ສິດທິມະນຸດຢູ່ລາວຈະບໍ່ ດີຂຶ້ນ
2016.02.09
ອົງການ ສິ້ງຊອມ ດ້ານສິດທິ ມະນຸດ ບໍ່ເຫັນ ຄວາມຄືບຫນ້າ ໃດໆກ່ຽວກັບ ການແກ້ໄຂ ບັນຫາ ສິດທິ ມະນຸດ ຈາກ ກອງປະຊຸມ ຄນະ ກັມມະການ ຣະຫວ່າງ ຣັຖບານ ວ່າດ້ວຍ ສິດທິ ມະນຸດ ຫລື AICHR ຢູ່ ສປປລາວ ໃນອາທິດ ທີ່ແລ້ວມາ. ທ່ານ PHIL ROBERTSON ຮອງ ຜູ້ອຳນວຍການ ອົງການ ສິິ້ງຊອມ ດ້ານສິດທິ ມະນຸດ ປະຈຳ ຂົງເຂດ ເອເຊັຽ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 8 ກຸມພາ ນີ້ວ່າ, ກອງປະຊຸມ ດັ່ງກ່າວ ແມ່ນການ ຮັບ-ມອບ ຕຳແຫນ່ງ ຂອງ ຜູ້ຕ່າງຫນ້າ ຣັຖບານອາຊຽນ ຣະຫວ່າງ ຊຸດເກົ່າ ຊຸດໃຫມ່ ຊື່ໆ, ແຕ່ຣະບຽບ ການເຮັດວຽກ ຍັງຄືເກົ່າ, ຄື ບໍ່ແຊກແຊງ ບັນຫາ ສິດທິ ມະນຸດ ຂອງແຕ່ລະ ປະເທດ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງວ່າ:
"ສອງຄນະ ຄນະເກົ່າ ຄນະໃຫມ່ ກໍພໍ້ກັນຢູ່ ບໍ່ປ່ຽນແປງ TERMS OF REFERENCES ກໍຍັງເຮັດ ຣະບຽບເດີມ ບໍ່ໄປແຊກແຊງ ເຣື້ອງພາຍໃນ ຂອງແຕ່ລະ ຣັຖບານ, ບໍ່ມີການ ເຂັ້ມງວດໃນ ການເຮັດວຽກ ໃຫ້ ຣັຖບານລາວ ຣັຖບານໄທ ຣັຖບານ ກຳພູຊາ ເຮັດຕາມ ຫລັກການ ສິດທິ ມະນຸດ".
ກອງປະຊຸມ ຄນະ ກັມມະການ ວ່າດ້ວຍ ສິດທິ ມະນຸດ ອາຊຽນ ວ່າງ ທ້າຍອາທິດ ຜ່ານມາ ທີ່ ນະຄອນຫຼວງ ວຽງຈັນ ນອກຈາກ ການຮັບມອບ ຕຳແຫນ່ງ ແລະ ແລກປ່ຽນ ບົດຮຽນ ຣະຫວ່າງ ຜູ້ຕ່າງຫນ້າ ຣັຖບານ ອາຊຽນ ຊຸດທີ່ເຮັດວຽກ ຣະຫວ່າງ ປີ 2013 ຫາ 2015 ກັບຊຸດໃຫມ່ ຣະຫວ່າງ ປີ 2016 ຫາປີ 2018 ແລ້ວ ຍັງໄດ້ ປືກສາຫາລື ກັນກ່ຽວກັບ ການຈັດຕັ້ງ ປະຕິບັດ ແຜນວຽກ ຂອງປີ 2016 ຫາປີ 2020 ນຳອີກ.
ທ່ານ PHIL ROBERTSON ກ່າວກ່ຽວກັບ ກອງປະຊຸມ ສຸດຍອດ ອາຊຽນ ສະຫະຣັດ ທີ່ ຈະຈັດຂຶ້ນ ທີ່ ຣັດ ເຄລີຟໍເນັຽ ໃນ ອາທີດຫນ້າ ວ່າ ຢາກໃຫ້ ທ່ານ ບາຣັກ ໂອບາມາ ກົດດັນ ບັນດາ ປະເທດອາຊຽນ ໃຫ້ແກ້ໄຂ ບັນຫາ ສິດທິ ມະນຸດ ຢ່າງຈີງຈັງ:
"ໂອບາມາ ຄວນຈະເວົ້າ ເຖິງ ສົມບັດ ສົມພອນ ກັບຄົນລາວ ຕ້ອງເວົ້າເຣຶ້ື້ອງຄົນ ທີ່ຕິດຄຸກຢູ່ ວຽດນາມ ມີຫຼາຍຢ່າງ ທີ່ ໂອບາມາ ຕ້ອງເວົ້າ ເພາະ ຖ້າບໍ່ເວົ້າ ຣັຖບານ ທັງຫຼາຍ ຈະຄິດວ່າ ໂອບາມາ ຈະ ສນັບສນູນເຂົາ ມັນກໍບໍ່ແມ່ນ ສິດທິ ມະນຸດ ເປັນເຣື້ອງ ສຳຄັນ ຂອງ ອະເມຣິກາ".
ກອງປະຊຸມ ສຸດຍອດ ອາຊຽນ ສະຫະຣັດ ເປັນ ປະທານ ຮ່ວມ ຣະຫວ່າງ ທ່ານ ບາຣັກ ໂອບາມາ ແລະ ທ່ານ ທອງສີງ ທັມມະວົງ ນາຍົກ ຣັຖມົນຕຣີ ລາວ.