ຊາວຄຣິສຕຽນລາວ 4 ຄົນ ຖືກຈັບ

ຊາວຄຣິສຕຽນລາວ 4 ຄົນ ທີ່ ໄປງານສົບ ຢູ່ບ້ານພູຊາດ ແຂວງຄໍາມ່ວນ ຖືກຈັບມາໄດ້ 3 ເດືອນປາຍ ໃນຂໍ້ຫາ ແບ່ງແຍກ ຄວາມສາມັກຄີ, ໄດ້ສືບສວນ ສອບສວນແລ້ວ ແຕ່ ປກສ ແຂວງ ຍັງບໍ່ທັນ ສົ່ງຄະດີ ໃຫ້ ອັຍການແຂວງ.

ໂຕຢ່າງຂອງເຫດການ ທີ່ ເກີດຂຶ້ນກັບບັນດາ ຄອບຄົວລາວ-ຄຣິສຕຽນ ທີ່ ຖືກເຈົ້າໜ້າທີ່ທ້ອງຖິ່ນ ຈັບ-ຂັບໄລ່ ອອກຈາກບ້ານເຮືອນ ທີ່ ເມືອງຄໍາເກີດ ແຂວງ ບໍຣິຄໍາໄຊ (ຮູບຖ່າຍປີ 2017) ນັກຂ່າວພົລເມືອງ

ຄະນະປົກຄອງ ບ້ານພູຊາດ ແລະເຈົ້າໜ້າທີ່ ປກສ ເມືອງຄູນຄໍາ ໄດ້ຈັບຊາວຄຣິສຕຽນລາວ 4 ຄົນ ຄືທ້າວ ວັນນາ ວັນນະລາດສີສູນໂຮມ ຄົນບ້ານກຸບ, ທ້າວ ຄໍາຜັນ ລຽນທຸມມີ ຄົນບ້ານກາງ, ທ້າວ ສີໃຄ ແກ້ວມີໄຊ ຄົນບ້ານໜອງຮາງ ແລະທ້າວ ບຸນມາ ຄົນບ້ານຢາງ ທີ່ໄປ ຮ່ວມງານສົບ ລູກຊາຍ ຂອງຄອບຄົວ ຊາວຄຣິສຕຽນ ຖືກຈັບໃສ່ກຸນແຈມື ຢູ່ຫ້ອງການບ້ານພູຊາດ ໂດຍບໍ່ໄດ້ແຈ້ງຂໍ້ກ່າວຫາໃດໆ ໃນມື້ວັນທີ 3 ກໍຣະກະດາ 2020 ແລ້ວນໍາໂຕພວກກ່ຽວ ໄປກັກຂັງໄວ້ຢູ່ກອງບັນຊາການ ປກສ ເມືອງຄູນຄໍາ ກ່ອນຈະສົ່ງໄປໃຫ້ ປກສ ແຂວງຄໍາມ່ວນ ໃນມື້ວັນທີ 4 ກໍຣະກະດາ ແລະຖືກຂັງ ຢູ່ຄ້າຍຄຸມຂັງ ບ້ານຄໍາຂີ້ໄກ່ ເມືອງທ່າແຂກ ແຂວງຄໍາມ່ວນ ແລະຂັງມາໄດ້ 3 ເດືອນປາຍແລ້ວ ໃນຂໍ້ຫາແບ່ງແຍກຄວາມສາມັກຄີ.

ມາເຖິງປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ປກສ ແຂວງ ຄໍາມ່ວນ ໄດ້ສືບສວນສອບ ຄະດີນັ້ນແລ້ວໆ ແຕ່ຍັງບໍ່ທັນໄດ້ສົ່ງໄປ ໃຫ້ອົງການອັຍການ ແຂວງເທື່ອ, ແລະບໍ່ຮູ້ວ່າ ຈະສົ່ງຄະດີນັ້ນ ໄປໃຫ້ອົງການອັຍການແຂວງເມື່ອໃດ, ອີງຕາມຄໍາເວົ້າ ຂອງຜູ້ປົກປ້ອງສິດ ທາງກົດໝາຍໃຫ້ ພົລເມືອງລາວ 4 ຄົນ ທີ່ຖືກກ່າວຫາ ຜູ້ບໍ່ປະສົງອອກຊື່ ແລະສຽງ, ຂອງເມັຍຂອງຜູ້ຖືກຈັບຄົນນຶ່ງ ຜູ້ຂໍສງວນຊື່ ຕໍ່ວິທຍຸເອເຊັຍເສຣີ ໃນ ອາທິດທີ່ຜ່ານມາ ແລະຕາມຄໍາໃຫ້ການ ແລະການຢັ້ງຢືນຂອງພະຍານ ແລະອີງໃສ່ຄໍາເວົ້າ ຂອງເຈົ້າໜ້າທີ່ບ້ານພູຊາດ.

ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ບ້ານພູຊາດທ່ານນຶ່ງ ທີ່ວິທຍຸເອເຊັຍເສຣີ ຂໍຄໍາເຫັນໃນມື້ວັນທີ 10 ຕຸລາ 2020 ກ່ຽວກັບກໍຣະນີ ການຈັບ ຊາວຄຣິສຕຽນ 4 ຄົນ ທີ່ວ່ານັ້ນ ແລ້ວແມ່ນວ່າ:

"ໃນມື້ນັ້ນຫັ້ນນະ ທາງບ້ານກະໄດ້ກັກໂຕ ກະຄືຜູ້ກ່ຽວຄື 4 ສະຫາຍນໍ ໄດ້ກັກຫັ້ນແຫຼະນໍ ເພາະວ່າຜູ້ກ່ຽວຫັ້ນ ໄດ້ມາເຄື່ອນໄຫວນໍ ແບບມາ ທີ່ວ່າມາຢາກເຮັດແບບທີ່ວ່າ ຜິດຮີດຄອງຫັ້ນແຫຼະຫັ້ນນະ ໄທເຮົາ ເຣື່ອງການເຊື່ອຖືນີ້ ເຮົາກະໝາຍຄວາມວ່າ ທາງບ້ານນີ້ ກະບໍ່ໄດ້ທີ່ວ່າ ຈັບເຣື່ອງການເຊື່ອຖືນໍ ແບບເຈົ້າທີ່ວ່າ ທາງພວກນັ້ນ ທີ່ວ່າມາເຄື່ອນໄຫວ ໂຄສນາປັ່ນປ່ວນ ສ້າງຄວາມບໍ່ສງົບນໍ ເຮັດໃຫ້ສັງຄົມນີ້ແບ່ງແຍກ ຄວາມສາມັກຄີຫັ້ນນະ ທາງບ້ານ ຈຶ່ງວ່າໄດ້ເປີດກອງປະຊຸມຂຶ້ນ ພ້ອມພຽງຮຽງໜ້າກັນ ແລະກະປຶກສາ ນໍາພັກຣັຖ ຂັ້ນເທິງຫັ້ນແຫຼະ ກະເລີຍ ທີ່ວ່າ ເຫັນດີເປັນເອກກະພາບ ທີ່ວ່າກັກຜູ້ກ່ຽວນໍຫັນນະ.”

ເມື່ອຖາມເຖິງວ່າ ພວກກ່ຽວສ້າງຄວາມບໍ່ສງົບ ສ້າງຄວາມແບ່ງແຍກພາຍໃນ ເຮັດແນວບໍ່ດີຫັ້ນ ທ່ານພໍຍົກຕົວຢ່າງໄດ້ບໍນໍວ່າ ພວກກ່ຽວຫັ້ນ ເຮັດຫຍັງແດ່ນໍ, ທ່ານຕອບຕອນນຶ່ງວ່າ:

"ມີທີ່ວ່າ ຄອບຄົວຂອງຜູ້ນຶ່ງຫັ້ນ ເສັຽຊີວິດນໍຫັ້ນນະ ທາງໄທເຮົາ ກະຢາກເຮັດແບບຕາມຮີດ ຕາມຄອງປະເພນີຂອງໄທເຮົາ ແຕ່ດຶກດໍາບັນ ແຕ່ປູ່ຍ່າຕາຍາຍຫັ້ນແຫຼະນໍ ຄັນວ່າເຣື່ອງການເສັຽຊີວິດ ເຮົາກະມີການຮ່ວມສິນກິນທານນໍ ເອົາຄູບາເຂົ້າໄປໃຫ້ບຸນໃຫ້ທານ ຢູ່ເຮືອນຢູ່ຊານ ຫັ້ນນະ ແຕ່ວ່າຂະເຈົ້າ ກະຢາກມີກິຈກັມ ກະຜິດຕໍ່ຮີດຕໍ່ຄອງຫັ້ນແຫຼະ ແບບກະກຽມນໍຫັ້ນນະ ທີ່ວ່າລັກສະນະສິເຮັດແນວໃດ ໄທເຮົາກະ ບໍ່ຮູ້ດອກ ແຕ່ວ່າ ສັງເກດວິທີການ ກຽມຂອງຂະເຈົ້າ ມັນຜິດຕໍ່ຮີດຕໍ່ຄອງ ຕໍ່ຣະບຽບ ເຫັນມັນຜິດແປກປະຫຼາດນໍ ໄທເຮົາກະເລີຍ ໄດ້ສະກັດ ກັ້ນໄວ້ກ່ອນ ເພື່ອບໍ່ໃຫ້ມັນເກີດຫັ້ນນະ.”

