ສະພາແຫ່ງຊາຕຈະຫາຣື ກົດໝາຍໃໝ່ 2 ສະບັບ

ສົມເນ
2014.06.24
F-Justice ກະຊວງ ຍຸຕິທັມ ແຫ່ງ ສປປ ລາວ
LPDR

 

ກົດໝາຍ ກວດສອບ ເອກກະຣາດ ຈະ ຖືກນໍາໄປ ຫາຣື ກັນ ໃນວາຣະ ເປີດ ກອງປະຊຸມ ສະພາ ແຫ່ງຊາຕ. ກົດໝາຍ ການ ກວດສອບ ເອກກະຣາດ ເປັນນຶ່ງ ໃນ ຈໍານວນ ກົດໝາຍໃໝ່ 2 ສະບັບ ທີ່ ກະຊວງ ການ ເງິນ ເປັນຜູ້ ຮ່າງຂຶ້ນ ເພື່ອ ສ້າງເງື່ອນໄຂ ໃຫ້ ບໍຣິສັດ ກວດກາ ບັນຊີ ສາມາດ ກວດສອບ ບັນຊີ ແລະ ການ ເຄື່ອນໄຫວ ກິຈກັມ ທາງ ທຸຣະກິດ ຂອງ ບໍຣິສັດ ຕ່າງໆ ແບບມີ ປະສິທິພາບ. ກົດໝາຍ ສະບັບນີ້ ໄດ້ຖືກ ນໍາໄປ ສຶກສາ ກັນຢູ່ ກອງປະຊຸມ ສັມມະນາ ໃນ ອາທິດ ຜ່ານມາ. ແຕ່ ເຈົ້າໜ້າທີ່ ກະຊວງ ການເງິນ ຍັງ ບໍ່ສາມາດ ໃຫ້ ຣາຍຣະອຽດ ໄດ້ຫລາຍ:

"ເອີ້ ມັນກ່າ ເປັນ ກົດໝາຍ ກວດສອບ ຂອງ ພາກພື້ນ ຜແນກ ທຸຣະກິດ ທົ່ວໄປ. ມັນຍັງ ບໍ່ທັນ ອັນນີ້ ໃຫ້ໄດ້ຜ່ານ ສະພາ ກ່ອນ ໃຫ້ໄດ້ຜ່ານ ສະພາ ກ່ອນ ເພາະວ່າ ເມື່ອກ່ອນ ກໍໄດ້ ເຮັດ ກອງປະຊຸມ ທາບທາມ ໝົດແລ້ວ ເດ ຫລາຍ ພາກສ່ວນ ເຂົ້າຮ່ວມ".

ກົດໝາຍ ໃໝ່ 2 ສະບັບ ທີ່ ກະຊວງ ການເງິນ ໄດ້ຮ່າງຂຶ້ນ ນີ້ ກໍມີ ກົດໝາຍ ວ່າດ້ວຍ ການ ກວດສອບ ເອກກະຣາດ ແລະ ກົດໝາຍ ວ່າດ້ວຍ ການ ສະກັດກັ້ນ ແລະ ຕ້ານການ ຟອກເງິນ ການ ສນອງເງິນ ໃຫ້ ການ ກໍ່ການຮ້າຍ. ກົດໝາຍ ຈໍານວນ ນີ້ ຈະນໍາໄປ ຖົກຖຽງ ກັນ ຢູ່ ທີ່ ກອງປະຊຸມ ສະພາ ແຫ່ງຊາຕ ສມັຍ ສາມັນ ຕື່ມອີກ ໃນເດືອນ ກໍຣະກະດາ ນີ້.

ຣາຍງານ ໜັງສືພິມ ທາງການ ເມື່ອ ວັນທີ 18 ມີຖຸນາ ທີ່ ອ້າງຕາມ ຄໍາ ອະທິບາຍ ຂອງ ຮອງ ຣັຖມົນຕຣີ ການເງິນ ທ່ານ ບຸນໂຈມ ອຸບົນ ປະເສີດ ຕໍ່ ສະມາຊິກ ສະພາ ວ່າ ສປປລາວ ຕ້ອງມີ ກົດໝາຍ ກວດກາ ບັນຊີ ເອກກະຣາດ ເພື່ອ ເຂົ້າຮ່ວມ ທາງ ເສຖກິດ ພາກພື້ນ ແລະ ຂອງໂລກ. ຜ່ານມາ ບໍຣິສັດ ກວດກາ ບັນຊີ ເອກກະຣາດ ບໍ່ໄດ້ຖືກ ຮັບຮູ້ ຈາກ ປະຊາຄົມ ນານາ ຊາຕ ເພາະວ່າ ຍັງຂາດ ຣະບຽບ ຫລັກການ ຂາດ ມາຕການ ຕ່າງໆ ໃນການ ກວດກາ ແລະ ຕິດຕາມ ການດໍາເນີນ ທຸຣະກິດ ຂອງ ບໍຣິສັດ ຕ່າງໆ ໃນລາວ. ການເຮັດ ກົດໝາຍ ນີ້ຂຶ້ນ ເປັນສ່ວນນຶ່ງ ຂອງ ວຽກງານ ກະຕຣຽມ ເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015 ນີ້.

ທ່ານວ່າ ເມື່ອ ກົດໝາຍ ນີ້ຜ່ານ ສະພາ ແລ້ວ ອັນນຶ່ງ ມັນກໍຈະສ້າງ ຄວາມເຂັ້ມແຂງ ໃຫ້ແກ່ ບໍຣິສັດ ກວດກາ ບັນຊີ ແລະ ອັນທີ່ສອງ ມັນຈະສ້າງ ຄວາມເຊື່ອໝັ້ນ ແກ່ ນັກລົງທຶນ ຕ່າງ ປະເທດ ຫລາຍຂຶ້ນ  ແລະ ຈະ ຊ່ວຍດຶງດູດ ໃຫ້ມີການ ລົງທຶນ ຈາກ ພາຍໃນ ແລະ ຈາກ ຕ່າງປະເທດ. ມາຮອດ ປັດຈຸບັນ ນີ້ ກະຊວງ ການເງິນ ໄດ້ອອກ ໃບ ອະນຸຍາດ ແກ່ 68 ບໍຣິສັດ ທີ່ໃຫ້ ການ ບໍຣິການ ກວດກາ ບັນຊີ ຮ່ວມທັງ ບໍຣິສັດ ທີ່ ຕ່າງ ປະເທດ ເປັນ ເຈົ້າຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.