ສິທທິມະນຸສໃນລາວ ບໍ່ ຄືບໜ້າ

ໂພໄຊສວັດ
2017.07.17
f-elaine ຜູ້ອຳນວຍການ ອົງການສິ້ງຊອມ ສິທທິມະນຸສ ອອສເຕຣເລັຽ ຍານາງ Elaine Pearson
RFA/PX

ອົງການສິ້ງຊອມ ສິທທິມະນຸສ ໄດ້ສົ່ງເອກສາຣ ເຖິງຣັຖບານ ອອສເຕຣເລັຽ ມີເນື້ອໃນໃຈຄວາມວ່າ: ເຈົ້າໜ້າທີ່ ທາງການ ອອສເຕຣເລັຽ ຄວນກົດດັນ ທາງການລາວ ໃຫ້ນັບຖື ປະຕິບັດ ດ້ານສິທທິມະນຸສ ໃຫ້ຫຼາຍຂຶ້ນ ໃນກອງປະຊຸມ ກວດສອບ ທົບທວນ ຄັ້ງທີ 5 ຂອງ ອອສເຕຣເລັຽ ກ່ຽວກັບ ສະພາບການ ສິທທິມະນຸສ ໃນລາວ ຊຶ່ງມີກຳນົດ ຈັດຂຶ້ນ ຢູ່ ນະຄອນຫລວງ ວຽງຈັນ ລະວ່າງ ວັນທີ 18-19 ກໍຣະກະດາ ນີ້ ແລະຈຸດໃຫຍ່ໃຈຄວາມ ທີ່ຍັງມີຄວາມ ໜ້າເປັນຫ່ວງ ວິຕົກກັງວົນ ກໍແມ່ນກ່ຽວກັບ ສິທທິ ໃນການປາກເວົ້າ ອອກຄວາມ ຄຶດຄວາມເຫັນ, ໃນການຈັດຕັ້ງ ສະມາຄົມ ການຊຸມນຸມ, ເປັນຫ່ວງ ວິຕົກກັງວົນ ໃນການທີ່ຍັງມີ ຄົນຖືກບັງຄັບ ໃຫ້ຫາຍສາບສູນ, ຍັງມີ ການລ່ວງລະເມີດ ໃນສູນ ກັກຂັງ ຂອງຜູ້ກະທຳ ຄວາມຜິດ ກ່ຽວກັບ ຢາເສບຕິດ ແລະ ຍັງມີການ ນາບຂູ່ ປາບປາມ ຊຸມຊົນກຸ່ມນ້ອຍ ທີ່ນັບຖື ປະຕິບັດ ສາສນາຕ່າງໆ ອີກດ້ວຍ. ຜູ້ອຳນວຍການ ອົງການ ສິ້ງຊອມ ສິທທິມະນຸສ ອອສເຕຣເລັຽ ຍານາງ Elaine Pearson ກ່າວກ່ຽວກັບ ເຣື່ອງນີ້ວ່າ:

“ທາງການລາວກຳຫຼາບປາບປາມ ນັກການເມືອງ ທີ່ບໍ່ເຫັນດີເຫັນພ້ອມ ກັບຝ່າຍຣັຖບານ ແລະບໍ່ມີຄວາມ ຮັບຜິດຊອບກ່ຽວກັບ ການລ່ວງ ລະເມີດ ຂອງເຈົ້າໜ້າທີ່ທາງການ ກໍເປັນການລ່ວງລະເມີດ ສິທທິມະນຸສໂດຍກົງ ແລະເນື່ອງຈາກວ່າ ອອສເຕຣເລັຽ ເປັນນຶ່ງ ໃນຈຳນວນ ຮຸ້ນສ່ວນໃຫຍ່ ເພື່ອການພັທນາ ໃນລາວ ອອສເຕຣເລັຽ ຈຶ່ງສາມາດ ແລະ ຄວນກົດດັນ ໃຫ້ລາວ ນັບຖືປະຕິບັດ ພື້ນຖານດ້ານ ສິທທິ ມະນຸສນີ້ຫຼາຍຂຶ້ນ”.

ຍານາງ Pearson ບອກກັບ ອົງການຂ່າວ RFA ຢູ່ ນະຄອນ Sydney ຕໍ່ໄປວ່າ:

“ຫລັງຈາກການປະຊຸມ ອອສເຕຣເລັຽ ຄວນອອກຖແລງການ ເພື່ອໃຫ້ຊຸມຊົນລາວ ແລະ ຊຸມຊົນໂລກ ຮູ້ວ່າສະພາບການ ສິທທິມະນຸສ ໃນລາວ ຍັງໜ້າເປັນຫ່ວງ, ແລະກອງ -ປະຊຸມ ເປັນໂອກາດ ເພື່ອເປີດໂປງ ບັນຫາການລະເມີດ ສິທທິມະນຸສ ແລະ ກົດດັນບັງຄັບໃຫ້ ທາງການລາວ ນັບຖືປະຕິບັດ ພື້ນຖານ ດ້ານສິທທິມະນຸສ ບໍ່ແມ່ນເປັນພຽງ ກອງປະຊຸມ ເພື່ອ  ປຶກສາສົນທະນາ ກ່ຽວກັບ ການລະເມີດ ສິທທິມະນຸສ ເທົ່ານັ້ນ”

ຫລັງຈາກກອງປະຊຸມ RFA ຈະຂໍເຂົ້າພົບ ເຈົ້າໜ້າທີ່ທາງການ ອອສເຕຣເລັຽ ເພື່ອຫາຄຳຕອບ ກ່ຽວກັບຄວາມຄືບໜ້າ ຂອງ ສະພາບ ສິທທິມະນຸສ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.