ແລະໃນມື້ ວັນທີ 12 ຕຸລານີ້ ໄດ້ຕິດຕໍ່ໄປຫາ ກົມສາສນາ ຂອງສູນກາງ ແນວລາວສ້າງຊາດ ເພື່ອຂໍຮູ້ກ່ຽວກັບຄະດີ ຂອງຊາວຄຣິສຕຽນ 4 ຄົນ ທີ່ຖືກຈັບກັກຂັງ ຢູ່ໃນຄ້າຍຄຸມຂັງ ແຂວງ ຄໍາມ່ວນ ຊຶ່ງເຈົ້າໜ້າທີ່ທ່ານນຶ່ງ ບອກວ່າ:

“ເພື່ອຮັກສາຄວາມເປັນທໍາໃຫ້ຜູ້ກ່ຽວ ທາງກົມສາສນາສູນກາງແນວ ຈະສົມທົບກັບ ທັງຄະນະກັມການແນວ ກໍຄືທາງສູນ ຄຣິສຕະຈັກ ຂ່າວປະເສີດ ເພື່ອແກ້ໄຂບັນຫາດັ່ງກ່າວ ແລ້ວກະແຈ້ງຕອບ ມາທາງແຂວງດັ່ງກ່າວພີ້ ເພື່ອເຂົາເຈົ້າ ໄດ້ປະຕິບັດຕາມຄວາມຖືກຕ້ອງ ແລະເປັນທໍາຕາມຣະບຽບກົດໝາຍ.”

ພ້ອມກັນນັ້ນ ທ່ານກໍໄດ້ເວົ້າເຖິງ ການປະຕິບັດທໍາມະນູນ ແລະການເຄື່ອນໄຫວ ຂອງສາສນາຕ່າງໆໃນລາວ ຮວມທັງສາສນາ ຄຣິສຕຽນ ນັ້ນວ່າ:

“ເຄື່ອນໄຫວຕາມທໍາມະນູນ ທີ່ໄດ້ລະບຸໄວ້ຢູ່ ໃນສາສນາ ຂອງເຂົາເຈົ້າ ຄຣິສຕຽນຫັ້ນນະ ພຸດກະຄືກັນ ໄດ້ເຄື່ອນໄຫວຕາມນັ້ນ ເພື່ອໃຫ້ສິດ ເຂົາເຈົ້າ ສິດທິມະນຸດ ກັບສາສນາ ມັນກະໄປນໍາກັນຫັ້ນນະ ບາງບ່ອນ ຂະເຈົ້າກະປະຕິບັດໄດ້ດີ ເຣື່ອງສິດທິມະນຸດ ແຕ່ບາງບ່ອນ ກະຍັງ ໄປລົບກວນກັນຢູ່ ບໍ່ໄດ້ເຄົາຣົບ ສິດຂອງບຸກຄົນກໍມີ ຍົກຕົວຢ່າງ ຄືວັດຕ່າງໆ ບາງວັດບາງຫຍັງໄປ ທີ່ມີປາກົດການ ອອກເຟສບໍ ຫລືອີ່ຫຍັງ ຕ່າງໆ ກະແມ່ນຍ້ອນ ຄວາມບໍ່ເຂົ້າໃຈ ຂອງອໍານາດການປົກຄອງ ຈັ່ງເຮັດໃຫ້ ມີການກະທົບ ຕໍ່ທາງສາສນາ ບໍ່ເຂົ້າໃຈວັທນະທັມ ຮີດຄອງ ປະເພນີ ຍ້ອນຣະດັບຂອງ ປກສ ຣະດັບຂອງເຈົ້າໜ້າທີ່ ຈໍານວນນຶ່ງເທົ່ານັ້ນຫັ້ນນະ.”

