ມາຕການຄວບຄຸມໂຄວິດ-19 ປາສຈາກ ແຜນຮອງຮັບ

0:00 / 0:00

ຣັຖບານລາວ ໄດ້ປະກາດຂຍາຍມາຕການຄວບຄຸມພຍາດ ໂຄວິດ-19 ໄປຈົນເຖິງ ວັນທີ 03 ພືສພາ 2020. ໂດຍ ໃຫ້ເຫດຜົລວ່າບັນດາ ປະເທດ ເພື່ອນບ້ານຍັງປິດປະເທດກັນຢູ່ ແລະ ຍັງມີການຣະບາດ ເພີ່ມຂຶ້ນ. ໃນຂນະທີ່ປະຊາຊົນກໍຕ້ອງໄດ້ປະຕິບັດຕາມຄຳສັ່ງ ບໍ່ສາມາດ ອອກໄປໃສມາໃສໄດ້ ຖ້າບໍ່ໄດ້ຮັບອະນຸຍາດ ຈາກໜ່ວຍງານທີ່ກ່ຽວຂ້ອງ.

ຕໍ່ຂອດດັ່ງກ່າວໄດ້ສ້າງຜົລກະທົບ ໃຫ້ກັບປະຊາຊົນໃນເບື້ອງຕົ້ນທັງການຊື້-ຂາຍອາຫານ ໃນຕລາດກໍພົບກັບຄວາມຫຍຸ້ງຍາກ, ຊາວກະສິ ກອນຂາຍຜົລຜລິດບໍ່ອອກ, ຄ່ານໍ້າຄ່າໄຟຟ້າແພງ ແລະ ຄວາມກັງວົນ ບໍ່ມີວຽກເຮັດ. ດັ່ງປະຊາຊົນທີ່ໄດ້ຮັບຜົລກະທົບ ກ່ຽວກັບການຊື້-ຂາຍ ໄດ້ກ່າວຕໍ່ ເອເຊັຽເສຣີໃນວັນທີ 15 ເມສາ ວ່າ ໃນໄລຍະຣັຖບານປະກາດ ກັກໂຕຢູ່ເຮືອນກໍພົບກັບຄວາມຫຍຸ້ງຍາກ ການຊື້ອາຫານຍ້ອນ ບໍ່ມີຜູ້ມາຂາຍ:

"ກາມີແຕ່ໂຕລົງຂ່າວງົດສາມເດືອນ ເຫັນຣັຖບານລົງເຟສປະກາດເຖິງ ສາມເດືອນເຂົາກາ ຖ້າກັນເບິດບ້ານເບິດເມືອງ ຢູ່ນີ້ນ່າມີຢູ່ມັນຫາກບໍ່ ມີຜູ້ຢາກຂາຍບ້ານບໍ່ໃຫ້ ຂ້າມບ້ານຂ້າມເມືອງ ດຽວນີ້ໄປວຽງໄດ້ຂໍ ໜັງສື."

ໃນໄລຍະນີ້ແມ່ນໄລຍະທີ່ພືດຜັກກຳລັງອອກສູ່ທ້ອງຕລາດ ຫລາຍຣາຄາກໍຖືກແດ່. ກ່ອນໜ້ານັ້ນຣັຖບານກໍໄດ້ສັ່ງຫ້າມ ນໍາເຂົ້າພືດຜັກຈາກ ປະເທດ ເພື່ອນບ້ານກໍເຮັດໃຫ້ຊາວກະສິກອນ ພໍມີກຳໄລ. ແຕ່ຕົກມາ ໄລຍະພະຍາດໂຄວິດ-19 ຣະບາດນີ້ ກັບຊໍ້າເຕີມ ຊາວກະສິກອນບໍ່ ສາມາດ ຂາຍຜົລຜລິດໄດ້. ດັ່ງຊາວສວນໃນນະຄອນຫລວງ ໄດ້ກ່າວວ່າ ການຣະບາດ ຂອງພຍາດໂຄວິດ-19 ຈຳເປັນຕ້ອງໄດ້ຂາຍ ຜົລຜລິດ ຫລຸດຣາຄາລົງເຄີ່ງນື່ງ ແຕ່ກໍຍັງບໍ່ຄຸ້ມທຶນຈຳເປັນຕ້ອງໄດ້ ໄຖຖີ້ມເພື່ອກະກຽມປູກພືດແນວພັນໃໝ່.

"ຄວາມທີ່ຖືກສາຍໃຕ້ສາຍເໜືອ ກໍບໍ່ມາເອົາຍ້ອນວ່າພຍາດໂຕນີ້ລະ ເຂົ້າມາບ້ານເຮົານີ້ແຕ່ລະປີ ຂາຍຕໍ່າສຸດກາ 15 ຫລື 20 ນີ້ນ່າປີນີ້ໄດ້ ແຕ່ 5 ພັນກີບ."

