ຝຣັ່ງເສດໃຫ້ທຶນຊ່ອຍເຫຼືອ ແມ່ນ້ຳຂອງ ສາກົນ
2021.05.21

ອົງການພັທນາ ແຫ່ງປະເທດຝຣັ່ງເສດ ໄດ້ມອບເງິນຊ່ອຍເຫຼືອລ້າ 1.5 ລ້ານຢູໂຣ ຜ່ານສະຖານທູດຝຣັ່ງເສດ ປະຈຳລາວ ແກ່ຄະນະ ກັມມາທິການ ແມ່ນ້ຳຂອງສາກົນ ຫຼື MRC ເພື່່ອ ປັບປຸງ ແລະ ຍົກຣະດັບຕາໜ່າງ ສະຖານີວັດແທກນ້ຳ, ພັຍແຫ້ງແລ້ງ, ນ້ຳຖ້ວມ ແລະ ຣະບົບນິເວດ ຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ໃຫ້ມີປະສິດທິພາບ ຫຼາຍຂຶ້ນກວ່າເກົ່າ.
ດຣ. An Pich Hatda, ຫົວຫນ້າກອງເລຂາ ຄະນະກັມມາທິການ ແມ່ນ້ຳຂອງສາກົນ ກ່າວໃນພິທີລົງນາມ ສັນຍາການຊ່ອຍເຫຼືອລ້າ ໃນມື້ວັນທີ 17 ພຶສພາ 2021 ນີ້ວ່າ:
“ພວກເຮົາຄາດຫວັງວ່າ ຈະສ້າງຄວາມເຂັ້ມແຂງ ໃຫ້ຣະບົບຕິດຕາມໃນແມ່ນ້ຳ ໃນປັດຈຸບັນໃຫ້ມີຄວາມເຊື່ອຖືໄດ້ ສາມາດເກັບກຳ ແລະ ສົ່ງຕໍ່ຂໍ້ມູນປາຣິມານນ້ຳຝົນ, ຣະດັບນ້ຳ ແລະ ຂໍ້ມູນສິ່ງແວດລ້ອມອື່ນໆ ໃນຊ່ວງເວລາໂຕຈິງ ເພື່ອຊ່ອຍການພັທນາ ແລະ ຄຸ້ມຄອງແມ່ນ້ຳແຫ່ງນີ້.”
ນອກຈາກນີ້, ທຶນຊ່ອຍເຫລືອດັ່ງກ່າວ ຍັງຈະສນັບສນູນການຕິດຕາມ ປາຣິມານນ້ໍາຝົນ ແລະ ການໄຫລຂອງນ້ຳໃນແມ່ນ້ຳຂອງ ເພື່ອ ໃຫ້ເຂົ້່າໃຈການປ່ຽນແປງ ແລະຜົລກະທົບຈາກ ການພັທນາເຂື່ອນ ໃນເເມ່ນ້ຳຂອງ ແລະ ແມ່ນ້ຳສາຂາຮວມທັງການປ່ຽນແປງ ຂອງ ດິນຟ້າອາກາດຕໍ່ຊຸມຊົນ ຜູ້ທີ່ອາສັຍຢູ່ຕາມແຄມ ແມ່ນ້ຳຂອງ.
ຍານາງ Julie Gabet-Ouahioune, ຜູ້ອໍານວຍການອົງການພັທນາ ປະເທດຝັ່ຼງເສດກ່າວໃນພິທີລົງນາມສັນຍາການຊ່ອຍເຫຼືອ ລ້າໃນມື້ດຽວກັນນີ້ວ່າ:
“ທຶນດັ່ງກ່າວຄວນຈະຊ່ອຍ ຄະນະກັມມາທິການ ແມ່ນ້ຳຂອງສາກົນ ສາມາດສົ່ງເສີມຄວາມຮູ້ກ່ຽວກັບ ລັກສນະດ້ານອຸທົກກະສາດ ຂອງແມ່ນ້ຳຂອງ ແລະ ແມ່ນ້ຳສາຂາທີ່ສຳຄັນ ແລະ ສ້າງຣະບົບຕິດຕາມ ແບບເຊື່ອມສານ ເພື່ອການຄຸ້ມຄອງແມ່ນ້ຳແຫ່ງນີ້ ໃຫ້ໄດ້ດີຂຶ້ນກວ່າເກົ່າ.”
