ທ.ສົມບັດໄດ້ຮັບຣາງວັນ ກຽດຕິຄຸນ

ອຸ່ນແກ້ວ ສຸກສະຫວັນ
2015.05.12
F-sombat ທ. ສົມບັດ ສົມພອນ ຕອນໃຫ້ສໍາພາດ ກັບຍານາງ Ore Huiying ເດືອນສິງຫາປີ 2010. Screen captured from "On Greed and Nature" video
Sombath.org

ຄນະ ກັມມະການ ເພື່ອ ສິດທິ ມະນຸດ ທີ່ ມີ ຊື່ວ່າ ຫວັງຈູ ທີ່ ມີ ຫ້ອງການ ຢູ່ ປະເທດ ເກົາຫລີ ໃຕ້ ໄດ້ ມອບ  ຣາງວັນ ກຽດຕິຄຸນ ໃຫ້ ບຸກຄົນ ທີ່ ເຮັດວຽກ ດ້ານ ສິດທິ ມະນຸດ ທີ່ ດີເດັ່ນ ປະຈໍາ ປີ 2015.

ໃນ ນັ້ນ ທ່ານ ສົມບັດ ສົມພອນ ນັກ ພັທນາ ອາວຸໂສ ດີເດັ່ນ ຂອງລາວ ທີ່ ຖືກ ລັກພາຕົວ ໄປ ໃນ ວັນທີ 15 ທັນວາ 2012 ກໍ ເປັນ ຜູ້ນຶ່ງ ທີ່ ຖືກ ຄັດເລືອກ ໃຫ້ ໄດ້ຮັບ ຣາງວັນ ກຽດຕິຄຸນ ໃນ ຄັ້ງນີ້.

ຢູ່ໃນ ຈົດໝາຍ ຂອງ ຄນະ ກັມມະການ ດ້ານ ສິດທິ ມະນຸດ ຂອງ ຫວັງຈູ ໄດ້ ແຈ້ງວ່າ: ທ່ານ ສົມບັດ ສົມພອນ ໄດ້ ໃຊ້ ເວລາ 30 ປີ ເພື່ອ ສົ່ງເສີມ ແລະ ໃຫ້ການ ຝຶກ ອົບຮົມ ແກ່ ໄວໜຸ່ມ ໃນ ດ້ານ ການ ສຶກສາ, ການ ພັທນາ ຊົນນະບົດ ແບບ ຍືນຍົງ.

ແລະ ໃນ ຕອນທ້າຍ ຈົດໝາຍ ຂອງ ຄນະ ກັມມະການ ໄດ້ເວົ້າ ໄວ້ວ່າ ຣາງວັນ ພິເສດ ດັ່ງກ່າວ ນີ້ ຈະ ປະກອບ ສ່ວນ ຍົກສູງ ເຣື້ອງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ແລະ ຊອກຫາ ຕົວ ທ່ານ ແລະ ໃຫ້ ທ່ານ ກັບ ມາຫາ ຄອບຄົວ ຢ່າງ ປອດໄພ. ອົງການ ທີ່ ເຮັດວຽກ ດ້ານ ສິດທິ ມະນຸດ ຫວັງຈູ ຖືກສ້າງຕັ້ງ ຂຶ້ນ ໃນປີ 1994 ຢູ່ ປະເທດ ເກົາຫລີ ໃຕ້ ໂດຍ ມີ ຈຸດປະສົງ ເພື່ອ ເຮັດວຽກ ສົ່ງເສີມ ສິດທິ ມະນຸດ ແລະ ການສ້າງ ສັນຕິພາບ ໃນ ທົ່ວໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.