ຊາວມົ້ງລາວຢູ່ບ້ານໂພນຄໍາ

ບ້ານໂພນຄຳ ນຶ່ງໃນຈຳນວນ ບ້ານພັທນາ ທີ່ທາງການ ສປປລາວ ໄດ້ສ້າງຕັ້ງຂຶ້ນ ເພື່ອຮອງຮັບ ຊາວລາວເຜົ່າມົ້ງ ຫລາຍພັນຄົນ
ບ້ານໂພນຄຳ ນຶ່ງໃນຈຳນວນ ບ້ານພັທນາ ທີ່ທາງການ ສປປລາວ ໄດ້ສ້າງຕັ້ງຂຶ້ນ ເພື່ອຮອງຮັບ ຊາວລາວເຜົ່າມົ້ງ ຫລາຍພັນຄົນ (RFA)

0:00 / 0:00

ຊາວມົ້ງລາວ ທີ່ຖືກ ສົ່ງກັບຄືນ ປະເທດ ຈາກ ສູນ ອົພຍົບ ບ້ານ ຫ້ວຍນໍ້າຂາວ ແຂວງ ເພັດຊະບູນ ປະເທດ ໄທ ເມື່ອປີ 2009 ແລະ ໄດ້ໄປ ຕັ້ງ ຖິ່ນຖານ ຢູ່ ບ້ານໂພນຄໍາ ເມືອງ ບໍຣິຄັນ ແຂວງ ບໍຣິຄໍາໄຊ, ປັດຈຸບັນ ມີຊີວິດ ການເປັນຢູ່ ແບບ ປົກກະຕິ ແລະ ສາມາດ ເດີນທາງ ໄປມາ ຫາສູ່ ໄປຫາຢູ່ ຫາກິນ ບ່ອນໃດ ກໍໄດ້ ພາຍໃນ ປະເທດ, ຕາມທີ່ ຊາວເມືອງ ບໍຣິຄັນ ຄົນນຶ່ງ ທີ່ ຂໍສງວນ ຊື່ ໄດ້ບອກ ກັບ ເອເຊັຽ ເສຣີ ເມື່ອ ວັນພຸດ ທີ 30 ເມສານີ້:

"ຊີວິດ ການເປັນຢູ່ ຂອງ ເຂົາເຈົ້າ ຖືວ່າດີ ກວ່າຢູ່ ປະເທດໄທ ຫລາຍເທົ່າ ຫັ້ນແຫລະ ດຽວນີ້ ເຂົາມີ ອິສຣະ ຢາກ ໄປເໜືອ ໄປໃຕ້ ໄປຫາເງິນ ຫາຄໍາ ກ່າໄປໄດ້ ສະດວກ ຕາມ ສະບາຍ ໃຈ ຂອງ ເຂົາເຈົ້າ ຫັ້ນ. ເຂົາເຈົ້າ ລະມີຢູ່ ມີກິນ ທຽບໃສ່ ໄທ ລື່ນ ຫລາຍເທົ້າ. ດຽວນີ້ ເຂົາເປັນເຈົ້າ ຕົນເອງ ແລ້ວ ມີເຮືອນ ມີຊານ ມີ ລົດ ໄຖນາ ມີລົດຂີ່ ເປັນຂອງ ຕົນເອງ ເຂົາ ບໍໄດ້ຍາກ. ລູກ ເຂົາເຈົ້າ ໃຫ່ຽມາ ກ່າໄດ້ຮຽນ ໜັງສື ແລ້ວ".

ທ່ານວ່າ ຢູ່ໃນບ້ານໂພນຄໍາ ນີ້ ມີ ປະມານ 500 ກວ່າ ຄອບຄົວ, ມີໂຮງຮຽນ ປະຖົມ ແລະ ມັທະຍົມ, ມີໂຮງໝໍ, ມີ ສຸຂສາລາ, ມີການ ຈັດຕັ້ງ ແລະ ເປັນນາຍ ບັນຊາ ຂອງ ເຂົາເຈົ້າ ເອງ. ເມື່ອເຮົາ ຖາມວ່າ ແຕ່ກ່ອນ ເພິ່ນຫ້າມ ບໍ່ໃຫ້ຄົນ ນອກເຂົ້າໄປ ແລະ ບໍ່ໃຫ້ ຊາວມົ້ງ ທີ່ໄປຕັ້ງ ຖິ່ນຖານໃໝ່ ນັ້ນ ອອກຈາກ ບ້ານໄປ ແລ້ວດຽວນີ້ເດ ເປັນຈັ່ງໃດ? ທ່ານ ກໍຕອບວ່າ ໂອຍ! ພີ່ນ້ອງ ຊາວ ອະເມຣິກັນ ຢາກ ມາຢາມ ມາເບິ່ງ ກໍມາໂລດ
ແລະວ່າ ດຽວນີ້ ຊາວ ຕ່າງປະເທດ ເຂົາເຈົ້າ ຂີ່ຣົດຖີບ ເຂົ້າໄປຫລີ້ນ ຢູ່ໃນບ້ານ ນັ້ນ ເລື້ອຍໆ, ທ່ານ ຢາກມາ ກໍມາໂລດ ວ່າຊັ້ນ.

ຊາວມົ້ງ ທີ່ຖືກ ທາງກາານໄທ ສົ່ງກັບຄືນ ເມືອລາວ ເມື່ອປີ 2009 ນັ້ນ ມີປະມານ 4,000 ຄົນ.ຈໍານວນນຶ່ງ ຖືກສົ່ງໄປ ຢູ່ບ້ານ ຜາຫລັກ ບ້ານ ພັທນາ ຊາວມົ້ງ ຊຶ່ງຕັ້ງຢູ່ ທາງທິດໃຕ້ ຂອງ ເມືອງ ກາສີ, ຈໍານວນນຶ່ງ ຍາຕພີ່ນ້ອງ ຮັບເອົາ ກັບຄືນ ບ້ານເດີມ.