ກັມມະກອນຮ້ອງທຸກ ບໍ່ໄດ້ ຄ່າແຮງ
2019.02.07

ກັມມະກອນກໍ່ສ້າງ ຄຸກດອນທາດ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ກວ່າ 100 ຄົນ ທີ່ບໍ່ໄດ້ຮັບຄ່າແຮງງານ ພາກັນຮ້ອງທຸກເຖິງຣັຖບານ.
ຄຸກດອນທາດ ເປັນຄຸກໃໝ່ທີ່ຖືກສ້າງຂຶ້ນ ໃນເນື້ອທີ່ 11 ເຮັກຕາ, ຢູ່ເຂດບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ເພື່ອປ່ຽນແທນ ຄຸກຊໍາເຄ້. ບໍຣິສັດກົງລາກໍ່ສ້າງ ເປັນບໍຣິສັດ ທີ່ຮັບຜິດຊອບການກໍ່ສ້າງ, ຍັງບໍ່ໄດ້ຈ່າຍເງິນຄ່າແຮງງານ ໃຫ້ກັມມະກອນປະມານ 3 ຕື້ ກີບ. ກັມມະກອນທ່ານນຶ່ງ ໄດ້ກ່າວ ກ່າວຕໍ່ເອເຊັຍເສຣີ ວ່າ:
"ບັນດາກັມມະກອນທັງໝົດ ບໍ່ໄດ້ເງິນຄ່າແຮງງານເປັນເວລາ 1 ປີແລ້ວ, ແລະ ສະເພາະເງິນຄ່າຈ້າງ ຂອງຂ້ອຍ 4 ລ້ານກີບ ກໍຍັງ ບໍ່ທັນໄດ້ປານນີ້."
ອີງຕາມຂໍ້ມູນຈາກກັມມະກອນ ທ່ານນີ້:
• ໃນປີ 2015, ກະຊວງປ້ອງກັນຄວາມສະຫງົບ ໄດ້ອະນຸມັດໃຫ້ ບໍຣິສັດ ດາລາຈະເລີນ ໄດ້ຮັບສຳປະທານ ກໍ່ສ້າງຄຸກດອນທາດ.
• ໃນປີ 2017 ບໍຣິສັດ ດາລາຈະເລີນ ໄດ້ເຊັນສັນຍາ ມອບໃຫ້ບໍຣິສັດ ລັດທິດາ ຮັບຜິດຊອບ ການກໍ່ສ້າງ.
• ແລະ ບໍຣິສັດ ລັດທິດາ ຈຶ່ງມາເຊັນມອບໂອນໃຫ້ ບໍຣິສັດ ກົງລາ ກໍ່ສ້າງເປັນຜູ້ຮັບ ຜິດຊອບການກໍ່ສ້າງ.
• ແລ້ວ ບໍຣິສັດ ກົງລາ ມາເຊັນສັນຍາຕໍ່ ກັບ ກຳມະກອນກໍ່ສ້າງ.
ກັມມະກອນ ທ່ານນີ້ ກ່າວຕື່ມອີກວ່າ, ເງິນຄ່າຈ້າງກໍ່ສ້າງໄດ້ມີການມອບໂອນໃຫ້ແລ້ວ, ແຕ່ບໍ່ມາເຖິງກັມມະກອນ, ຍ້ອນວ່າມັນມີການເຊັນ ສັນຍາກັນຫລາຍຕໍ່ໃນບັນດາຜູ້ຮັບຜິດຊອບ, ຊຶ່ງບັນດາກັມມະກອນ ໄດ້ຍື່ນຄຳຮ້ອງທຸກ ໃຫ້ອົງການອັຍການ ນະຄອນຫລວງ, ກະຊວງ ປ້ອງກັນຄວາມສະຫງົບ ແລະ ສະພາແຫ່ງຊາດ, ແຕ່ເລື້ອງກໍຍັງມິດຢູ່ ໂດຍ ບໍ່ມີການແກ້ໄຂຫຍັງ.
ຄຸກດອນທາດຕັ້ງຢູ່ເຂດບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງຖືກສ້າງຂຶ້ນ ເພື່ອມາປ່ຽນແທນຄຸກຊຳເຄ້ ຢູ່ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ແລະ ຄຸກຊຳເຄ້ ກໍຈະຖືກສ້າງເປັນ ໂຮງໝໍ 15 ທັນວາ ຫລື ໂຮງໝໍຕຳຣວດ ຊຶ່ງໄດ້ຮັບການ ຊ່ວຍເຫລືອຈາກ ປະເທດເກົາຫລີໃຕ້.
ກ່ຽວກັບເລື້ອງນີ້ ທ່ານ ກົງລາ ວົງສຳພັນ, ຫົວໜ້າບໍຣິສັດ ກົງລາ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 6 ກຸມພາ ວ່າ:
"ເຂົາແກ້ໄຂກັນແລ້ວ ຜູ້ວ່າຈ້າງເຮົາ ຈ່າຍຊ້າມັນກະຊ້າໄປ ຕາມ ກັນປີນີ້ເຊົາເຮັດບໍຣິສັດລະ ໃຫ້ອ້າຍນ້ອງເຂົາໄປຮັບຈ້າງແບບເປັນ ແຮງງານສະບາຍກ່ອນ."
ນອກຈາກນີ້ ເອເຊັຽເສຣີ ຍັງໄດ້ຕິດຕໍ່ຫາ ເຈົ້າໜ້າກທີ່ຕຳຣວດຢູ່ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ເພື່ອຂໍຂໍ້ມູນເພີ້ມເຕີມ, ແຕ່ເຈົ້າໜ້າທີ່ຜູ້ຮັບສາຍບໍ່ສະດວກທີ່ຈະໃຫ້ ຄຳເຫັນໃນເຣື້ອງນີ້.