ທາງການຍັງຫາຄໍາຕອບ ລະເບີດ ແຕກ

ເຈົ້າໜ້າທີ່ ຍັງບໍ່ສາມາດ ລະບຸ ສາເຫດ ທີ່ລະເບີດມື ແຕກ ຢູ່ໂຮງຮຽນ ມັທຍົມ ແຂວງ ອຸດົມໄຊ.

ພາບພາຍໃນຫ້ອງຮຽນ ທີ່ຝຶກສອນ ການໃຊ້ລະເບີດມື rfa/pn

ປັດຈຸບັນນີ້ ເຈົ້າໜ້າທີ່ ຕໍາຣວດ ຍັງບໍ່ສາມາດ ລະບຸໄດ້ວ່າ ອຸປຕິເຫດ ລະເບີດມື ແຕກ ຢູູ່ໂຮງຮຽນ ມັທຍົມ ເມືອງໄຊ ແຂວງ ອຸດົມໄຊ ທີ່ເຮັດໃຫ້ ມີຄົນ ເສັຽຊີວິດ 2 ຄົນ ແລະ ບາດເຈັບສາຫັດ 30 ຄົນ ເມື່ອຕອນເຊົ້າ ຂອງ ວັນທີ 24 ມົກກະຣາ ນີ້ ເປັນຍ້ອນຫຍັງ ຫລືວ່າ ຍ້ອນ ຄວາມຜິດພາດ ຂອງ ຜູ້ຝຶກ ໃນການໃຊ້ ລະເບີດມື ນັ້ນຫຼືບໍ, ດັ່ງ ເຈົ້າໜ້າທີ່ ຕໍາຣວດ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນຕອນນຶ່ງວ່າ:

"ລໍຖ້າຜົນ ຂອງຜູ້ທີ່ໄດ້ຮັບ ບາດເຈັບ ໄຄໆຂຶ້ນນ້ອຍນຶ່ງ ເຈົ້າໜ້າທີ່ ເຮົາຈຶ່ງເກັບກໍາ ຂໍ້ມູນ ໄດ້ວ່າ ເກີດການທົດລອງ ຫລືວ່າ ເກີດຈາກ ຄວາມຜິດພາດ ຂອງ ອາຈານ ຜູ້ສອນ".

ຣາຍງານໃນເບື້ອງຕົ້ນນັ້ນວ່າ ເຫດລະເບີດແຕກ ຄັ້ງນີ້ແມ່ນ ເກີດຂຶ້ນຢູ່ ຫ້ອງຮຽນ ຂອງ ຊັ້ນມັທຍົມ 6 ໂຮງຮຽນ ມັທຍົມ ເມືອງໄຊ ເຮັດໃຫ້ ຄຣູຝຶກ ການໃຊ້ລະເບີດມື ເສັຽຊີວິດ ຄາທີ່ ສ່ວນນັກຮຽນ ອີກ 1 ຄົນ ທີ່ໄດ້ຮັບບາດເຈັບ ສາຫັດນັ້ນ ເສັຽຊີວິດ ຢູ່ ໂຮງໝໍ.

ກ່ອນໜ້ານີ້ ຣາຍງານຂອງ ຂ່າວສານ ປະເທດລາວ ທີ່ ອ້າງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ແລະ ນັກຂ່າວ ທ້ອງຖິ່ນ ໃນມື້ດຽວກັນວ່າ: ໂຮງຮຽນ ມສ ເມືອງໄຊ ແຂວງອຸດົມໄຊ ໄດ້ຈັດການຮຽນ ແລະ ຝຶກວິຊາ ການທະຫານ ຂັ້ນພື້ນຖານ ແຕ່ວັນທີ 23-24 ມົກກະຣາ 2017. ພາຍຫລັງ ຮຽນທິສດີແລ້ວ, ເວລານັ້ນ ຄຣູຝຶກ ໄດ້ສະແດງການ ໃຊ້ລະເບີດມື, ພໍເວລາ ແກະສະຫລັກ ລະເບີດ ຈຶ່ງຮູ້ວ່າ ເປັນ ລະເບີດແທ້ ຄຣູຝຶກ ຈິ່ງກອດ ລະເບີດໄວ້ ແລ້ວມູບ ລົງຟື້ນ ແລ້ວຮ້ອງບອກ ໃຫ້ນັກຮຽນ ແລະ ຄຣູອາຈານ ໝູບລົງກັບພື້ນ ຫລັງຈາກນັ້ນ ລະເບີດ ດັ່ງກ່າວ ກໍແຕກຂຶ້ນ ເຮັດໃຫ້ ຄຣູຝຶກ ເສັຽຊີວິດ ຄາທີ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org