ກຸ່ມຄ້າໄມ້ທ້າທາຍຄໍາສັ່ງ
2016.06.22

ເຖິງແມ່ນວ່າ ຣັຖບານ ສປປລາວ ຈະໄດ້ອອກ ຄໍາສັ່ງຫ້າມ ເຄື່ອນຍ້າຍ ໄມ້ ທຸກຊນິດ ແລະ ຫ້າມສົ່ງອອກ ຢ່າງເດັດຂາດ ແລະເຖິງແມ່ນ ວ່າ ນາຍົກ ຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ຈະໄດ້ເດີນທາງ ໄປປະຊຸມ ຮ່ວມກັບ ທາງການ ຂອງແຂວງ ທີ່ ມີບັນຫາ ໃນເຣື່ອງນີ້ ດ້ວຍ ຕົນເອງ ເມື່ອ ສັປດາ ທີ່ ຜ່ານມາ ກໍຕາມ ແຕ່ກໍມີ Clip video ທີ່ ນໍາອອກ ເຜີຍແພ່ ໃນ ສັງຄົມ ອອນລາຍ ເມື່ອ ວັນຈັນທີ 20 ມິຖຸນາ ຜ່ານມາ, ຊຶ່ງ ຍັງສະແດງ ໃຫ້ເຫັນ ຣົດບັນທຸກ ໄມ້ທ່ອນ ແລ່ນຕາມ ເສັ້ນທາງ ແຂວງພາກໃຕ້ ຂອງລາວ ຂນະທີ່ ນາຍົກ ຣັຖມົນຕຣີ ລາວ ພ້ອມຄນະ ກໍຍັງຢູ່ ທີ່ນັ້ນ ແລະ ບໍ່ມີ ເຈົ້າໜ້າທີ່ ໜ່ວຍງານໃດ ຈັດການ ໃຫ້ເປັນໄປ ຕາມກົດໝາຍ ແລະ ຄໍາສັ່ງ ຂອງ ຣັຖບານ. ອີງຕາມ ຣາຍງານ ຂອງ ໜັງສືພິມ ຜູ້ຈັດການ ອອນລາຍ ໃນວັນທີ 21 ມີຖຸນາ 2016.
ຜູ້ຈັດການ ອອນລາຍ ຣາຍງານ ຕໍ່ໄປວ່າ ຄລິປ ລ້າສຸດນີ້ ຖ່າຍໂດຍ ຜູ້ໃຊ້ຣົດ ໃຊ້ຖນົນ ທີ່ກ່າວວ່າ, ເປັນເຫດການ ທີ່ເກີດຂຶ້ນ ໃນແຂວງ ອັຕຕະປື ເມື່ອ ບໍ່ເທົ່າໃດ ວັນມານີ້ ໂດຍຣະບຸ ວ່າຣົດ ບັນທຸກ ເຫລົ່ານັ້ນ ກໍາລັງນໍາ ໄມ້ທ່ອນ ມຸ້ງໜ້າໄປ ຍັງຊາຍແດນ ປະເທດ ເພື່ອນ ບ້ານ ຊຶ່ງ ໝາຍເຖິງ ວຽດນາມ ໂດຍມີຣົດ ທະຫານ ນໍາທາງໃຫ້, ຊຶ່ງ ຫາກເປັນຄວາມຈິງ ກໍສະທ້ອນ ໃຫ້ເຫັນວ່າ ກຸ່ມຄ້າໄມ້ ໃນ ແຂວງນີ້ ມີອໍານາດ ອິດທິພົລ ໃຫຍ່ ຢູ່ເບື້ອງຫລັງ.
ຜູ້ຖ່າຍທໍາ ຄລິປ ວີດີໂອ ໄດ້ບັລຍາຍ ເຫດການ ທີ່ ສະແດງ ໃຫ້ເຫັນ ການບໍ່ ປະຕິບັດ ຕາມຄໍາສັ່ງ ຂອງຣັຖບານ ແລະ ທາງການ ແຂວງນີ້ ຍັງປ່ອຍ ປະລະເລີຍ ບໍ່ປະຕິບັດ ນະໂຍບາຍ ຂອງ ຣັຖ ບໍ່ປະຕິບັດ ໜ້າທີ່ ຕາມກົດໝາຍ ຊຶ່ງ ເຮັດໃຫ້ ຜູ້ເຫັນ ຄລິປນັ້ນ ຂຸ່ນເຄືອງໃຈ ແລະ ຮຽກຮ້ອງ ໃຫ້ຣັຖບານ ດໍາເນີນການ ຕໍ່ຜູ້ທີ່ ກ່ຽວຂ້ອງ ຢ່າງ ເດັດຂາດ.