ແລະວ່າ ໄທເຮົາ ກໍພະຍາຍາມຢູ່ ພະຍາຍາມເຜີຍແຜ່ ແກ້ໄຂແຕ່ລະບ່ອນໄປ. ໃນໄລຍະ ທີ່ຜູ້ເປັນເມັຍ ໄປຢ້ຽມຜົວ ທີ່ຖືກຂັງຢູ່ໃນຄຸກ ເມື່ອ ອາທິດຜ່ານມາ ນາງຮູ້ວ່າ ຕໍາ ຣວດ ໄດ້ສືບສວນສອບສວນ ຄະດີນັ້ນແລ້ວ ແຕ່ຍັງບໍ່ທັນໄດ້ສົ່ງໃຫ້ ອົງການອັຍການແຂວງເທື່ອ, ດັ່ງທີ່ນາງ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 9 ຕຸລານີ້ວ່າ:

“ພວກຂະນ້ອຍ ໄປຢາມເພິ່ນ ເພິ່ນກະໃຫ້ພົບ ໄປທິດຫວັ່ງຢ່ານີ້ຫັ້ນ ຂະນ້ອຍຖາມວ່າ ເປັນແນວໃດ ເພິ່ນສືບສວນສອບສວນແລ້ວໆບໍ ເອີ ແລ້ວໆວ່າຊັ້ນ ຍັງບໍ່ທັນຕັດສິນ ແລ້ວໆສອບສວນຫັ້ນ.”

ອີງຕາມໜັງສື ແຈ້ງການ ຂອງອົງການ ອັຍການປະຊາຊົນເຂດ 1 ແຂວງ ຄໍາມ່ວນ ເຣື່ຶອງ ການແຈ້ງຕອບ ໃບຮ້ອງຟ້ອງ ລົງວັນທີ 30 ກໍຣະກະດາ 2020 ແລ້ວແມ່ນວ່າ ຊາວຄຣິສຕຽນ 4 ຄົນ ຖືກຈັບໃນຂໍ້ຫາ ແບ່ງແຍກຄວາມສາມັກຄີ ແລະອົງການອັຍການເຂດ 1 ໄດ້ສົ່ງ ສໍານວນຄະດີ ແລະຜູ້ຕ້ອງຫາທັງ 4 ຄົນ ໃຫ້ ປກສ ແຂວງຄໍາມ່ວນແລ້ວ, ມີຫຍັງໄປພົວພັນຢູ່ ປກສ ແຂວງຄໍາມ່ວນ.

ເພື່ອຄວາມກະຈ່າງແຈ້ງ ກ່ຽວກັບຄະດີ ທີ່ວ່ານີ້ ວິທຍຸ ເອເຊັຍເສຣີ ໄດ້ພະຍາຍາມ ຕິດຕໍ່ໄປຫາ ກອງບັນຊາການ ຕໍາຣວດ ປກສ ແຂວງ ຄໍາມ່ວນ, ໄດ້ຮັບຄໍາຕອບ ຈາກນາຍຕໍາຣວດ ຜແນກສືບສວນ ສອບສວນ ທ່ານນຶ່ງ ໃນມື້ວັນທີ 11 ຕຸລານີ້ວ່າ:

“ໂອ ຄືວ່າບໍ່ທັນໄດ້ເຫັນໃດ໋ ສິກວດກາເບິ່ງກ່ອນເດີຊັ້ນເດີ ກວດກາເບິ່ງກ່ອນ ມັນສິມີບໍນໍາພວກເຮົາດໍາເນີນຄະດີຢູ່ນີ້ ເບິ່ງຄືວ່າບໍ່ເຫັນນະ ຕາມ ຕາຕະລາງຄະດີ ດໍາເນີນຄະດີ ເບິ່ງສິກວດກາເບິ່ງກ່ອນ ມັນໆເປັນແນວໃດ ມັນມີນໍາໄທເຮົາບໍເດີ.”

ແລະນາຍຕໍາຣວດ ອີກທ່ານນຶ່ງ ກໍເວົ້າໃນມື້ວັນທີ 12 ຕຸລານີ້ວ່າ:

“ໂອ ຄືວ່າບໍ່ມີໃດ໋ອ້າຍເອີຍ ແຕ່ວ່າເພິ່ນໆສົ່ງເຂົ້າຂແນງໃດ ຍັງໆບໍ່ຮູ້ເທື່ອເດີອ້າຍເດີ້ ເອີ ເພິ່ນໆເປັນຫຍັງ ຂໍ້ກ່າວຫາຫຍັງ ຢູ່ໃນເອກກະສານ ຂອງອັຍການເຂດ 1 ຫັ້ນ ແບ່ງແຍກ ຄວາມສາມັກຄີ ເອີພວກເຮົານີ້ ເວົ້າເຣື່ອງຄະດີອາຍາໃດ໋.”