ນຶ່ງເຫດຜົລທີ່ສຳຄັນ ທີ່ຣັຖບານຝຣັ່ງເສດ ໄດ້ໃຫ້ການຊອ່ຍເຫຼືອ ຄະນະກັມມາທິການແມ່ນ້ຳຂອງສາກົນ ເທື່ອນີ້ກໍຄືແມ່ນ້ຳຂອງເປັນ ແມ່ນ້ຳສາຍຫລັກ ທີ່ໄຫລຜ່ານ 6 ປະເທດຄື ຈີນ ພະມ້າ ໄທຍ ກັມພູຊາ ວຽດນາມ ແລະ ລາວ ຊຶ່ງເປັນແຫລ່ງຫາຢູ່ຫາກິນຂອງ ສັດນ້ຳສັດປ່າທີ່ຫຼາກຫຼາຍ ແລະ ເປັນບ່ອນທຳມາຫາກິນ ຂອງປະຊາຊົນຫຼາຍລ້ານຄົນ ໃນປະເທດລຸ່ມ ແມ່ນ້ຳຂອງ ແຕ່ເມື່ອການ ພັທນາຂຍາຍຕົວ ຂຶ້ນຢ່າງຕໍ່ເນື່ອງ ແລະ ສະພາບອາກາດປ່ຽນແປງ ກໍທະວິຄວາມຮຸ່ນແຮງຂຶ້ນ ແຕ່ຂໍ້ມູນໃນການບໍຣິຫານຈັດການ ນ້ຳໃນແມ່ນ້ຳຂອງ ພັດບໍ່ພຽງພໍ ເຮັດໃຫ້ການຄາດຄະເນ ບັນຫາທີ່ຈະເກີິດຂຶ້ນ ເປັນໄປໄດ້ຍາກ.
ກ່ຽວກັບເງິນຊ່ອຍເຫຼືອ ຈາກຣັຖບານຝັ່ຼງເສດ ແກ່ຄະນະກັມມາທິການ ແມ່ນ້ຳຂອງສາກົນ ຊາວລາວທ່ານນຶ່ງ ຢູ່ແຂວງໄຊຍະບູຣີ ກ່າວວ່າເປັນສິ່ງທີ່ດີ ທີ່ຣັຖບານຝຣັ່ງເສດ ໃຫ້ເງິນຊ່ອຍເຫຼຶອ ແກ່ຄະນະກັມມາທິການແມ່ນ້ຳຂອງ ແຕ່ສຳລັບສ່ວນຕົວແລ້ວໃນໄລຍະ 10 ປີ ຜ່ານມາ ແມ່ນ້ຳຂອງໄດ້ຮັບຄວາມເສັຽຫາຍ ຫຼາຍຂຶ້ນເລື້ອຍໆ ນັບຕັ້ງແຕ່ ການສ້າງເຂືື່ອນໄຊຍະບູຣີ ເປັນຕົ້ນ ມາເຮັດໃຫ້ ສະພາບແມ່ນ້ຳຂອງ ເກີດການປປ່ຽນແປງຫຼາຍຂຶ້ນ ເປັນຕົ້ນດິນເຈື່ອນ ພັຍແຫ້ງແລ້ງ ແລະ ນ້ຳຖ້ວມ, ສີ່່ງສຳຄັນແມ່ນຜົລກະທົບຕໍ່ ຊິວິດການເປັນຢູ່ຂອງຊຸມຊົນ ດັ່່ງການເດີນເຮືອ ແລະ ການປະມົງ. ທ່ານເວົ້າວ່າ:
“ເອີ; ກະເຫັນຄືກັນນັ້ນນ່າເປັນໄປຫຼາຍຄັ້ງ ແຕ່ຂະເຈົ້າເຮັດເຂື່່ອນນີ້ແຫຼະ ເຂື່ືອນນ້ຳຂອງນີ້ແຫຼະ ປ່ຽນຫຼາຍຫາກິນສະເພາະປີກາຍ ແທ້ພໍໄດ້ກິນ ປີນີ້ຍາກແດ່ເພາະນ້ຳ ບໍ່ປົກກະຕິ ບາດຂື້ຶ້ນບາດລົງ ບາດອັດ ບາດເປີດ ຊິນ່າ.”
ຄົນລາວອີກຜູ້ນຶ່ງ ຢູ່ນະຄອນຫຼວງພຣະບາງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນບໍ່ມີຄວາມຮູ້ເຣື້ອງ ສະພາບອາກາດປ່ຽນແປງ ແຕ່ເມືືອເກີດເຫດການ ນໍ້າຖ້ວມ ພັຍແຫ້ງແລ້ງ ຣະດັບນໍ້າຂຶ້ນລົງ ບໍ່ປົກກະຕິ ຊາວບ້ານກໍສັງເກດດ້ວຕົນເອງ ບໍ່ມີຫນ່ວຍງານໃດ ລົງມາແຈ້ງໃຫ້ຄວາມຮູ້ ແລະ ເຕືອນພັຍຕ່າງ ແກ່ປະຊາຊົນ.