ທ່ານກ່າວຕື່ມວ່າຕາມປົກກະຕິ ສວນໝາກເລັ່ນຂາຍຢ່າງຕໍ່າ 20 ພັນກີບ ຕໍ່ນຶ່ງໝື່ນ ແຕ່ມາໃນປີນີ້ຂາຍໄດ້ພຽງ 5 ພັນກີບ ຈຳເປັນຕ້ອງດຸດ ສາວນໝາກ ເລັ່ນຖີ້ມ ເພາະຖ້າເອົາ ອອກຂາຍກໍຕ້ອງໄດ້ຈ້າງຄ່າເກັບ, ຄ່າຖົງຢ່າງ, ຄ່າຂົນສົ່ງ ເມື່ອຄິດໄລ່ໃສ່ຣາຄາປັດຈຸບັນ ບໍ່ສມາດ ເກັບອອກມາຂາຍໄດ້.

ສ່ວນປະຊາຊົນທີ່ມີລາຍຮັບຕໍ່າກີນເງິນແຮງງານ ປະຈຳວັນເຣີ້ມເປັນກັງວົນ ກັບສະຖານະການເນື່ອງຈາກທຸຣະກິດ ຫລາຍຂແນງໄດ້ໂຈະ ຊົ່ວຄາວ ເພື່ອປະຕິບັດຕາມຄຳສັ່ງນາຍົກເລກທີ 06 . ດັ່ງປະຊາຊົນ ແຮງງານລາວກັບຈາກໄທໄດ້ກ່າວ ຕໍ່ເອເຊັຽເສຣີມັນກໍຮູ້ສືກທຸກ ຫັ້ນແລ້ວ ຕົກງານວຽກບໍ່ໄດ້ເຮັດເງິນກໍບໍ່ມີ.

"ຫາກິນມັນບໍ່ກຸ້ມກາຍ້ອນວ່າເຂົາປີດໂຮງຈັກໂຮງງານ ຫ້າງອາຫານສະຖານທີ່ຕ່າງໆ ເຂົາປີດໝົດເຂົາບໍ່ງານເຮັດເພາະ ເຈົ້ານາຍຢຸດຈ້າງເຂົາ ປີດເມືອງ ແລ້ວວຽກເຮັດງານທຳ ມັນບໍ່ມີ."

ສ່ວນແຮງງານລາວ ຄົນນຶ່ງທີ່ກັບມາຈາກໄທ ທີ່ກຳນົດການກັກໂຕ 14 ວັນ ໄດ້ກັບໄປຢູ່ ກັບຄອບຄົວຜູ້ກ່ຽວ ໄດ້ກ່າວເອເຊັຽເສຣີວ່າ ມາຢູ່ນໍາຄອບຄົວບໍ່ມີເຮັດວຽກເຮັດເລີຍ ມາເຜົາຖ່ານ ເອົາໄປຂາຍ ເປົາລະ 10 ພັນກີບ ການຂາຍກໍ່ຂາຍຍາກ ເຮັດໃຫ້ຊີວິດລຳບາກ ເຊີ່ງຕອນນີ້ທາງການຍັງ ບໍ່ວ່າແນວໃດ ມີມາຕການຊ່ອຍບໍ່ກໍລໍຖ້າຟັງຢູ່.

ອີກດ້ານນຶ່ງທີ່ປະຊາຊົນໄດ້ຮັບຜົລກະທົບ ກໍຄືຄ່ານໍ້າ-ຄ່າໄຟຟ້າແພງຫລາຍ ໂດຍສະເພາະ ໃນເດືອນມີນາຜ່ານມາ. ບັນຫານີ້ມັນຊໍ້າເຮື້ອ ມາຫລາຍປີ ຣັຖບານປະກາດວ່າຈະຫລຸດຄ່ານໍ້າ ຄ່າໄຟຟ້າແຕ່ຍັງ ປະຕິບັດ ບໍ່ໄດ້. ຈົນມາເຖີງພຍາດໂຄວິດ-19 ຣະບາດຣັຖບານໄດ້ ປະກາດຈະຫລຸດຄ່າໄຟຟ້າ ຄ່ານໍ້າ ແຕ່ເຣີ້ມປະຕິບັດເດືອນ ພືສພາ ເປັນຕົ້ນໄປ. ສະເພາະ ບິນຄ່ານໍ້າໃນເດືອນມີນາຜ່ານມາ ປະຊາຊົນ ໄດ້ຈົ່ມວ່າເດືອນຜ່ານມາເຄີຍຈ່າຍ 70 ປາຍພັນກີບແຕ່ມາເດືອນນີ້ຂື້ນເຖີງ 130,000 ກີບ ລວມໜີ້ຄ້າງຈ່າຍ ແລະ ຕ້ອງໄດ້ຈ່າຍປະມານ 220,000 ປາຍພັນກີບ.

