ທ່ານວິເພັດສີຫາຈັກ ວ່າຖືກ ໃສ່ຄວາມ

ຈໍາປາທອງ
2015.11.19
F-Viphet ທ່ານ ວີເພັດ ສີຫາຈັກ (ຊ້າຍ) ປະທານ ສະຫະພັນ ບານເຕະ ແຫ່ງຊາດລາວ
courtesy of Tholakhong

ໃນ ຕອນເຊົ້າ ຂອງ ວັນທີ 18 ພຶສຈິກາ 2015 ນີ້, ທ່ານ ວິເພັດ ສີຫາຈັກ ປະທານ ສະຫະພັນ ບານເຕະ ແຫ່ງ ສປປລາວ ໄດ້ ຖແລງຂ່າວ ຕໍ່ ສື່ມວນຊົນ ກ່ຽວກັບ ກໍຣະນີ ສະຫະພັນ ບານເຕະ ນາໆຊາດ ຫຼື FIFA ໄດ້ ສັ່ງຫ້າມ ບໍ່ໃຫ້ ທ່ານ ເຄື່ອນໄຫວ ວຽກງານ ເປັນ ເວລາ 2 ປີ ພາຍຫຼັງ ກວດພົບວ່າ ທ່ານ ໄດ້ພົວພັນ ກັບການ ຮັບສິນບົນ ໃນການ ເລືອກຕັ້ງ ຜູ້ ບໍຣິຫານ ງານ ສະຫະພັນ ບານເຕະ ນາໆຊາດ ເມື່ອ ປີ 2011.

ທ່ານ ຢືນຢັນ ວ່າ ທ່ານ ຈະຍຸດຕິ ບົດບາດ ການເຄື່ອນໄຫວ ວຽກງານ ເປັນການ ຊົ່ວຄາວ ໃນຖານະ ປະທານ ສະຫະພັນ ບານເຕະ ແຫ່ງ ສປປລາວ ຕາມທີ່ FIFA ໄດ້ ສັ່ງຫ້າມ. ແຕ່ ທ່ານ ປະຕິເສດ ຂໍ້ກ່າວຫາ ຂອງ FIFA ແລະ ບໍ່ຍອມຮັບ ວ່າ ທ່ານໄດ້ມີ ສ່ວນ ພົວພັນ ກັບການ ຮັບສິນບົນ ໃນການ ເລືອກຕັ້ງ ຜູ້ ບໍລິຫານ FIFA ເມື່ອປີ 2011 ນັ້ນ. ທ່ານ ວິເພັດ ເວົ້າວ່າ ຈະ ຍື່ນອຸທອນ ກ່ຽວກັບ ຂໍ້ກ່າວຫາ ນັ້ນ ພາຍໃນ 10 ວັນຕາມ ທີ່ FIFA ໄດ້ ກຳນົດໄວ້ ເພື່ອ ປົກປ້ອງ ສິດ ແລະ ຄວາມເປັນທັມ ຂອງ ຕົນ.

"ຂໍ້ທີ່ FIFA ໃຫ້ຢຸດການ ປະຕິບັດ ໜ້າທີ່ ເປັນ ການຊົ່ວຄາວ ຂອງ ປະທານ ສຕລ ນັ້ນ ເປັນຄວາມຈິງ ແລະ ສຕລ ຈຳເປັນຕ້ອງ ປະຕິບັດ ຕາມ ຣະບຽບການ ຂອງ FIFA. 2, ສຳລັບ ເຣື້ອງ ທີ່ ປະທານ ໄດ້ ຮັບສິນບົນ ນັ້ນມັນ ບໍ່ແມ່ນ ຄວາມຈິງ ເນາະ. ຂ້າພະເຈົ້າ ວິເພັດ ສີຫາຈັກ ຈະຢຸດເຊົາ ໃນການ ປະຕິບັດ ໜ້າທີ່ ເປັນການ ຊົ່ວຄາວ, ໃນ ໄລຍະ ຢຸດຊົ່ວຄາວ ນີ້ ຂ້າພະເຈົ້າ ຈະໄປຍື່ນ ອຸທອນ ໂດຍຜ່ານ ທະນາຍຄວາມ ສ່ວນຕົວ ທັງ ພາຍໃນ ແລະ ຕ່າງ ປະເທດ ທີ່ ປະເທດ ສວິຊແລັນ ເພື່ອ ປົກປ້ອງ ສິດ ແລະ ຄວາມເປັນທັມ ຂອງ ຕົນເອງ, ຂອບໃຈ".

ເຖິງຢ່າງໃດ ກໍ່ຕາມ, ຊາວລາວ ທົ່ວປະເທດ ທີ່ ຕິດຕາມ ການຖແລງ ຂ່າວ ຂອງ ທ່ານນັ້ນ ຕ່າງກໍ່ ເວົ້າເປັນສຽງ ດຽວກັນ ວ່າ ການຖແລງ ຂ່າວ ຄັ້ງນີ້ ຖືເປັນ ການແກ້ຕົວ ຂອງ ທ່ານ ວິເພັດ ສີຫາຈັກ ຫຼາຍກວ່າ ທີ່ຈະມາ ເປີດເຜີຍ ຄວາມ ກະຈ່າງແຈ້ງ ຕ່າງໆ ແລະວ່າ ການ ປະກາດ ລາອອກ ຈາກການ ເປັນປະທານ ສະຫະພັນ ເທົ່ານັ້ນ ຈຶ່ງຈະເປັນ ພາບພົດ ທີ່ ດີ ຕໍ່ວົງການ ບານເຕະ ຂອງລາວ ເພາະ ໃນທີ່ສຸດ FIFA ກໍ່ຄົງຈະເລືອກ ພົວພັນ ແລະ ປະສານງານ ກັບ ບຸກຄົນ ທີ່ບໍ່ເຄີຍ ມີບັນຫາ ຫຼາຍກວ່າ ທີ່ຈະໄປ ພົວພັນ ກັບຜູ້ທີ່ ກ່ຽວຂ້ອງ ກັບຄະດີ ຄວາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.