ສະຫະຣັດຄວນກົດດັນລາວ ເຣື້ອງ ສິດທິ ມະນຸດ

ສົມເນ
2016.01.27
F-Phil ທ່ານ Phil Robertson ຮອງຜູ້ອຳນວຍການ ອົງການ Human Rights Watch ເຂຕເອເຊັຍ
RFA

ອົງການ ສິ້ງຊອມ ສິດທິມະນຸດ (HRW) ຮຽກຮ້ອງ ຣັຖບານ ສະຫະຣັດ ອະເມຣິກາ ໃຫ້ ກົດດັນ ຣັຖບານລາວ ໃຫ້ເຄົາຣົບ ສິດທິມະນຸດ. ທ່ານ Phil Robertson ຮອງຜູ້ ອຳນວຍການ ອົງການ ສິ້ງຊອມ ສິດທິ ມະນຸດ ເຂຕເອເຊັຽ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 25 ມົກຣາ ນີ້ວ່າ, ໃນຣະຫວ່າງ ທີ່ ທ່ານ ຈອນ ແຄຣີ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ໄປຢ້ຽມຢາມ ສປປ ລາວ ໃນ ວັນທີ 24-25 ມົກຣາ ວ່າ ທາງການ ສະຫະຣັດ ຄວນເວົ້າ ຕໍ່ໜ້າກັບ ທາງການ ລາວ ຢ່າງຈະແຈ້ງ ໃຫ້ແກ້ໄຂ ບັນຫາ ສິດທິ ມະນຸດ ຢ່າງ ຈິງຈັງ. ທ່ານກ່າວ ຕອນນຶ່ງວ່າ:

“John Kerry ຕ້ອງ ຕຣະຫນັກວ່າ ສະຖານະການ ສິດທິ ມະນຸດ ໃນລາວ ຂ້ອນຂ້າງແຢ້. ຕ້ອງພູດຕຣົງ ກັບ ຣັຖບານລາວ ວ່າ ສົມບັດ ສົມພອນ ຢູ່ໃສ, ຕ້ອງເວົ້າເຖິງ ອິສຣະ ໃນສື່ ການທຳຂ່າວ, ອິສຣະ ໃນການລວມຕົວ ເປັນກຸ່ມ ແລະ ການປະທ້ວງ, ເພາະ ອັນນີ້ແມ່ນ ສິດທິ ມະນຸດ ທີ່ ຣັຖບານລາວ ບໍ່ນັບຖື”.

ທ່ານ Phil Robertson ກ່າວເຖິງ ດຳຣັຖ ນາຍົກ ຣັຖມົນຕຣີ ເຣື້ອງການ ຄວບຄຸມ ການເຜີຍແຜ່ ຂໍ້ມູນ ຂ່າວສານ ຂອງ ອົງການ ຈັດຕັ້ງ ສາກົນ ແລະ ສະຖານທູຕ ຢູ່ ສປປລາວ ວ່າ ເປັນເຣື້ອງ ທີ່ຍອມຮັບ ບໍ່ໄດ້ ເພາະນີ້ແມ່ນ ການຣະເມີດ ສິດທິ ມະນຸດ ໂດຍກົງ. ທີ່ຜ່ານມາ ອົງການ ສາກົນ ໃນລາວ ໄດ້ເຮັດ ການສຶກສາ ວິຈັຍ ເພື່ອນຳໄປສູ່ ການແກ້ໄຂ ບັນຫາຕ່າງໆ ທີ່ ເປັນປໂຍດ ເຜີຍແຜ່ໃຫ້ ສັງຄົມ ຮັບຮູ້, ຖືເປັນເຣື້ອງ ປົກກະຕິ ແລະ ຣັຖບານລາວ ຄວນໃຫ້ ອົງການ ເຫລົ່ານີ້ໄດ້ ເຮັດວຽກ ຢ່າງມີ ອິສຣະ.

ສື່ມວລຊົນ ຂອງ ທາງການລາວ ຣາຍງານວ່າ ໃນໂອກາດ ຢ້ຽມຢາມ ສປປ ລາວ ຂອງ ທ່ານ John Kerry ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ, ທ່ານໄດ້ ພົບປະ ກັບ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ການຕ່າງ ປະເທດລາວ ແລະ ທັງສອງຝ່າຍ ໄດ້ປຶກສາ ຫາລື ແກ້ໄຂ ບັນຫາ ຣະເບີດ ບໍ່ທັນແຕກ, ການຮ່ວມມື ດ້ານ ສາທາຣະນະສຸກ, ການສຶກສາ, ຢາເສບຕິດ, ການຊອກຄົ້ນ ສິ່ງເສດເຫລືອ ຂອງ ທະຫານ ອະເມຣິກັນ ທີ່ ຫາຍສາບສູນ ໃນປາງ ສົງຄາມ ຢູ່ລາວ.

ສະຫະຣັດ ພວມກະກຽມ ຈັດ ກອງປະຊຸມ ສຸດຍອດ ພິເສດ ອາຊຽນ-ສະຫະຣັດ ອະເມຣິກາ ທີ່ ຈະມີຂຶ້ນ ໃນ ເດືອນ ກຸມພາ ນີ້ ຢູ່ ສະຫະຣັດ ອະເມຣິກາ. ນອກຈາກນີ້ ຍັງກະກຽມ ການມາ ຢ້ຽມຢາມ ສປປ ລາວ ເທື່ອທຳອິດ ຂອງ ປະທານາທິບໍດີ ສະຫະຣັດ
ອະເມຣິກາ ທ່ານ ບາຣັກ ໂອບາມາ ໃນ ທ້າຍປີ ນີ້ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.