ສ່ວນຄ່າໄຟຟ້າບໍ່ຕ່າງຫຍັງເລີຍສະເພາະເດືອນມີນາ ຂື້ນຫລາຍເທົ່າໂຕຈົນປະຊາຊົນ ໄດ້ຕັ້ງຄຳຖາມວ່າ ເປັນຫຍັງໄຟຟ້າໃນລາວຈື່ງແພງ ປານນີ້ທັງທີ່ວ່າມີເຂື່ອນໄຟຟ້າເປັນຈຳນວນຫລວງຫລາຍ. ດັ່ງປະຊາຊົນໄດ້ກ່າວວ່າ. ຂໍຖາມແດ່ວ່າໄຟຟ້າ ໃນລາວແພງຫລາຍ ຢາກຖາມວ່າ ເປັນຫຍັງຈື່ງແພງຊິເອົາເງີນແຕ່ໃສມາຈ່າຍ.

"ແຕ່ກ່ອນກາເສັຍເດືອນນຶ່ງສອງສາມແສນຫາສີ່ແສນດຽວນີ້ ນຶ່ງລ້ານ ເຈັດແສນຫົກສິບແປດພັນ ພະນັກງານໄຟຟ້າມາຈົດແຕ່ລະເດືອນກາ ເສັຍໄປ ສາມສີ່ແສນມາ ປ່ຽນແລ້ວເພີ່ນກົງເຕີໄຟ ມັນຕາຍລະປ່ຽນ ໝໍ້ໃໝ່ມາເສັຍຄ່າໄຟ 1 ລ້ານ 7 ແສນປາຍ. ຢາກຝາກຖາມໜ່ວຍງານ ເມືອງມາຊີ້ແຈງ ວ່າເປັນຫຍັງມັນຈື່ງແພງ."

ສ່ວນສາເຫດຂອງຄ່າໃນໄຟຟ້າໃນລາວແພງ ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີກະຊວງພລັງງານແລະບໍ່ແຮ່ ໄດ້ຊີ້ແຈງເມື່ອເດືອນມົກຣາ ທີ່ຜ່ານມາວ່າ:

"ພວກເຮົາໄດ້ສຶກສາຄ່າໄຟຟ້າຕັ້ງແຕ່ປີ 2017 ເປັນຕົ້ນມາວ່າຣາຄາຊໍ່າໃດຊິເໝາະສົມ ແກ້ຣະບົບຊີວິດການເປັນຢູ່ຂອງປະຊາຊົນໄດ້ຄົ້ນຄວ້າ ໂດຍການ ສນັບສນູນຂອງທະນາຄານໂລກ ໂດຍທຽບທາງດ້ານ ການເງິນທາງການກູ້ຢືມມາພັທນາຕ່າງໆ ພວກເຮົາ ຈະເຮັດວິທີໃດ."

ທ່ານກ່າວຕື່ມວ່າ ຄັນຖ້າວ່າເຮົາຈະເອົາຕາມທະນາຄານໂລກ ສຶກສາກາເຫັນວ່າກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນຫລາຍເນື່ອງຈາກວ່າ ພວກເຮົາຖ້າເບິ່ງຣາຍຮັບຂອງປະຊາຊົນ ຮັ່ງມີຂື້ນຖ້າເບິ່ງ ແນວນື່ງ ກາຍັງບໍ່ພໍສະນັ້ນ ພວກເຮົາກາໄດ້ກວດກາກັນຄືນໃໝ່.

ສະນັ້ນ ເພື່ອຄວາມຍຸຕິທັມ ກໍໄດ້ຕັ້ງຄນະກຳມະການຣະດັບຊາດຂຶ້ນ ເຊິ່ງມີຫລາຍຂແນງການເຂົ້າຮ່ວມ ປັດຈຸບັນນີ້ກຳລັງ ສະຫລຸບໃຫ້ຄນະ ຣັຖບານໄດ້ຄົ້ນຄວ້າອີກເທື່ອນຶ່ງ.

ເຖີງແນວໃດກໍ່ຕາມນີ້ເປັນພຽງມາຕການຄວບຄຸມພຽງ 20 ມື້ເທົ່ານັ້ນ ໂດຍສະພາບການ ຫລ້າສຸດໃນວັນທີ 20 ເມສາ ອີງຕາມສື່ມວນຊົນ ພາຍໃນຣາຍງານວ່າພົບຣົດອອກມາແລ່ນ ຕາມຖນົນຢ່າງຫຼວງຫລາຍ ຈົນຫລາຍຄົນຕົກໃຈກັບສະພາບແອອັດ ຫລາຍຄົນອາດຕັ້ງຂໍ້ສົງໃສ ວ່າປະຊາຊົນບໍ່ເຂົ້າໃຈ ທີ່ທາງການຂຍາຍເວລາກັກໂຕ ຈົນຮອດວັນທີ 03 ພືສພາ ຫລືບໍ່ ເພາະມີບາງກິຈການເຣີ້ມເປີດດຳເນີນການແລ້ວ.