ມາຟັງນໍາກັນ 10/10/21
ຣັຖບານລາວ ຢືນຢັນວ່າ ໂຄງການຣົດໄຟ ລາວ-ຈີນ ເປີດຢ່າງເປັນທາງການ ໃນເດືອນທັນວາ ເຖິງແມ່ນວ່າ ຈະປະເຊີນກັບ ການຣະບາດ ຂອງໂຄວິດ-19 ແລະ ເສຖກິຈ ທົດຖອຍ ແຕ່ໂຄງການນີ້ ຍັງດຳເນີນ ຕາມແຜນການ ທີ່ວາງໄວ້.
-
ໄມຊູລີ ແລະ ໄຊຍາ
2021-10-11 -
-
-
Your browser doesn’t support HTML5 audio
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ຂໍຕ້ອນຮັບ ເຂົ້າສູ່ ຣາຍການ “ມາຟັງນໍາກັນ”. ທຸກທ້າຍ ສັປດາພວກເຮົາ ມາພົບກັບ ເຫດການເດັ່ນ ໃນຮອບສັປດາ. ຫົວຂໍ້ ໃນຣາຍການ ສຳລັບມື້ນີ້ ຖືວ່າ ເປັນຂ່າວ ທີ່ໜ້າສົນໃຈ. ຣັຖບານລາວ ຢືນຢັນ ຣົດໄຟ ລາວ-ຈີນ ເປີດ ຢ່າງເປັນທາງການ ໃນເດືອນທັນວາ ປີນີ້. ເຖິງແມ່ນວ່າ ໃນລາວ ຍັງປະເຊີນກັບ ວິກິດ ໂຄວິດ-19 ແລະ ເສຖກິຈ ຖົດຖອຍ ແຕ່ຣັຖບານລາວ ກໍອອກມາ ປະກາດ ແຈ້ງລາວວ່າ ວັນທີ 02 ທັນວາ ປີ 2021 ນີ້ ເປັນມື້ເປີດ ໂຄງການ ທາງຣົດໄຟ ລາວ-ຈີນ ຢ່າງເປັນທາງການ. ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ. ສະບາຍດີ ໄຊຍາ.
ໄຊຍາ: ສະບາຍດີ. ສຳລັບ ປະເດັນ ໃນມື້ນີ້ ພວກເຮົາ ຈະລົມກັນເຖິງ ເຣື່ອງໂຄງການ ທາງຣົດໄຟ ລາວ-ຈີນ. ຫົວຂໍ້ ໃນມື້ນີ້ ພວກເຮົາ ໄດ້ຮິບໂຮມ ຈາກການນຳສເນີຂໍສື່ ພາຍໃນປະເທດ ທີ່ໄດ້ຣາຍງານໃນສັປດານີ້. ໂດຍຣັຖບານລາວ ປະກາດວ່າ ຈະເປີດ ໂຄງການ ທາງຣົດໄຟ ລາວ-ຈີນ ຢ່າງເປັນທາງການໃນເດືອນທັນວາ ປີນີ້. ສຳລັບ ປະເດັນນີ້ ເປັນປະເດັນ ທີ່ປະຊາຊົນ ໃຫ້ຄວາມສົນໃຈຫຼາຍ ເພາະມັນຊີ້ບອກໄດ້ 2 ປະເດັນວ່າ ມັນໃຫ້ປໂຍດ ຫຼື ເສັຽປໂຍດ ສຳລັບໂຄງການນີ້. ເພາະໃນທ່າມກາງ ສະພາບການ ທັງເສຖກິຈ ທົດຖອຍ, ບັນຫາໜີ້ສີນ ທີ່ລາວຕ້ອງສຳລະ, ການຣະບາດ ໂຄວິດ-19 ທີ່ເບິ່ງຄືວ່າ ຍັງບໍ່ມີກຳນົດວ່າ ເມື່ອໃດ ຈະຄວບຄຸມໄດ້ ທັງພາຍໃນປະເທດ ແລະ ກໍປະເທດໃກ້ຄຽງ.
ສຳລັບ ປະເດັນ ທີ່ພວກເຮົາ ຈະເຈາະເລິກ ຣາຍງານ ກໍຄືເວົ້າເຖິງ ຜົລກະທົບ ຂອງໂຄວິດ-19 ແລະ ໂຕເລກ ການຂຍາຍໂຕ ຂອງເສຖກິຈ ໃນລາວວ່າ ເປັນແນວໃດ. ເພາະວ່າ ສື່ສາກົລ ຫຼາຍສື່ ກໍໄດ້ອອກມາຣາຍງານວ່າ ໂຄງການໃຫຍ່ໆ ຫຼາຍໂຄງການ ທີ່ຈີນ ມາລົງທຶນ ມັນຄຸ້ມຄ່າບໍ່ ເພາະເປັນ ໂຄງການ ຍຸທສາດ ບໍ່ວ່າ ຈະເປັນເຂດ ເສຖກິຈພິເສດ, ໄຟຟ້າ, ບໍ່ແຮ່, ກະສິກັມ, ຄົມມະນາຄົມ ເປັນຕົ້ນ ໂດຍຢ້ານວ່າ ລາວຕິດກັບດັກໜີ້ ຂອງຈີນ. ຣາຍລະອຽດແນວໃດ ມາຕິດຕາມ ໃນຣາຍການ.
ທ່ານຜູ້ຟັງ ທ່ານໃດ ມີຈຸດປະສົງ ເຂົ້າຮ່ວມ ໃນຣາຍການ ຫຼື ຕ້ອງການ ໃຫ້ເຮົາ ອອກຂ່າວຊ່ອຍ ກະຣຸນາ ສົ່ງເຣື່ອງ ແລະ ເບີໂທຣະສັບ ຂອງທ່ານ ລົງໃສ່ ອິນບອກ ຂອງອາຣ໌ ເອຟ ເອ ແລ້ວພວກເຮົາ ຈະໂທຫາ ເພື່ອເອົາຂໍ້ມູນ ທີ່ຖືກຕ້ອງ ມາຣາຍງານ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)