ລາວ ຮ່າງກົດໝາຍ ທີ່ດິນ ສບັບປັບປຸງໃໝ່

0:00 / 0:00

ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຮ່າງກົດໝາຍ ວ່າດ້ວຍ ທີ່ດິນ ສບັບປັງປຸງໃໝ່ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ບໍ່ມີຊ່ອງຫວ່າງ ໃຫ້ເກີດບັນຫາ ໃນການໃຊ້ທີ່ີດິນ ຮວມເຖິງການຄຸ້ມຄອງ ທີ່ດິນໃຫ້ມີປະສິທິພາບຫຼາຍຂຶ້ນ, ດັ່ງເຈົ້າໜ້າທີ່ ຄຸ້ມຄອງທີ່ດິນ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ມີນາ ນິ້ວ່າ:

"ແມ່ນເພາະວ່າ ເຮົາປັບປຸງກົດໝາຍ ທີ່ດີນຫັ້ນນ່າ ກໍ່ເລີຍ ຊ່ວງນີ້ ເຮົານໍາໃຊ້ກົດໝາຍທີ່ດີນ ປີ 2003 ຢູ່ ແຕ່ຫາກວ່າ ມີການຮອງຮັບ ຈາກ ສະພາ ແລະ ປະກາດໃຊ້ ຈາກຣັຖບານ ຈຶ່ງນຳໃຊ້ໂຕນັ້ນ ເພື່ອລົບລ້າງ ໂຕປີ 2003 ເນາະ."

ປັດຈຸບັນ ສປປລາວ ຍັງປະກາດ ໃຊ້ກົດໝາຍ ວ່າດ້ວຍ ທີ່ດິນ ປີ 2003 ຄື 6 ພາກ 14 ໝວດ 87 ມາດຕຣາ ໂດຍຈະປັບປຸງມາເປັນ 14 ພາກ 32 ໝວດ 183 ມາດຕຣາ ບັນຫາ ກຽ່ວກັບທີ່ດິນ ຍັງເກີດຂໍ້ຫຍຸ້ງຍາກຫຼາຍ ໂດຍສະເພາະທີ່ດິນ ທີ່ປະຊາຊົນ ນໍາໃຊ້ ໃນປັດຈຸບັນ ຖືກນໍາໄປ ສັມປະທານ ສ້າງອາຄານ ສ້າງໂຮງຈັກ-ໂຮງງານ, ຮວມທັງ ທີ່ດິນ ສາທາຣະນະ ທີ່ຖືກເຈົ້າໜ້າທີ່ທ້ອງຖິ່ນ ໃຫ້ສັມປະທານ ແກ່ ບໍຣິສັດ ເອກຊົນ, ດັ່ງກໍຣະນີ ປະຊາຊົນ ຜູ້ທຸກຍາກ 14 ຄົນ ຢູ່ເມືອງ ທ່າແຕງ ແຂວງເຊກອງ ຖືກທາງການລາວ ຈັບຂັງ ເມື່ອປີ 2017 ສາເຫດ ມາຈາກເຣື່ອງທີ່ດິນ ເຊິ່ງຖືກບໍຣິສັດ ຢາງພາຣາ ວຽດນາມ ຍຶດເອົາທີ່ດິນ ເມື່ອປີ 2006 ເຊິ່ງເຮັດໃຫ້ ປະຊາຊົນຜູ້ນຶ່ງ ເສັຽຊີວິດ ລົງ ໃນປີ 2017 ຜ່ານມາ ບັນຫາກຽ່ວກັບ ທີ່ີດິນ ຖືກປະຊາຊົນຮ້ອງຮຽນ ຜ່ານສາຍດວ່ນ 1516 ຂອງ ຣັຖບານ ທັງໝົດ 753 ຄຳຖາມ ເຊຶ່ງຖືເປັນ ບັນຫາ ອັນດັບ 1.

ເຈົ້າໜ້າທີ່ ຄຸ້ມຄອງທີ່ດິນ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ກ່າວຕື່ມວ່າ ພາຍຫຼັງ ທີ່ຣັຖບານລາວ ເຫັນດີ ຈະມີ ການປະຊຸມ ຮ່ວມກັບ ພາກສວ່ນຕ່າງໆ ເພື່ອຂໍຄວາມຄິດຄວາມເຫັນ ທັງນີ້ ເພື່ອບໍ່ໃຫ້ມີ ບັນຫາ ໃນການຈັດສັນ ທີ່ດິນ ໃນອະນາຄົດ ດັ່ງທ່ານ ໄດ້ກ່າວ ຕື່ມວ່າ:

"ພາຍຫຼັງ ຖ້າເຮົາ ປັບປຸງ ຢູ່ໃນຄະນະ ຣັຖບານ ເຮົາຮຽບຮ້ອຍແລ້ວ ເຮົາຊິເປີດກວ້າງ ການທາບທາມ ຮ່າງກົດໝາຍຕື່ມອີກ ເຮົາຈະເຊີນ ບັນດາ ທຸຣະກິດ ເຂົ້າຮ່ວມຕື່ມອີກ ພາກສ່ວນເອກະຊົນ ອີ່ຫຍັງຕື່ມ ເຮົາຈະເປີດກວ້າງໂຕນີ້ ໃຫ້ມີສວ່ນຮ່ວມໃນການ ປະກອບຄວາມຄິດເຫັນ ດຽວນີ້ ເຮົາຍັງຢູ່ໃນພາກຣັຖເຮົາ ເປັນຂໍ້ມູນ ພາກຣັຖ ຢູ່ເນາະ."

ປັດຈຸບັນ ຮ່າງກົດໝາຍ ວ່າດ້ວຍທີ່ດິນ ສບັບປັບປຸງໃໝ່ ທັງໝົດ 183 ມາດຕຣາ ຢູ່ໃນໄລຍະການກະກຽມ ເພື່ອສເນີໃຫ້ ກະຊວງຍຸດຕິທັມ ກວດກາ ຄວາມສອດຄ່ອງ ທາງດ້ານກົດໝາຍ ໃນເດືອນ ເມສາ ກ່ອນທີ່ຈະສເນີ ໃຫ້ ຣັຖບານ ຮັບຮອງ ໃນກອງປະຊຸມ ຣັຖບານ ປະຈຳ ເດືອນ ພຶສພາ ແລະ ນຳສເນີ ຕໍ່ກອງປະຊຸມ ສະພາແຫ່ງຊາດ ສມັຍສາມັນ ຄັ້ງທີ 6 ພິຈາຣະນາ ຮັບຮອງ ໃນປີ 2018 ນີ້.

ທ່ານ ສົມມາດ ພົນເສນາ, ຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ເຂົ້າຮ່ວມ ກອງປະຊຸມຮ່າງກົດໝາຍ ວ່າດ້ວຍທີ່ດິນ ໃນວັນທີ 6-7 ມີນາ 2018 ນີ້, ໄດ້ໃຫ້ຄວາມເຫັນວ່າ ໃນໄລຍະຜ່ານມາ ພັກ ແລະ ຣັຖບານ ໄດ້ມີນະໂຍບາຍ ກົດໝາຍ ແລະ ລະບຽບການຕ່າງໆ ເພື່ອຄຸ້ມຄອງ ກຽ່ວກັບທີ່ດິນ ເພື່ອຮັບປະກັນ ໃຫ້ປະຊາຊົນ ບັນດາເຜົ່າ ມີຄວາມຕື່ນຕົວ ເປັນເຈົ້າຂອງ ທີ່ດິນ.