ເຫດຜົລທີ່ຍ້າຍ ເຈົ້າແຂວງ ຊຽງຂວາງ: ເຈົ້າ​ໜ້າ​ທີ່

ໄຊຍາ
2018.02.16
f-xk-moved ພິທີມອບ-ຮັບໜ້າທີ່ ຣະຫວ່າງ ເລຂາພັກແຂວງ-ເຈົ້າແຂວງ ແຂວງຊຽງຂວາງ ຜູ້ເກົ່າ ແລະ ຜູ້ໃໝ່ຈັດຂຶ້ນ ທີ່ຫ້ອງປະຊຸມ ຫ້ອງການ ປົກຄອງແຂວງຊຽງຂວາງ ໃນວັນທີ 15/02/2018
ຮູບພາບ ຈາກ ໜັງສືພີມ ເສດຖະກິດ-ສັງຄົມ

ເຈົ້າໜ້າທີ່ ອົງການກວດກາ ຣັຖບານ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 16 ກຸມພາ ນີ້ວ່າ ສາເຫດທີ່ ທ່ານ ສົມກົດ ມັງໜໍ່ເມກ ເຊີ່ງເປັນເຈົ້າແຂວງ ແຂວງຊຽງຂວາງ  ຖືກໂຍກຍ້າຍ ເພາະທ່ານ ໄດ້ລັກເຊັນ ອະນຸມັດ ໃຫ້ບໍຣິສັດ ເອກຊົນ ແຫ່ງນຶ່ງ ນໍາຣົດຂົນໄມ້ 40 ຄັນ ແລະ ຈໍານວນນຶ່ງ ເປັນໄມ້ 13 ພັນແມັດກ້ອນ ກຽມຈະຂົນຍ້າຍ ອອກໄປ ວຽດນາມ ບໍຣິເວນ ດ່ານນາແມວ ແຂວງຊຽງຂວາງ ເມື່ອປີ 2015, ໂດຍບໍ່ໄດ້ ຜ່ານການກວດກາ ແຫ່ງຣັຖ ແລະ ແຈ້ງການໃຫ້ກັບ ຣັຖບານ ໄດ້ຮັບຊາບ.

ຮວມເຖິງ ກໍຣະນີ ຂັດແຍ່ງທີ່ີດິນ ທີ່ເຈົ້າໜ້າທີ່ຕຳຣວດ ແຂວງຊຽງຂວາງ ເອົາຣົດດຸດ ໄປທຸບມ້າງ ພັດ​ຕະຄານ ເມືອງພອນ, ຕັ້ງຢູ່ ບ້ານໂພນສວັນ ເມືອງແປກ ແຂວງຊຽງຂວາງ ໃນເດືອນ ພືສພາ ປີ 2015, ເຊີ່ງເປັນຂໍ້ຂັດແຍ່ງ ຣະຫວ່າງ ຊາວບ້ານ ຜູ້ສັມປະທານ ພັດຕະຄານ ເມືອງພອນ ກັບເຈົ້າໜ້າທີ່ ແຂວງຊຽງຂວາງ ທີ່ຈະເອົາດິນ ຕອນດັ່ງກ່າວ ໄປປຸກຕຶກທະນາຄານກາງ ສາຂາແຂວງພາກເໜືອ, ອີງຕາມ ເຈົ້າໜ້າທີ່ ກວດກາຣັຖບານ ທ່ານນີ້.

ທາງການລາວ ມີຄຳສັ່ງຍ້າຍ ທ່ານ ສົມກົດ ມັງໜໍ່ເມກ, ເຈົ້າແຂວງຊຽງຂວາງ, ໄປປະຕິບັດໜ້າທີ່ໃໝ່ ຢູ່ຫ້ອງວ່າການ ສູນກາງພັກ ນະຄອນຫຼວງວຽງຈັນ ຕາມຄຳສັ່ງ ຂອງກົມການເມືອງສູນກາງພັກ ເລກທີ 02 ວ່າດ້ວຍ ການຍ້າຍພະນັກງານ ການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ຄຳສັ່ງ ຂອງ ນາຍົກຣັຖມົນຕຣີ ເລກທີ 01 ວ່າດ້ວຍ ການຍ້າຍພະນັກງານ ການນໍາ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການ ສູນກາງພັກ.

ການຍ້າຍເຈົ້າແຂວງຊຽງຂວາງ ຖືກຈັດຂຶ້ນ ໃນວັນທີ 15 ກຸມພາ 2018 ທີ່ຫ້ອງປະຊຸມ ຫ້ອງການປົກຄອງແຂວງຊຽງຂວາງ ໂດຍການເປັນປະທານ ຂອງ ທ່ານ ຈັນສີ ໂພສີຄຳ, ພ້ອມກັນນັ້ນ ກໍ່ໄດ້ມີການແຕ່ງຕັ້ງ ໃຫ້ທ່ານ ບຸນຕົ້ນ ຈັນທະພອນ, ຮອງເລຂາພັກແຂວງ ປະທານ ສະ ພາປະຊາຊົນແຂວງ, ເປັນຜູ້ຮັກສາການ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ຄົນໃໝ່ ຢ່າງເປັນທາງການ ນັບແຕ່ ວັນທີ 15 ກຸມພາ ປີ 2018 ນີ້ ເປັນຕົ້ນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.