ທ່ານຄໍາໄຕສີພັນດອນ ເປັນຊັອກ

ສົມເນ
2016.02.11
F-Khamtay ທ່ານ ຄໍາໄຕ ສີພັນດອນ ອະດີດປະທານປະເທດ ສປປລາວ ອາຍຸ 92 ປີ
Screen captured from Lao PSTV video

ທ່ານ ຄໍາໄຕ ສີພັນດອນ ອະດີດ ເລຂາທິການ ໃຫຽ່ ພັກ ປະຊາຊົນ ປະຕິວັດ ລາວ ແລະ ອະດີດ ປະທານ ປະເທດ ອາຍຸ 92 ປີ ເປັນຊັອກ ຍ້ອນ ຣະບົບ ເສັ້ນເລືອດ ບໍ່ ປົກກະຕິ ໃນຕອນເຊົ້າ ວັນທີ 10 ກຸມພາ 2016 ເວລາ ປະມານ 5 - 6 ໂມງ ແລະ ຖືກ ນໍາສົ່ງ ໂຮງໝໍ ທະຫານ ທີ່ ກຸງຮ່າໂໜ້ຍ ຢ່າງ ຮີບດ່ວນ ໂດຍເຮືອບິນ ພິເສດ. ຕາມ ແຫລ່ງຂ່າວ ພາຍໃນ ຈາກ ນະຄອນຫຼວງ ວຽງຈັນ.

ທ່ານ ຄຳໄຕ ຫລື ລຸງ ຄຳໄຕ ຕາມທີ່ມັກ ເອີ້ນຜູ້ນຳ ຂອງຍຸກ ປະຕິວັດ ຄົນອື່ນໆນັ້ນ, ໂດຍທົ່ວໄປ ແລ້ວ ທ່ານ ມີສຸຂພາບ ແຂງ ແຮງດີ ອາຈດີກວ່າ ຄົນອາຍຸ ລຸ້ນດຽວກັນ ຫຼາຍຄົນ, ບໍ່ເຄີຍ ໄດ້ຍິນວ່າ ທ່ານ ມັກເຈັບເປັນ, ແຕ່ຈະມີ ໂຣຄ ຄວາມດັນສູງ ເທົ່ານັ້ນ.

ແຫລ່ງຂ່າວເວົ້າວ່າ ທ່ານ ຄຳໄຕ ເປັນຊັອກ ບໍ່ຮູ້ເມື່ອຄີງ ຕ້ອງໃຊ້ ອັອກຊີແຊັນ ຊ່ອຍຫາຍໃຈ ແລ້ວເອົາຂຶ້ນ ເຮືອບິນໄປ ຮ່າໂຫນ້ຍ  ພ້ອມລູກຫຼານ ໃກ້ຊິດ 2-3 ຄົນ. ທ່ານເຈັບ ຢູ່ເຮືອນ ຂອງທ່ານເອງ ທີ່ບ້ານ ສະພັງໝໍ້ ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ.

ເມື່ອຖາມເຖິງ ການຈັດງານ ວັນເກີດ ຄົບຮອບ 92 ປີ ຂອງທ່ານ ໃນວັນຈັນ ຜ່ານມາ ແຫຼ່ງຂ່າວບອກວ່າ ເພິ່ນຈັດແບບ ທັມມະດາ ຄືທີ່ຜ່ານມາ. ຕອນເຊົ້າ ກໍນິມົນ ຄຣູບາ ມາຕັກບາດ ສັນຈັ່ງຫັນ.

ທ່ານ ຄຳໄຕ ສີພັນກອນ ເປັນຜູ້ທີ່ມີ ຄວາມສາມາດ ມີບົດບາດ ສໍາຄັນ ຢູ່ ສປປ ລາວ, ທ່ານ ໂດດເດັ່ນ ທາງດ້ານ ການທະຫານ ແລະ ຍັງມີ ອິດທິພົລ ຕໍ່ອຳນາດ ການປົກຄອງ ຢູ່ລາວ ໃນ ປັຈຈຸບັນ ຮວມທັງ ການເລືອກຕັ້ງ ເອົາຄນະ ຜູ້ນຳ ພັກ ປະຊາຊົນ ປະຕິວັດ ລາວ ຊຸດໃໝ່ ໃນກອງປະຊຸມ ໃຫຽ່ຄັ້ງທີ 10 ທີ່ຫາກໍ່ ຜ່ານໄປນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.