແກ່ພວກເຂົາເຈົ້າເຕີບໂຕ ເປັນ ຄົນທີ່ມີຄວາມຮັບຜິດຊອບເທົ່ານັ້ນ. ຍິ່ງໄປກວ່ານັ້ນຈໍາເປັນຕ້ອງໄດ້ເອົາບັນຫາຊາວຫນຸ່ມເຂົ້າຢູ່ໃນວາຣະການພັທນາ ປະເທດ ໂດຍສະເພາະ ໃນແຜນພັທນາເສຖກິດ-ສັງຄົມ ແຫ່ງຊາດ.

ສະຫະປະຊາຊາດ ໄດ້ກໍານົດວັນ ຊາວໜຸ່ມສາກົລ ໃນປີ 1999 ໂດຍມີການ ສລອງກັນທຸກໆປີ ໃນທົ່ວໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.