“ກະບໍ່ຊ່າງວ່າເດີ ເພາະວ່ານ້ຳຂຶ້ນ ນໍ້າລົງຊິນ່າ ກະຮູ້ກັນຢູ່່ແລ້ວຊິນ່າ ແລ້ວກະບໍ່ມີໃຜບອກວ່າ ເວລານ້ຳຂືອນ ມັນຊິກະທົບຫຍັງແດ່ ກະບໍ່ເຫັນມາເວົ້າຫຍັງຊິນ່າ.”
ຊາວບ້ານຢູ່ແຂວງບໍ່ແກ້ວ ທ່າມນນຶ່ງເວົ້າວ່າ ດຽວນີ້ສະພາບແມ່ນ້ຳຂອງ ມີການປ່ຽນແປງຫຼາຍແລ້ວ ແຕ່ຫນັກທີ່ສຸດຄືການຂຶ້ນລົງ ຂອງຣະດັບນ້ຳ ທີ່ເກີດຈາກເຂື່່ອນຂນາດໃຫຍ່ໃນ ຈີນ ຊາວບ້ານບໍ່ສາມາດ ຄາດຄະເນໄດ້ວ່າ ນ້ຳຈະຂຶ້ນ ແລະ ລົງ ໃນເວລາໃດ ຊື່ງເປັນການສົ່ງຜົລກະທົບ ຕໍ່ຊິວິດ ຂອງພວກຂະເຈົ້າ. ທ່ານເວົ້າວ່າ:
“ບາງມື້ກໍຂຶ້ນມາຫນ້ອຍນຶ່ງ ບາງມື້ກະລົງໄປຫນ້ອຍນຶ່ງຊິນ່າ ມັນບໍ່ຄືແຕ່ກີ້ ແຫ້ງມັນກໍແຫ້ງເລີຍ ຫຼາຍກໍຫຼາຍເລີຍມັນບໍ່ມີແລ້ວ ແຕ່ກີ້ນິ ເຂົາປ່ອຍເຂື່ອນ ປ່ອຍຫຍັງບໍ່ ຫລືວ່າທາງຈີນ ຫ້ັ້ນນ່າ ເຂົາປ່ອຍລົງມາ ຄັນແຫ້ງກໍແຫ້ງລົງໄປ 2-3 ແມັດ ຄັນໃຫຍ່ກໍໃຫຍ່ຂຶ້ນ 2-3 ແມັດຊິນ່າ.”
ອົງການພັທນາແຫ່ງປະເທດຝຣັ່ງເສດ ຫລື AFD ປະຈຳລາວ ໄດ້ໃຫ້ການສນັບສນູນ ຄະນະກັມມາທິການ ແມ່ນ້ຳຂອງສາກົນ ມາແຕ່ປີ 2003 ໂດຍໄດ້ໃຫ້ທຶນຊ່ອຍເຫຼືອລ້າມາແລ້ວ ຫຼາຍກວ່າ 10 ລ້ານຢູໂຣ ເພື່ອຕິດຕາມ ແລະສິ້ງຊອມການໄຫຼຂອງນ້ຳ ໃນແມ່ນ້ຳຂອງ, ຄຸ້ມຄອງພັຍແຫ້ງແລ້ງ ແລະ ນ້ຳຖ້ວມ, ການປ່ຽນແປງດີນຟ້າອາກາດ ແລະ ການປົກປ້ອງ ສິ່ງແວດລ້ອມ ໃນແມ່ນ້ຳຂອງ.
ປັດຈຸບັນຄະນະກັມມາທິການແມ່ນ້ຳຂອງສາກົນ ຫຼື MRC ໄດ້ຕັ້ງສະຖານີອຸທຸກກະສາດ ແລະອຸຕຸນິຍົມ 49 ແຫ່ງຕາມລຳແມ່ນໍ້າຂອງ ເພື່ອຕິດຕາມ ແລະ ຮິບໂຮມຂໍ້ມູນຣະດັບນ້ຳ ແລະປາຣິມານນ້ຳຝົນ ຊຶ່ງໄດ້ຣາຍງານເຂົ້າໃນຣະບົບ ພະຍາກອນອາກາດ ກ່ຽວກັບພັຍ ແຫ້ງແລ້ງ, ນ້ຳຖ້ວມ ແລະ ສະພາບອາກາດປ່ຽນແປງ ເຂົ້າໃນເວັບໄຊທ໌ ຂອງ MRC ແລະ ໃນອະນາຄົດ ຈະຖືກອະທິບາຍຜ່ານ ວິດີໂອແບບສາມມິຕິ ແລະ ຈະຖືກແບ່ງປັນລົງໃນ FACEBOOK ເພື່ອໃຫ້ປະຊາຊົນ ທົ່ວພາກພື້ນລຸ່ມແມ່ນ້ຳຂອງ ສາມາດເຂົ້າເຖິງ ຂໍ້ມູນດັ່ງກ່າວໄດ້.