ກອງປະຊຸມສະພາແຫ່ງຊາດ ຊຸດທີ 8

ຈໍາປາທອງ
2016.04.07
f-nas ສະຖາບັນ ສູງສຸດ ສະພາ ແຫ່ງຊາດ ສປປ ລາວ
LPDR

ກອງປະຊຸມ ຄັ້ງທໍາອິດ ຂອງ ສະພາ ແຫ່ງຊາດ ຊຸດທີ 8 ຂອງ ສປປລາວ ຈະຖືກຈັດຂຶ້ນ ທີ່ ຫໍສະພາ ແຫ່ງຊາດ ນະຄອນຫຼວງ ວຽງຈັນ ແຕ່ ວັນທີ 20 ຫາ ວັນທີ 23 ເມສາ 2016 ພາຍຫລັງ ເລືອກຕັ້ງແລ້ວ ເມື່ອ ວັນທີ 20 ມິນາ ຜ່ານມາ. ກອງປະຊຸມ ສະພາ ຄັ້ງນີ້ ຈະມີການ ຮັບຮອງເອົາ ໂຄງປະກອບ ການຈັດຕັ້ງ ຄນະນຳ ສະພາ ຊຸດໃໝ່. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວ ທ່ານນຶ່ງ ກ່າວຕໍ່ RFA ໃນ ວັນທີ 6 ເມສາ ນີ້ວ່າ:

"ກອງປະຊຸມ ຄັ້ງ ປະຖົມມະລືກ ສະພາ ແຫ່ງຊາດ ນີ້ເພິ່ນ ກໍຈະຮັບເອົາ ໂຄງປະກອບ ການຈັດຕັ້ງ ຂອງ ສະພາ ແຫ່ງຊາດ ຫັ້ນແລ້ວ ເປັນໂຄງໃໝ່ ປ່ຽນແປງ ບາງຈໍານວນ ຂອງ ສະພາ ແຫ່ງຊາດ ຫັ້ນ ແລ້ວກໍ ຮັບຮອງເອົາ ສະມາຊິກ ປະຈໍາ ສະພາ ແຫ່ງຊາດ ຊຸດໃໝ່ ນີ້ ຊຸດທີ 8 ເດ".

ທ່ານກ່າວ ຕໍ່ໄປວ່າ ຫລັງຈາກ ນັ້ນ ກອງປະຊຸມ ກໍຈະ ຮັບຮອງເອົາ ການແຕ່ງຕັ້ງ ປະທານ ແລະ ຮອງ ປະທານ ປະເທສ, ນາຍົກ ຣັຖມົນຕຣີ ແລະ ຕຳແໜ່ງ ອື່ນໆ. ຫລັງຈາກນັ້ນ ກໍມີ ປະທານ ປະເທດ ຄົນໃໝ່ ຊຶ່ງເປັນທີ່ ຮູ້ກັນດີ ແລ້ວວ່າ ແມ່ນ ທ່ານ ບຸນຍັງ ວໍລະຈິດ ຜູ້ໄດ້ຂຶ້ນ ກຳ ຕຳແໜ່ງ ເລຂາທິການໃຫຍ່ ຄນະ ບໍຣິຫານງານ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ເມື່ອ ເດືອນ ມົກກະຣາ ຜ່ານມາ ແທນ ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທສ ຄົນ ປັດຈຸບັນ.ແລະ ມີຂ່າວວ່າ ຈະມີ ນາຍົກ ຣັຖມົນຕຣີ ຄົນໃໝ່ ແທນ ທ່ານ ທອງສິງ ທຳມະວົງ ນາຍົກ ຣັຖມົນຕຣີ ຄົນ ປັດຈຸບັນ ແນ່ນອນ.

ຣາຍການ ກອງປະຊຸມ ເທື່ອນີ້ ແມ່ນ ກອງປະຊຸມ ຄນະ ປະຈໍາ ສະພາ ແຫ່ງຊາດ ປະຈໍາ ເດືອນ ມິນາ ຜ່ານມາ ໄດ້ຕົກລົງ ກັນໄວ້ແລ້ວ ຮວມທັງ ແຜນການ ສ້າງ ແລະ ປັບປຸງ ກົດໝາຍ ໃນຣະຍະ 5 ປີ ຂອງ ສະພາ ແຫ່ງຊາດ ຊຸດທີ 8 ນີ້. ທ່ານບອກ ໃຫ້ຮູ້ຕື່ມ ອີກວ່າ ເຣຶ່ອງການ ຮັບຮອງ ເອົາ ສະມາຊິກ ສະພາ ປະຊາຊົນ ຂັ້ນແຂວງ ຊຸດທໍາອິດ ນັ້ນ ຈະບໍ່ໄດ້ ເວົ້າຢູ່ໃນ ກອງປະຊຸມ ເທື່ອນີ້ ເພາະ ເປັນຄົນລະ ພາກສ່ວນ ຈະມີ ກອງປະຊຸມ ຕ່າງຫາກ ແຕ່ ຍັງບໍ່ທັນ ຮູ້ວັນ ເວລາ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.