ຖແລງການຮ່ວມເຣື້ອງ ທ.ສົມບັດ
2015.02.24

ສະຫະພັນ ສິດທິ ມະນຸດ ນາໆຊາດ ປະຈຳ ຢູ່ ບາງກອກ ປະເທດ ໄທ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ຢູ່ ປາຣີ ປະເທດ ຝຣັ່ງ ໄດ້ອອກ ຖແລງການ ຮ່ວມກັນ ເນື່ອງ ໃນໂອກາດ ຄົບຮອບ 800 ວັນ ໃນ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ອາວຸໂສ ດີເດັ່ນ ຂອງລາວ.
ເນື້ອໃນ ຂອງ ຖແລງການ ດັ່ງກ່າວ ມີ ໃຈຄວາມ ວ່າ ຣັຖບານ ສປປ ລາວ ຄວນ ເພີ່ມທະວີ ການ ສືບສວນ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະ ເປີດເຜີຍ ຢ່າງເປັນ ທາງການ ຕໍ່ ປວງຊົນ ເຖິງ ຜົນ ຂອງ ການ ສືບສວນ.
ນອກຈາກ ນີ້ ໃນ ຖແລງການ ຍັງໄດ້ ຕຳນິ ທາງການ ລາວ ທີ່ ແກ່ຍາວ ໃນການ ຊອກຫາ ທ່ານ ສົມບັດ ແລະ ການ ສືບສວນ ສອບສວນ ກໍມີ ຄວາມ ຊັກຊ້າ. ທ່ານ ກາຣີມ ລາຣິດຊີ, ປະທານ ຂອງ ສະຫະພັນ ສິດທິ ມະນຸດ ນາໆ ຊາດ (FIDH) ໄດ້ກ່າວ:
“ເປັນ ເວລາ ດົນນານ ເກີນຄວນ ແລ້ວ ທີ່ ທາງການ ລາວ ໄດ້ ຊັກຊ້າ ທ່ວງ ເວລາ ໃນ ກໍຣະນີ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ. ມາ ບັດນີ້ ເຖິງແກ່ ເວລາ ແລ້ວ ທີ່ ຣັຖບານ ສປປ ລາວ ຈະຕ້ອງ ນັບຖື ຂໍ້ ເງື່ອນໄຂ ຂອງ ສົນທິ ສັນຍາ ນາໆຊາດ ແລະ ຈະຕ້ອງ ປະຕິບັດ ຕາມ ຂໍ້ສເນີ ຂອງ ກອງປະຊູມ ກວດກາ ແຫ່ງ ອົງການ ສະຫະ ປະຊາຊາດ ວ່າດ້ວຍ ການ ຫາຍສາບສູນ ໂດຍ ຖືກ ບັງຄັບ”.
ຍານາງ ວະນິດາ ເທພສຸວັນ, ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ, ໄດ້ ກ່າວ:
“ໃນ ເມື່ອວ່າ ຣັຖບານ ລາວ ຕັ້ງແກ້ງ ບໍ່ ປະຕິບັດ ຕາມ ຂໍ້ສເນີ ຕົກລົງ ຂອງ ກອງປະຊູມ ກວດກາ ຄັ້ງກອ່ນ (2010) ທາງການ ວຽງຈັນ ກໍ່ ຈະສືບຕໍ່ ການໃຊ້ ທ່າທີ ແບບ ເອົາ ຄວນໄຟ ມາບັງ ຄວາມຈິງ ຕໍ່ໄປ ກ່ຽວກັບ ການ ຫາຍສາບສູນ ແບບ ຖືກ ບັງຄັບ, ນອກຈາກ ວ່າ ປະຊາຄົມ ນາໆຊາດ ຈະທໍາການ ກົດດັນ ຢ່າງ ຕໍ່ເນື່ອງ”.
ການສູນຫາຍ ຂອງ ທ່ານ ສົມບັດ ເກີດຂຶ້ນ ໃນ ວັນທີ 15 ທັນວາ ປີ 2012 ເວລາ ປະມານ 6 ໂມງແລງ ຢູ່ຕໍ່ໜ້າ ປ້ອມ ຕຳຣວດ ໃກ້ກັບ ໂຮງຮຽນ ການຊ່າງ ລາວ-ເຢັຽຣະມັນ ຖະໜົນ ທ່າເດື່ອ ເຂດບ້ານ ວັດນາກ ເມືອງ ສີສັດຕະນາກ ນະຄອນ ຫລວງ ວຽງຈັນ ຈົນ ມາຮອດ ປັດຈຸບັນ ກໍຍັງ ບໍ່ມີ ຮ່ອງຮອຍ, ເຖິງວ່າ ເຈົ້າໜ້າທີ່ ຂອງ ທາງການລາວ ຈະເວົ້າ ວ່າ ກຳລັງ ພຍາຍາມ ສືບຫາ ຕົວ ທ່ານ ສົມບັດ ກໍຕາມ.
ຖແລງການ ດັ່ງກ່າວ ຍັງມີ ຜູ້ສູນຫາຍ ບໍ່ຕ່ຳ ກວ່າ 13 ຄົນ ໃນນັ້ນ ມີບັນດາ ຜູ້ນຳ ຂະບວນ ນັກສຶກສາ ທີ່ ພາກັນ ປະທ້ວງ ໃນ ວັນທີ 26 ຕຸລາ 1999 ຢູ່ ນະຄອນ ຫລວງ ວຽງຈັນ ແລະ ອີກ ຄົນນຶ່ງ ທີ່ ສູນຫາຍ ຢູ່ ແຂວງ ຫຼວງນ້ຳທາ ໃນປີ 2007. ນອກຈາກ ນີ້ ຍັງມີອີກ 9 ຄົນ ທີ່ ຖືກ ເຈົ້າໜ້າທີ່ ທາງການ ລາວ ຈັບຕົວ ໃນ ເດືອນ ພຶສຈິກາ 2009 ທີ່ ຈະ ທຳການ ປະທ້ວງ ແບບ ສັນຕິ ຢູ່ ນະຄອນ ຫລວງ ວຽງຈັນ.