ຜູ້ຖືກນໍ້າຖ້ວມເມືອງແບງ ຍັງລໍາບາກ
2013.10.24
ຜູ້ປະສົບພັຍນໍ້າຖ້ວມຢູ່ເມືອງແບງ ແຂວງອຸດົມໄຊ ເປີດເຜີຍຕໍ່ເອເຊັຍເສຣີ ໃນວັນທີ 23 ຕຸລາ 2013 ນີ້ວ່າມາຮອດປັດຈຸບັນ ຊາວບ້ານຊາວ ເມືອງຫລາຍຄົນ ທີ່ຖືກນໍ້າຖ້ວມໃນວັນທີ 20 ແລະ 21 ສິງຫາ 2013 ຍັງບໍ່ທັນ ໄດ້ຮັບເງິນ ຊ່ວຍເຫລືອເທື່ອ. ມີພຽງຄອບຄົວຂອງຜູ້ທີ່ເສັຽ ຊີວິດແລະຄອບຄົວ ທີ່ບໍ່ມີເຮືອນຢູ່ບາງຄອບຄົວເທົ່ານັ້ນ ທີ່ໄດ້ຮັບ:
"ຢູ່ພາຍໃນບ້ານນີ້ ປັດຈຸບັນກໍຖືວ່າມີຫາງສຽງ ເລັກໆນ້ອຍໆເນາະ ທີ່ສື່ມວນຊົນ ເພີ່ນອອກວ່າ ບໍຣິສັດເພີ່ນມອບເງິນໃຫ້ ທາງຂັ້ນເທິງ ໃຫ້ ແຂວງບໍໃຫ້ເມືອງບໍ ເປັນຈໍານວນຫລວງຫລາຍແລ້ວ ຖືວ່າພາກສ່ວນນັ້ນ ຖືວ່າບໍ່ຮອດປະຊາຊົນ ຈັກໜ່ອຍ ເທື່ອຊະນະ ຕົວຈິງຖືວ່າບໍ່ມີ ເລີຍນະ ເງິນຫັ້ນທີ່ຈະມາໃຫ້ ທົ່ວໄປຊະນະ ນອກຈາກພວກທີ່ວ່າ ເສັຍຊີວິດແລ້ວບໍ່ມີ ບໍ່ມີເລີຍທີ່ຈະໄດ້ ເງິນຊະນະ".
ທ່່ານວ່າ ຫລັງຈາກນໍ້າຖ້ວມມາແລ້ວ ມີຄົນເອົາເຄື່ອງຂອງມາໃຫ້ 4-5 ເທື່ອ. ເຄື່ອງຂອງທີ່ວ່ານັ້ນ ຮວມທັງອາຫານ ເຂົ້າສານ ໃຫ້ຄອບຄົວ ລະ 50 ກິໂລກຣາມ, ນໍ້າດື່ມ ແລະໝີ່ຈໍານວນນຶ່ງ. ມີການແຈກສັງກະສີ ໃຫ້ຄອບຄົວ ຊ່ອມແປງເຮືອນ ທີ່ເຮືອນເປ່ເພ ຈໍານວນ 15 ແຜ່ນ. ສໍາລັບຄອບຄົວໃດ ທີ່ນໍ້າພັດເຮືອນໄປ ກໍຈະໄດ້ 50 ແຜ່ນ. ສ່ວນວ່າເງິນຊ່ວຍເຫລືອ ຊາວບ້ານທົ່ວໄປ ແມ່ນບໍ່ໄດ້ຮັບ ເວັ້ນແຕ່ຄອບຄົວທີ່ມີ ຜູ້ເສັຍຊີວິດ ທີ່ຣັຖບາລໃຫ້ ປະມານ 4 ລ້ານກີບ ແລະເອກກະຊົນ ໃຫ້ປະມານ 3 ລ້ານກີບ ແຕ່ລະຄອບຄົວ.
ຂນະດຽວກັນ ຜູ້ປະສົບພັຍອີກທ່ານນຶ່ງກໍເວົ້າວ່າ ສໍາລັບຊາວບ້ານ ທີ່ເຮືອນຖືກນໍ້າພັດໄປ ຈະໄດ້ຮັບເງິນຊົດເຊີຍ ຄອບຄົວລະ 2 ແສນກີບ ແລະຄອບຄົວ ທີ່ມີຜູ້ເສັຍຊີວິດ ຊຶ່ງເປັນຊາວເຜົ່າມົ້ງ ໄດ້ຮັບຄອບຄົວລະ 2 ລ້ານກີບ ຂນະທີ່ຜູ້ໄດ້ຮັບ ຜົນກະທົບບໍ່ຮ້າຍແຮງ ແມ່ນບໍ່ໄດ້ ຮັບເງິນ, ໄດ້ແຕ່ວັດຖຸສິ່ງຂອງແລະອາຫານ:
"ຄອບຄົວເຮືອນໄຫລນໍ ເຮືອນໄຫລກໍໄດ້ປະມານ 2 ແສນກີບ ຕໍ່ຄອບຄົວແລ້ວ ຄອບຄົວຖືກກະທົບປະເພດ 3 ຫັ້ນຖືວ່າບໍ່ໄດ້ ຈັກກີບຫັ້ນ ແຫລະ".
ຢ່າງໃດກໍຕາມ ກ່ຽວກັບການຊ່ວຍເຫລືອ ຜູ້ປະສົບພັຍນໍ້າຖ້ວມນີ້ ສື່ມວນຊົນຂອງທາງການ ລາວ ກໍຣາຍງານວ່າ ມີຫລາຍພາກສ່ວນໄດ້ຣະ ດົມກັນບໍຣິຈາກເງິນ ແລະເຄື່ອງຂອງຊ່ວຍເຫລືອປະຊາຊົນ ເມືອງປາກແບງ ແຂວງອຸດົມໄຊ ໃນ ຊ່ວງເດືອນ ສິງຫາ ແລະເດືອນ ກັນຍາ 2013 ຮວມເປັນມຸນຄ່າ ຫລາຍກວ່າ 600 ລ້ານກີບ ຊຶ່ງສ່ວນຫລາຍມອບຜ່ານ ເຈົ້າໜ້າທີ່ ທາງການແຂວງອຸດົມໄຊ.