ສາກົນໃຫ້ຄວາມເຫັນ ເຣື້ອງ ຊາວບ້ານ ເສັຽຊີວິດໃນຄຸກ

ສິດນີ
2019.05.22
f-phil robertson ທ່ານ ຟີລ ໂຣເບີຣ໌​ທເຊິ໊ນ (Phil Robertson), ຮອງຜູ້ອຳນວຍການອົງການສິດທິມະນຸດ (Human Rights Watch) ປະຈຳພາກພື້ນເອເຊັຽຕາວັນອອກ
RFA

ອົງການ ປົກປ້ອງສິດທິມະນຸດ ສາກົນ ແລະ ປະຈຳຂົງເຂດ ໄດ້ໃຫ້ຄວາມເຫັນ ກ່ຽວກັບ ການເສັຽຊີວິດ ຂອງ ຊາວບ້ານ 1 ຄົນ ທີ່ ບ້ານດ່ານໃຫຍ່ ແຂວງສາລະວັນ ຫລັງຈາກຖືກຄຸກມາເປັນເວລາ 8 ປີ ຍ້ອນບັນຫາຂໍ້ຂັດແຍ່ງ ທາງດ້ານທີີ່ດິນກັບ ບໍຣິສັດວຽດນາມ. ຍານາງ ວະນິດາ ເທພສຸວັນ ປະທານຂະບວນການລາວ ເພື່ອ ສິດທິມະນຸດ ທີ່ມີສູນກາງຢູ່ ປະເທດຝຣັ່ງເສດ ເວົ້າວ່າ:

"ຂະບວນການເພື່ອສິດທິມະນຸດ ເສັຽໃຈຫຼາຍ ທີ່ຮູ້ຂ່າວການເສັຽຊີວິດ ຂອງທ່ານ ສີພອງ ໃນຂນະທີ່ຣັຖບານ ສປປລາວ ໄດ້ອອກປະກາດ ວ່າຈະແກ້ໄຂບັນຫາທີີ່ດິນນັ້ນ, ເຈົ້າຫນ້າທີ່ລາວຊ້ຳພັດ ຍັງສືບຕໍ່ນາບຂູ່ ປາບປາມແລະກັກຂັງບຸກຄົນ ທີ່ຄັດຄ້ານຕໍ່ການຍຶດທີ່ດິນຢູ່, ກັກຂັງ ຂະເຈົ້າແບບທໍຣະມານ ແບບບໍ່ໃຫ້ການປີ່ນປົວ ຂັງແບບປ່ອຍໃຫ້ຕາຍ ຣັຖບານຕ້ອງສືບສວນກ່ຽວກັບເຣື້ອງນີ້ຢ່າງຖືກຕ້ອງ ແລະແຈ້ງຂາວ ເຖິງສາເຫດແທ້ຈິງ ຂອງການເສັຽຊີວິດໃນຄຸກ ຂອງ ທ່ານສີພອງ ພ້ອມທັງໃຫ້ຄ່າຊົດເຊີຍ ແກ່ຄອບຄົວ ຂອງທ່ານ.

ໃນຂນະດຽວກັນ ທ່ານ Phil Robertson ຜູ້ອຳນວຍການອົງການ ສິ້ງຊອມດ້ານສິດທິມະນຸດ ປະຈຳຂົງເຂດເອເຊັຽ ແລະ ປາຊິຟິກ ໃຫ້ ສຳພາດຕໍ່ເອເຊັຽເສຣີວ່າ:

“ຄຸກຢູ່ລາວ ມີການຣະເມີດສິດທິ ແລະບໍ່ໃສ່ໃຈເຣື້ອງຄວາມເປັນຢູ່ຂອງນັກໂທດ ສະເພາະນັກໂທດການເມືອງ ບໍ່ແມ່ນເຣື້ອງເວົ້າຫລິ້ນ ສະພາບ ໃນຄຸກໃນລາວ ແມ່ນຂີ້ຮ້າຍທີ່ສຸດ ໃນປະເທດອາຊຽນ, ສ່ວນວ່າ ກໍຣະນີ ຊາວບ້ານເສັຽຊີວິດ ໃນຄຸກຍ້ອນຂະເຈົ້າຮຽກຮ້ອງ ສິດທິທາງດ້ານທີ່ດິນ ຢູ່ແຊວງສາຣະວັນນັ້ນ ສະແດງໃຫ້ເຫັນຖິງ ການທີ່ຣັຖບານລາວ ໄດ້ປະຕິບັດແນວໃດ ຕໍ່ຂະເຈົ້າ ແລະເຣື້ອງນີ້ ຕ້ອງມີໜ່ວຍງານອິສຣະ ເຂົ້າໄປກວດສອບ ແລະຕ້ອງຣາຍງານຜົລຂອງການກວດສອບໃຫ້ ປະຊາຊົນຮູ້ ເພື່ອເອົາຜູ້ທີ່ມີສ່ວນກ່ຽວຂ້ອງ ມາຮັບຜິດຊອບກ່ຽວກັບ ເຣື້ອງທີ່ເກີດຂຶ້ນ.”

ເຫດການ ການຈັບກຸ່ມ ປະຊາຊົນຜູ້ທີ່ຖືກຍຶດທີ່ດິນ ທີ່ບ້ານດ່ານໃຫຍ່ ແຂວງສາລະວັນ ເກີດຂຶ້ນໃນປີ 2011 ແລະ ທ້າວ ສີພອງ ເສັຽຊີວິດໃນຄຸກ ໃນເດືອນເມສາ ຜ່ານມາ ເຈົ້າຫນ້າທີ່ລາວເວົ້າວ່າ  ທ້າວ ສີພອງ ເສັຽຊີວິດຍ້ອນໂຣຄຂອງຜູ້ກ່ຽວເອງ ແຕ່ຊາວບ້ານ ເວົ້າວ່າ ລາວເສັຽຊີວິດ ຍ້ອນຖືກທໍຣະມານ ໃນຄຸກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 29, 2020 07:29 PM

ໃນລາວຍາກທີ່ຈະມີຄວາມເປັນທຳຕໍປະຊາຊົນ ສ່ວນຫລາຍພະນັກງານແມ່ນແລ່ນແຕ່ຜົນປະໂຫຍດເປັນຫຼັກ ດີແທ້ຄວນມີມາດຕະການໃນການເສັງເຂົ້າລັດຖະກອນຢ່າງຈິງຈັງ ເພື່ອຕ້ານແນວຄິດຊື້ຈ້າງເຂົ້າລັດ ເມື່ອເຂົ້າແລ້ວກໍ່ສວຍໂອກາດສໍ້ລາດບັງຫລວງເອົາເງິນຈາກພາສີອາກອນຂອງປະຊາຊົນທີ່ມາລວມກັນ