ສານລາວຈະຕັດສິນອະດີດ ທະຫານ ລາວມົ້ງ
2014.09.12
ທ່ານ Phil Robertson ຮອງ ຫົວໜ້າ ອົງກນ Human Right Watch ປະຈໍາ ພາກພື້ນ ເອເຊັຽ ກ່າວວ່າ ພາຍຫລັງ ທີ່ ທາງການໄທ ໄດ້ສົ່ງຕົວ ທ່ານ ມົວຕົວເທີ ອະດິດ ນາຍ ທະຫານ ເຜົ່ງມົ້ງລາວ ຄຶນໃຫ້ ທາງການລາວ ແລ້ວນັ້ນ ຮອດ ປັຈຈຸບັນ ທ່ານ ມົວຕົວເທີ ກໍຍັງ ຖຶກ ຄຸມຂັງ ຢູ່ໃນຄຸກ ເພື່ອລໍຖ້າ ຂື້ນສານ ອີກເທື່ອນື່ງ ຊື່ງ ທາງ ອົງການ ສິດທິມະນຸດ ບໍ່ໝັ້ນໃຈວ່າ ເມື່ອເຖີງ ມື້ຕັດສິນ ແລ້ວ ສານລາວ ຈະໃຫ້ ຄວາມ ຍຸຕິທັມ ແກ່ ທ່ານ ມົວຕົວເທີ ບໍ? ທ່ານວ່າ:
“ຖ້າເຂົາເຈົ້າ ຂື້ນສານ ເຮົາ ບໍ່ໝັ້ນໃຈ ສານ ຊິໃຫ້ ຄວາມ ເປັນທັມ ແກ່ ເຂົາ ເພາະວ່າ ທຸກຄົນ ຮູ້ວ່າເຂົາມີ ລັກສນະ ເປັນສະຕຣູ ຂອງ ຣັຖບານ ລາວ ແລະ ໄດ້ ຕິດຕາມ ຫາເຂົາເຈົ້າ ດົນນານ ແລ້ວ ເປັນຫ່ວງວ່າ ເພີ່ນ ຈະລໍາອຽງ”.
ທ່ານກ່າວ ຕໍ່ໄປວ່າ ສີ່ງນື່ງ ທີ່ ເປັນຫ່ວງ ຕໍ່ ຊະຕາກັມ ຂອງ ທ່ານ ມົວຕົວເທີ ກໍຄືໃນ ຣະຫວ່າງ ທີ່ ຖືກຂັງຄຸກ ຢູ່ນັ້ນ ທ່ານອາດ ຖືກ ທໍຣະມານ ຫຼື ທໍາຮ້າຍ ຮ່າງກາຍ ເພາະ ທ່ານ ມົວຕົວເທີ ເປັນຜູ້ນື່ງ ທີ່ ທາງການລາວ ໝາຍຈັບ ມາຕລອດ. ດັ່ງນັ້ນ ເຈົ້າໜ້າທີ່ ບາງຄົນ ອາດເກີດ ຄວາມແຄ້ນ ສ່ວນຕົວ ກັບ ທ່ານ ແຕ່ເຊື່ອວ່າ ທາງການ ລາວ ຈະ ປະຕິບັດ ຢ່າງເປັນທັມ ຕໍ່ທ່ານ ມົວຕົວເທີ ເຊັ່ນດຽວ ກັນກັບ ນັກໂທດ ການເມືອງ ຄົນອື່ນໆ ແລະ ຫວັງວ່າ ລົງທ້າຍ ສານ ຈະຕັດສິນ ລົງໂທດ ຜູ້ກ່ຽວ ຢ່າງ ເປັນທັມ.
ທ່ານ ມົວຕົວເທີ ອະດິດ ນາຍ ທະຫານ ເຜົ່າມົ້ງລາວ ຊື່ງຖືກ ທາງການລາວ ຕິດຕາມ ມາຕລອດ ໂດຍໃຫ້ ເຫດຜົນວ່າ ທ່ານ ມົວຕົວເທີ ເປັນຜູ້ນໍາ ຊາວ ເຜົ່າມົ້ງ ຕິດອາວຸດ ຕໍ່ຕ້ານ ຣັຖບານ ລາວ ມາໄດ້ ຫລາຍສິບປີ ຈົນເຖີງ ປີ 2013 ທາງການໄທ ຈີ່ງໄດ້ສົ່ງ ຕົວທ່ານຄືນ ໃຫ້ ຣັຖບານ ລາວ ໃນຖານະ ຊາວຕ່າງດ້າວ ລັກລອບ ເຂົ້າເມືອງ ແບບ ຜິດກົດໝາຍ ຊື່ງ ເຮັດໃຫ້ ຫຼາຍ ອົງການ ດ້ານ ສິດທິມະນຸດ ໃນທົ່ວໂລກ ບໍ່ເຫັນພ້ອມ ກັບການ ສົ່ງຕົວ ທ່ານ ມົວຕົວເທີ ໃຫ້ ຣັຖບານ ລາວ.