ຍ້ອນໄດ້ຄໍາຕອບ ຄືແນວນັ້ນ ວິທຍຸເອເຊັຍເສຣີ ຈຶ່ງໄດ້ຕິດຕໍ່ໄປຫາ ຫ້ອງວ່າການປົກຄອງ ແຂວງຄໍາມ່ວນ ເພື່ອຂໍຮູ້ກ່ຽວກັບເຣື່ອງນີ້ ແຕ່ກໍ ບໍ່ໄດ້ຮັບຄໍາຕອບ.

ອີງຕາມ ຄໍາຮ້ອງຟ້ອງ ຂອງຜູ້ປົກປ້ອງ ສິດທາງກົດໝາຍ ໃຫ້ຊາວຄຣິສຕຽນ 4 ຄົນ ທີ່ຖືກກ່າວຫາ ວ່າ ກໍ່ການແບ່ງແຍກ ຄວາມສາມັກຄື ເຖິງຫົວໜ້າ ອົງການອັຍການ ປະຊາຊົນ ແຂວງ ຄໍາມ່ວນ ເຣື່ອງຂໍໃຫ້ກວດກາ ການກັກຕົວ ພົລເມືອງລາວ 4 ຄົນ ທີ່ບ້ານ ພູຊາດ ເມືອງ ຄູນຄໍາ ລົງວັນທີ 7 ສິງຫາ 2020 ແລ້ວແມ່ນວ່າ ຄະນະການຈັດຕັ້ງ ບ້ານ ພູຊາດ, ແນວໂຮມບ້ານ, ປກສ ບ້ານພູຊາດ ແລະບ້ານອື່ນອີກ ເປັນຄົນກັກຕົວ ແລະ ປກສ ເມືອງຄູນຄໍາ ກໍຮັບຮູ້ເຣຶ່ອງການຈັບຕົວນັ້ນ.

ແລະ ອີງຕາມຄໍາເວົ້າ ຂອງຜູ້ປົກປ້ອງສິດ ທາງກົດໝາຍໃຫ້ ພົລເມືອງລາວ 4 ຄົນ ທີ່ຖືກກ່າວຫາ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ຕຸລາ ແລະ ວັນທີ 13 ຕຸລານີ້ ແລະໃນຄໍາຮ້ອງຟ້ອງ ຣະບຸ ດັ່ງມີເນື້ອໃນ ບາງຕອນ ວ່າ ເມື່ອ 4 ຄົນ ທີ່ເປັນ ຫົວໜ້າຄອບຄົວ ຖືກຈັບໄປແລ້ວ ທາງຄອບຄົວ ຂອງພວກເຂົາເຈົ້າ ໄດ້ຮັບຄວາມຫຍຸ້ງຍາກ ແລະລໍາບາກ ໃນການທໍາມາຫາກິນ ໃນແຕ່ລະວັນ, ຍິ່ງໄປກວ່ານັ້ນ ຍັງສ້າງ ຄວາມຫຍຸ້ງຍາກ ໃຫ້ແກ່ຄອບຄົວ ລູກເມັຍ ຂອງພວກເຂົາເຈົ້າ ໃນການວິ້ງເຕັ້ນ ສູ້ຄະດີ ເພື່ອຂໍຄວາມເປັນທັມ ໃຫ້ແກ່ຜູ້ເປັນຜົວ ນໍາດ້ວຍ.

ແລະວ່າ ຂໍຄວາມເປັນທັມ ໃຫ້ພວກເຂົາເຈົ້າ ໄດ້ຮັບສິດເສຣີພາບ ຕາມທີ່ໄດ້ກໍານົດໄວ້ ຢູ່ໃນຣັຖທັມນູນ ແລະກົດໝາຍຂອງ ສປປລາວ, ຖ້າຄະດີ ບໍ່ໄດ້ຮັບການແກ້ໄຂ ກໍຈະຂໍສູ້ ເອົາຄວາມເປັນທັມ ຕາມຣະບຽບກົດໝາຍ, ຕາມຂບວນຕຸລາການ ໃຫ້ເຖິງທີ່ສຸດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org