ສາກົນວ່າມາດຕຣາ 34 ອາຈມີ ໄວ້ຊື່ໆ
2015.12.15
ອົງການ ສິ້ງຊອມ ສິດທິມະນຸດ ບໍ່ເຊື່ອວ່າ ຣັຖບານ ລາວ ຈະ ປະຕິບັດ ກົດໝາຍ ສະບັບ ປັບປຸງ ມາດຕຣາ 34 ໃນ ຣັຖທັມມະນູນ ໃຫມ່ ທີ່ ທາງສະພາ ໄດ້ຕື່ມ ປະໂຍກ ໃສ່ວ່າ ຣັຖຮັບຮູ້ ປົກປ້ອງ ແລະ ຮັບປະກັນ ສິດທິມະນຸດ ສິດທິ ພົລເມືອງ ໃນລາວ. ທ່ານ Phil Robertson ຮອງຜູ້ ອຳນວຍການ ອົງການ ສິ້ງຊອມ ສິດທິ ມະນຸດ ປະຈຳ ເອເຊັຽ ໃຫ້ ສຳພາດ ຕໍ່ ເອເຊັຽເສຣີ ໃນ ມື້ວັນທີ 14 ທັນວາ ນີ້ວ່າ:
"ດີຫຼາຍ ແຕ່ວ່າ ຣັຖບານລາວ ຈະ ປະຕິບັດ ບໍ ນີ້ກໍເປັນ ຄຳຖາມ ທີ່ ຕ້ອງຮູ້ນະ ເພາະວ່າເຂົາ ອອກມາເວົ້າ ເລື້ອຍໆ ເຮົາຊິເຮັດ ຢ່າງນີ້ ເຮົາຊິເຮັດ ຢ່າງນັ້ນ ແຕ່ບໍ່ເປັນຈິງ ຊ່ອງວ່າງ ຣະຫວ່າງ ການເວົ້າ ແລະ ການກະທໍາ ມີຫຼາຍ".
ທ່ານກ່າວ ກ່ຽວກັບ ເຣື້ອງນີ້ ໃນໂອກາດ ເຂົ້າຮ່ວມ ເສວະນາ ຄົບຮອບ 3 ປີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະ ຫລັງຈາກ ສະພາ ແຫ່ງຊາດ ລາວ ຫາກໍ່ຜ່ານ ກົດໝາຍ ຮັບຮູ້ ປົກປ້ອງ ແລະ ຮັບປະກັນ ສິດທິມະນຸດ ສິດທິ ພົລເມືອງ ກ່ອນຫນ້ານັ້ນ ນຶ່ງ ອາທິດ.
ທ່ານກ່າວ ຕື່ມວ່າ ສະຖານະການ ເຣື້ອງ ສິດທິ ມະນຸດ ໃນລາວ ຍັງບໍ່ມີ ແນວໂນ້ມ ວ່າຈະດີຂຶ້ນ ເຫັນໄດ້ຈາກ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຍັງບໍ່ມີ ຄວາມຄືບຫນ້າ ເລີຍ. ຄນະ ກັມມະການ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ກໍຍົກເລີກ ການຈັດ ກອງປະຊຸມ ໃນລາວ ໃນ ປີຫນ້າ ບັນຫາ ການຍຶດ ທີ່ດິນ ຈາກ ຊາວບ້ານ ສິດທິ ຊົນເຜົ່າ ແລະ ສິດທິ ຂອງຄົນຮັກ ຮ່ວມເພດ ກໍບໍ່ຖືກ ປົກປ້ອງ ໃນລາວ.
ສຳລັບ ເຣື້ອງ ປະຊາຊົນ ລາວ ຢູ່ໃນໄທ ໄດ້ໂຮມກັນ ປະທ້ວງ ຢູ່ຕໍ່ຫນ້າ ສະຖານທູດ ລາວ ທີ່ ບາງກອກ ໃນມື້ວັນທີ 2 ທັນວາ ນັ້ນ ເປັນການ ສະແດງ ຂອງ ປະຊາຊົນ ຕາມສິດທິ ໃນ ຣັຖທັມມະນູນ ລາວ ແລະ ອະນຸສັນຍາ ສາກົນ ແຕ່ທ່ານ ເປັນຫ່ວງ ເຣື້ອງ ຄວາມ ປອດພັຍ ຂອງ ພວກຂະເຈົ້າ.