ມາຟັງນໍາກັນ 09/26/21

ໄມຊູລີ ແລະ ໄຊ​ຍາ
2021.09.27
ມາຟັງນໍາກັນ 09/26/21 ການສົນທະນາ ໃນບັນຫາ ແລະ ຜົລກະທົບຕ່າງໆ ທີ່ເກີດຂຶ້ນ ຢູ່ປະເທດລາວ.
Photo: RFA

ໄມ​ໂຊ​ລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຍີນດີ ຂໍຕ້ອນຮັບ ສູ່ຣາຍການ ມາຟັງນໍາກັນ ສັປດານີ້ ພວກເຮົາ ມາຕິດຕາມ ສະຖານະການ ຜົລກະທົບ ຂອງເຊື້ອ ໂຄວິດ-19 ຕໍ່ຂແນງ ການຕັດຫຍິບ ສົ່ງອອກລາວ.

ຄືດັ່ງທີ່ ທ່ານຮູ້ຂ່າວ, ໂຮງງານຕັດຫຍິບ ອາລປີ ລາວ ກັມມະກອນ ໃນໂຮງງານ ຕິດເຊື້ອ ໂຄວິດ-19 ເປັນຈຳນວນຫຼາຍ. ເຊິ່ງເປັນ ສາເຫດເຮັດໃຫ້ ຄະນະສະເພາະກິຈ ນະຄອນຫຼວງວຽງຈັນ ສເນີ ລ໊ອກດາວ ນະຄອນຫຼວງວຽງຈັນ ເພື່ອຄວບຄຸມ ການຣະບາດ. ການລ໊ອກດາວ ເທື່ອນີ້ ມັນໄດ້ສົ່ງ ຜົລກະທົບ ໄປຍັງທຸຣະກິຈ ຂແນງຕັດຫຍິບ ສົ່ງອອກຊໍ້າອີກ. ເນື່ອງຈາກ ການຣະບາດ ໃນຮອບທີນຶ່ງ ຜ່ານມາ ຫຼາຍໂຮງງານ ໄດ້ຢຸດ ການຜລິດ ແຕ່ພໍເມື່ອ ໄດ້ກັບມາ ຜລິດອີກ ເທື່ອນຶ່ງ ກໍມາປະເຊີນ ກັບຄວາມສ່ຽງ ການຣະບາດ ໃນຊຸມຊົນ ເຊິ່ງມັນຍາກ ຕໍ່ການຄວບຄຸມ. ຫົວຂໍ້ ໃນຣາຍການ ມື້ນີ້ ໂຮງງານ ຕັດຫຍິບລາວ ວິກິຈ ອີກຮອບ ຈາກໂຄວິດ ຣະບາດ ໃນໂຮງງານ ອາລປີ ລາວ. ຮັບໜ້າທີ່ ດຳເນີນຣາຍການ ໂດຍ ຂ້າພະເຈົ້າ ໄມຊູລີ ແລະ ໄຊຍາ.

​ໄຊ​ຍາ: ສະບາຍດີ ທ່ານຜູ້ຟັງ... ການຣະບາດ ຂອງເຊື້ອ ໂຄວິດ-19 ຕອນນີ້ ມັນໄດ້ ແຜ່ລາມ ໄປທຸກບ່ອນ ໃນລາວແລ້ວ ແລະ ຫຼາຍບ່ອນ ກໍມີຄວາມສ່ຽງ. ເມື່ອສະຖານະການ ນັບມື້ ມີຜູ້ຕິດເຊື້ອ ເພີ່ມຂຶ້ນເລື້ອຍໆ ຕອນນີ້ ເຂົ້າຫຼັກ 2 ໝື່ນແລ້ວ. ແນ່ນອນວ່າ ມັນກໍສົ່ງ ຜົລກະທົບ ບໍ່ວ່າ ຈະເປັນ ທາງດ້ານເສຖກິຈ ທີ່ກວມເອົາ ຊີວິດ ການເປັນຢູ່ ຂອງປະ​ຊາ​ຊົນ ເຊິ່ງຕ້ອງປະເຊີນ ກັບຄວາມຫຍຸ້ງຍາກ. ດັ່ງອາຫານການກິນ ລາຄາແພງ, ຂາດລາຍໄດ້ ແລະ ຍັງມີຄວາມສ່ຽງ ຕໍ່ການຕິດເຊື້ອ ຢູ່.

ເຖິງແມ່ນວ່າ ຜ່ານມາ ທາງການ ຈະເລັ່ງ ສັກວັກຊີນ ໃຫ້ກັບ ປະຊາຊົນ ແຕ່ນັ້ນ ກໍຍັງພຽງພໍ ອີກຢ່າງນຶ່ງ ວັກຊີນ ບາງຊນິດ ຍັງຕໍ່ຕ້ານ ກັບໄວຣັສ ສາຍພັນເດລຕ້າ ໄດ້ເຕັມທີ່ ຈື່ງເຮັດໃຫ້ ມີການຕິດເຊື້ອ ຄືນໃໝ່. ທັງໝົດ ທີ່ວ່າມານີ້ ກໍລ້ວນແລ້ວ ແຕ່ແມ່ນ ຜົລກະທົບ ຈາກເຊື້ອ ໂຄວິດ-19 ທີ່ ປະເທດລາວ ກຳລັງປະເຊີນ.

ສຳລັບມື້ນີ້ ພວກເຮົາ ຈະລົງເລິກ ສະເພາະ ຂແນງການຕັດຫຍິບ ເຊິ່ງເປັນນຶ່ງ ໃນຂແນງການ ທີ່ ສ້າງລາຍໄດ້ ສ້າງວຽກເຮັດງານທຳ ໃຫ້ກັບ ປະເທດລາວ. ມາພົບກັບ ວິກິຈ ຮອບສອງ ຊໍ້າອີກ ຮອບນີ້ ຕາມຄາດການແລ້ວ ອາດຈະຟື້ນ ໄດ້ຍາກ. ເທົ່າທີ່ ຫຼາຍໂຮງງານ ກັບມາເປີດໃໝ່ ໄດ້ນີ້ ກໍຍັງ ປະເຊີນ ກັບຄວາມຫຍຸ້ງຍາກຫຼາຍ ເຊິ່ງໃນມື້ນີ້ ພວກເຮົາ ໄດ້ຮວບຮວມ ເຫດການ ມາເລົ່າ ສູ່ທ່ານຟັງ.

ຢ່າລືມ! ທ່ານຜູ້ຟັງ ຕ້ອງການ ມີສ່ວນຮ່ວມ ກັບຣາຍການ ຂອງພວກເຮົາ ກະຣຸນາ ສົ່ງເບີໂທຣະ ສັບ ຂອງທ່ານໃສ່ ອິນບອກ ເພສ ອາຣ໌ເອຟເອ ແລ້ວພວກເຮົາ ຈະໂທຫາ ເພື່ອນຳເອົາ ການສັມພາດ ມາອອກຣາຍການ ຂອງພວກເຮົາ.

(ເຊີນ​ທ່ານ ຟັງ​ຣາຍ​ລະ​ອຽດ ຈາກ​ສຽງ ທີ່​ໄດ້​ບັນ​ທຶກ​ໄວ້ ຂ້າງ​ເທິງ​ນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.