ມາຟັງນໍາກັນ 08/08/21

ໂຄວິດ-19 ຣະບາດ ຮອບສອງ ໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ເຮັດໃຫ້ ຄົນງານລາວ ລຳບາກ, ຫຼາຍໆຄົນ ຢາກກັບບ້ານ ແຕ່ກໍຖືກກັກ ບໍຣິເວນພາຍໃນ ທັງບໍ່ມີວຽກເຮັດ ມາຫຼາຍເດືອນ, ບໍ່ມີເງິນ, ຄ່າອາຫານ ແລະ ຄ່າເຊົ່າ ໃນເຂດນັ້ນ ກໍແພງ.

ການສົນທະນາ ໃນບັນຫາ ແລະ ຜົລກະທົບຕ່າງໆ ທີ່ເກີດຂຶ້ນ ຢູ່ປະເທດລາວ. RFA

ພອນ ພູມ​ມີ​ທອນ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ຂໍຕ້ອນຮັບ ທ່ານຜູ້ຟັງ ເຂົ້າມາສູ່ ຣາຍການ “ມາຟັງນໍາກັນ”. ສັປດານີ້ ຍັງຕິດຕາມ ເຣື່ອງຂອງການຣະບາດ ເຊື້ອໂຄວິດ-19 ໃນລາວ. ມາເຖິງ ປັຈຈຸບັນ ທັງໃນລາວ ແລະ ປະເທດອ້ອມຂ້າງ ເວົ້າລວມ ກໍຄື ອາຊ້ຽນ ຕ່າງກໍປະເຊີນກັບ ການຣະບາດໜັກ.

ຫົວຂໍ້ ໃນຣາຍການ ຈະມາ ສົນທະນາ ເຖິງກໍຣະນີ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ໂຄວິດ-19 ຣະບາດຮອບ 2, ຄົນງານລາວ ລຳບາກ. ດຳເນີນ ຣາຍການໂດຍ ພອນ ພູມີທອນ ແລະ ໄຊຍາ.

ໄຊ​ຍາ: ສະບາຍດີ ທ່ານ ຜູ້ຟັງ, ກ່ອນອື່ນ ພວກເຮົາ ກໍຂໍຂອບໃຈ ທ່ານຜູ້ຟັງ ທີ່ໄດ້ມີ ສ່ວນຮ່ວມກັບ ຣາຍການ ຂອງພວກເຮົາ ໂດຍເປີດໂອກາດ ໃຫ້ພວກເຮົາ ໄດ້ສັມພາດ ເພື່ອເຮັດໃຫ້ການ ຣາຍງານຂ່າວ ຂອງພວກເຮົາ ມີມູນຄວາມຈິງ. ທ່ານໃດ ທີ່ຕ້ອງການ ເຂົ້າຮ່ວມ ໃນຣາຍການ ຂອງພວກເຮົາ ກະຣຸນາ ສົ່ງເບີ ໂທຣະສັບ ໃສ່ອິນບອກສ໌ ເພຈ  RFA Lao, ແລ້ວພວກເຮົາ ຈະຕິດຕໍ່ ໄປ​ຫາ​ທ່ານ. ສັປດານີ້ ມາຕິດຕາມ ເຣື່ອງຂອງຄົນງານລາວ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ລຳບາກຫຼາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org