ພໍ້ເຮລິກອບເຕີ້ຂອງກອງທັບ ແລ້ວ
2015.07.30

ທາງການ ລາວ ສາມາດ ເຂົ້າເຖິງຈຸດ ທີ່ ເຮືອບິນ ເຮລິກອບເຕີ້ ກອງທັບ ຕົກ ໄດ້ແລ້ວ, ແລະ ກໍ ກໍາລັງ ລໍາລຽງ ນໍາເອົາ ສົບ ຜູ້ ເສັຽຊີວິດ 23 ຄົນ ມາ ນະຄອນ ຫຼວງວຽງຈັນ.
ເຫດການ ເຮືອບິນ ເຮລິກອບເຕີ້ MI-17 ຂອງ ກອງທັບ ປະຊາຊົນ ປະຕິວັດ ລາວ, ທີ່ ປະສົບ ອຸບັດຕິເຫດ ຢູ່ເຂດ ເມືອງ ລ່ອງແຈ້ງ ແຂວງ ໄຊສົມບູນ ໃນ ວັນທີ 27 ກໍຣະກະດາ, ຊຶ່ງ ມີ ຜູ້ໂດຍສານ 19 ຄົນ, ແລະ ຈຸ ນັກບິນ 4 ຄົນ iວມ ທັງໝົດ 23 ຄົນ.
ຂ່າວ ຫລ້າສຸດ ໃນ ວັນທີ 30 ກໍຣະກະດາ ເວລາ ປະມານ 19 ໂມງ ຕາມເວລາ ທ້ອງຖິ່ນ ໃນລາວ, ເຈົ້າໜ້າທີ່ ຈາກ ກອງບິນ 703 ທະຫານ ອາກາດ ລາວ ໄດ້ ຢືນຢັນວ່າ, ທັງໝົດ 23 ຄົນ ທີ່ ຢູ່ໃນຍົນ ແມ່ນ ເສັຽຊີວິດ ແລ້ວ ໃນຈຸດ ທີ່ ເກີດ ອຸບັດຕິເຫຕ, ຍ້ອນ ສາເຫດ ເຮືອບິນ ໄປ ຕຳພູ ຢູ່ເຂດ ເມືອງ ລ່ອງແຈ້ງ. ດັ່ງ ເຈົ້າໜ້າທີ່ ປະຈຳ ກອງບິນ 703 ທະຫານ ອາກາດ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ຍົນຕົກນີ້ ໄທເຮົາ ໄປເຫັນ ບ່ອນຕົກແລ້ວ, ຖືວ່າ ໜ່ວຍກອບກູ້ ເຮົາ ໄປຮອດແລ້ວ, ແຕ່ວ່າຍົນເຮົາ ທີ່ ໄປກອບກູ້ ນັ້ນ ເຂົ້າບໍ່ໄດ້ ຍ້ອນ ສະພາບ ອາກາດ ມັນບໍ່ດີ. ຖືວ່າ ຕາມຂ່າວ ເບື້ອງຕົ້ນ ກະແມ່ນ ເສັຽຊີວິຕ ໝົດຫັ້ນແຫຼະ ເພາະວ່າ ຍົນໄດ້ ຕໍາ ພູ ເຂດ ບໍຣິເວນ ລ່ອງແຈ້ງ ພາກ ຕາເວັນອອກ ຂອງ ລ່ອງແຈ້ງ".
ມາເຖິງ ປັດຈຸບັນ ເຈົ້າໜ້າທີ່ ໜ່ວຍກູ້ໄພ ຂອງ ກະຊວງ ປ້ອງກັນ ປະເທດ, ສາມາດ ກູ້ເອົາ ສົບ ຂອງ ຜູ້ ເສັຽຊີວິດ ອອກຈາກ ຈຸດ ເກີດເຫດ ໄດ້ ທັງໝົດ ແລ້ວ. ອີງຕາມ ການຢັ້ງຢືນ ຂອງ ເຈົ້າໜ້າທີ່ ປະຈໍາ ກອງບິນ 703.
ເຈົ້າໜ້າທີ່ ຣາຍງານ ອີກວ່າ, ໃນ ເບື້ອງຕົ້ນ ຍາດ ພີ່ນ້ອງ ຂອງຜູ້ ເສັຽຊີວິດ ອາຈນໍາເອົາ ສົບ ກັບເມືອ ຖິ່ນຖານ ຂອງຕົນ ໄດ້ເລີຍ, ຖ້າຫາກ ພິສູດ ຮູ້ວ່າ ສົບ ນັ້ນ ແມ່ນ ຍາດ ພີ່ນ້ອງ ຕົນເອງ ແທ້, ແຕ່ ສົບ ທັງໝົດ ອາຈຈະໄດ້ ນໍາກັບມາ ນະຄອນ ຫຼວງວຽງຈັນ ກ່ອນ, ເພື່ອໃຫ້ ໜ່ວຍ ພິສູດ ສົບ ໄດ້ ທຳການ ພິສູດ ເອກລັກ ບຸກຄົນ ຂອງ ແຕ່ລະ ສົບ ຢ່າງເປັນ ທາງການ ເສັຽກ່ອນ.
ເຮືອບິນ ເຮລິກອບເຕີ້ MI-17 ທີ່ ປະສົບ ອຸບັດຕິເຫດ ໃນຄັ້ງນີ້, ແມ່ນ ໃນຂນະ ທີ່ ບິນ ປະຕິໜ້າທີ່ ນໍາສົ່ງ ຄົນເຈັບ ທີ່ ເປັນນາຍ ທະຫານ ຂັ້ນສູງ ທ່ານນຶ່ງ ກັບເມືອ ແຂວງ ຫົວພັນ.