ສາເຫດເຮືອບິນຕົກອາຈເປັນຍ້ອນ ໝອກໜາ

ສິດນີ
2014.05.19
F-crash ເຈົ້າໜ້າທີ່ແລະປະຊາຊົນ ທີ່ກໍາລັງເບິ່ງໄປທາງ ເປວຄວັນ ຂອງເຮືອບິນ ທີ່ຕົກ ບໍ່ຫ່າງຈາກ ສະຖານທີ່ ຜາມໄຊ ສເລີມລລອງ ວັນຄົບຮອບ 55 ປີ ຂອງກອງພັນທີ 2
Citizen Journalist

 

ເຈົ້າຫນ້າທີ່ ແຂວງ ຊຽງຂວາງ ທ່ານນຶ່ງ ໃຫ້ ຄວາມເຫັນ ກ່ຽວກັບ ເຫດການ ເຮືອບິນ ກອງທັບ ອາກາດ ຕົກ ຢູ່ ບ້ານນາດີ ເມືອງແປກ ແຂວງ ຊຽງຂວາງ ໃນ ມື້ວັນທີ 17 ພຶສພາ ຜ່ານມາ ວ່າ ສາເຫດ ນຶ່ງ ອາດເປັນ ຍ້ອນ ສະພາບ ອາກາດ ມີຫມອກ ຫລາຍ ໃນ ຕອນເຊົ້າ ຈື່ງເຮັດໃຫ້ ຜູ້ຂັບຍົນ ເບີ່ງບໍ່ເຫັນ ເສັ້ນທາງ ທີ່ ຊັດເຈນ:

"ຕອນເຊົ້າ ຂ້ອນຂ້າງ ມັນຈະ ຫມອກຫລາຍ ເພາະ ອາກາດ ມັນມີຄວາມ ສູງ ຈາກ ນ້ຳທະເລ 1,200 ແມັດ ເດ ແນ່ນອນວ່າ ມື້ເຊົ້າ ບາງເທື່ອ ມັນກໍມືດ".

ທ່ານກ່າວ ຕື່ມວ່າ ບ່ອນ ຍົນຕົກ ນັ້ນ ຫ່າງຈາກ ເດີ່ນຍົນ ປະມານ 3-4 ກິໂລແມັດ ເປັນ ບ່ອນທີ່ ມີຕົ້ນໄມ້ ໃຫຍ່ ປົກຫຸ້ມ ຊື່ງໃນ ເວລາ ເກີດເຫດ 6 ໂມງ ເຄີ່ງ ນັ້ນ ຕົນເອງ ກໍບໍ່ໄດ້ ຍິນສຽງ ຣະເບີດ ແຕ່ຢ່າງໃດ ເພາະ ຢູ່ໄກ ເມື່ອມາຮູ້ ຂ່າວ ພາຍຫລັງ ວ່າ ເຮືອບິນ ຕົກ ໃນເວລາ 7 ໂມງ ເຊົ້າ ແລະ ເຫັນເຈົ້າຫນ້າທີ່ ທຸກ ພາກສ່ວນ ໄດ້ພາກັນ ໄປເບີ່ງ ຮ່ວມທັງ ໄປຄົ້ນຫາ ຜູ້ ເສັຽຊີວິດ ແລະ ຜູ້ລອດ ຊີວິດ.

ເຈົ້າຫນ້າທີ່ ສືບສວນ ຈາກ ນະຄອນຫລວງ ວຽງຈັນ ກໍໄດ້ ໄປ ສືບສວນ ເຖິງ ສາເຫດ ຂອງຍົກຕົກ ຕາມຂັ້ນຕອນ ຂອງ ການສືບສວນ ທ່ານຍັງ ບໍ່ສາມາດ ສລຸບຜົລ ໄດ້ວ່າ ເປັນຍ້ອນ ຫຍັງ ແຕ່ເວົ້າວ່າ:

"ມາເບີ່ງ ສະຖານທີ່ ເກີດບ່ອນ ຍົນຕົກ ດຽວນີ້ ຍັງຢູ່ ແຂວງ ຊຽງຂວາງ ຍັງທຳ ພິທີ ສົ່ງສະການ ນະມື້ນີ້".

ຣາຍງານ ເພີ້ມຕື່ມວ່າ ໃນເວລາ 13 ໂມງ ຂອງ ວັນທີ 19 ພືສພາ ປີ 2014 ທາງ ຄະນະ ຈັດງານ ຊາປະນະກິດສົບ ໄດ້ຈັດ ພິທີ ໄວ້ອາໄລ ຣະດັບຊາດ ໃນ ທົ່ວປະເທດ ເພື່ອ ຣະລຶກເຖິງ ດວງວິນຍານ ຂອງ ຜູ້ທີ່ ເສັຽ ຊີວິດ ໃນເທື່ອນີ້ ໂດຍໃຫ້ ພະນັກງານ ຣັຖ ຮ່ວມທັງ ປະຊາຊົນ ຢືນ ໄວ້ອາໄລ ເປັນເວລາ ນຶ່ງ ນາທີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.