ຣັຖບານລາວບໍ່ຖືສໍາຄັນ ສິດທິ ມະນຸດ

ອະວາຣີ
2015.03.08
F-Phil ທ່ານ Phil Robertson ຮອງ ຫົວໜ້າ ອົງການ ສິດທິມະນຸດ ປະຈຳເຂດ ເອເຊັຽ
RFA

ທ່ານ Phil Robertson ຮອງ ຫົວໜ້າ ອົງການ ສິດທິ ມະນຸດ ປະຈຳ ເຂດ ເອເຊັຽ ທີ່ ໄດ້ໃຫ້ ສຳພາດ ຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອ ວັນ ພະຫັດ ນີ້ ເວົ້າວ່າ ທາງການ ລາວ ຣະເມີດ ສິດທິ ມະນຸດ ຮ້າຍແຮງ ຂຶ້ນ ທຸກມື້. ທ່ານ Robertson ກ່າວ ອີກວ່າ:

"ສະພາບ ການ ນັບຖື ສິດທິ ມະນຸດ ຢູ່ລາວ ຂີ້ຮ້າຍ ລົງ ເພາະ ຣັຖບານ ລາວ ກວດກາ ແລະ ຄວບຄຸມ ປະຊາຊົນ ເຄັ່ງຄັດ ຂຶ້ນ; ຊາວລາວ ເອງ ກໍ ຣະມັດ ຣະວັງ ອົດກັ້ນ ແລະ ຢ້ານ ແຮງຂຶ້ນ ບໍ່ ກ້າເວົ້າ ຄັດຄ້ານ ພັກ ແລະ ຣັຖບານ. ປະຊາຊົນ ລາວ ຄິດວ່າ ແມ້ແຕ່ ທ່ານ ສົມບັດ ສົມພອນ ທີ່ ເປັນ ບຸກຄົນ ສຳຄັນ ມີເສັ້ນ ມີສາຍ ມີຄວາມ ສຳພັນດີ ກັບ ຫລາຍຄົນ ໃນ ອະເມຣິກາ ແລະ ຢູໂຣບ ແຕ່ທ່ານ ກໍຍັງ ຫາຍສາບສູນ ໄປ; ສະນັ້ນ ຖ້າເຮົາ ກ້າປາກ ກ້າເວົ້າ ພວກເຮົາ ກໍຈະ ຫາຍ ສາບສູນ ໄປ ເຊັ່ນກັນ".

ນອກຈາກ ນັ້ນ ເຈົ້າໜ້າທີ່ ອົງການ ສິດທິ ມະນຸດ Human Rights Watch ທີ່ ມີ ສຳນັກງານ ໃຫຍ່ ຢູ່ ສະຫະຣັຖ ອະເມຣິກາ ອະທິບາຍ ວ່າ ເຈົ້າໜ້າທີ່ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຫລື NGOs ໃນລາວ ກໍຢ້ານ ວ່າຈະ ເວົ້າຫຍັງ ເຮັດຫຍັງ ກໍຈະຜິດ. ດໍາຣັດ ວ່າດ້ວຍ ການ ຄວບຄຸມ ການໃຊ້ ອິນເຕີແນັດ ກໍແຮງເຮັດ ໃຫ້ ປະຊາຊົນ ໃນລາວ ຢ້ານ ແຮງຂຶ້ນ.

ເມື່ອ 3 ອາທິດ ກ່ອນ ເຈົ້າໜ້າທີ່ ທາງການ ລາວ ກໍຕັດສິນ ຈຳຄຸກ ຜູ້ນຳ ຄຣິສຕຽນ 5 ຄົນ ເປັນເວລາ 9 ເດືອນ ໃນຖານ ປິ່ນປົວ ຄົນແບບ ຜິດ ກົດໝາຍ. ປັດຈຸບັນ ເຈົ້າໜ້າທີ່ ອອສເຕຣເລັຽ ຊຶ່ງ ເປັນ ປະເທດນຶ່ງ ທີ່ ໃຫ້ການ ຊ່ວຍເຫລືອ ແກ່ລາວ ຫລາຍ ທີ່ສຸດ ກໍກຳລັງ ພົບປະ ຫາລື ກັບ ທາງການລາວ ກ່ຽວກັບ ການ ຣະເມີດ ສິດທິ ມະນຸດ ໃນລາວ.

ຕໍ່ບັນຫາ ທີ່ ຣັຖບານ ລາວ ຈະປັບປຸງ ການນັບຖື ສິດທິ ມະນຸດ ໃຫ້ດີຂຶ້ນ ຕາມ ຄຳ ແນະນຳ ຂອງ ສະຫະ ປະຊາຊາດ ແລະ ປະເທດ ອື່ນໆ ຫລືບໍ່ ນັ້ນ, ທ່ານ Robertson ຕອບວ່າ: ບໍ່, ເພາະ ຜ່ານມາ ຣັຖບານ ລາວ ບໍ່ເຄີຍ ປັບປຸງ ການນັບ ຖື ສິດທິ ມະນຸດ ໃຫ້ ດີຂຶ້ນ ຈັກເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.