ຄໍາຮຽກຮ້ອງໃຫ້ກົດດັນຜູ້ນໍາ ລາວ
2014.11.16
ຕ່າງ ປະເທດ ທີ່ ໃຫ້ການ ຊ່ວຍເຫຼືອ ລາວ ຄວນ ທົບທວນ ເຖິງ ເງື່ອນໄຂ ຂອງ ການ ຊ່ວຍເຫຼືອ ໂດຍ ຮຽກຮ້ອງ ໃຫ້ ທາງການ ລາວ ແກ້ໄຂ ບັນຫາ ສິດທິ ມະນຸດ ຢ່າງ ແທ້ຈິງ. ຕາມ ຖແລງການ ຂອງ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ທີ່ ມີ ສຳນັກງານ ຢູ່ ກຸງປາຣີ ທີ່ ລົງຢູ່ໃນ ເວັບໄຊ ຂອງ ສະຫະພັນ ສາກົລ ເພື່ອ ສິດທິ ມະນຸດ.
ຈົດໝາຍ ທີ່ ສົ່ງເຖິງ ບັນດາ ນັກ ການທູດ ແລະ ອົງການ ຈັດຕັ້ງ ທີ່ ໃຫ້ ການ ຊ່ວຍເຫຼືອ ລາວ ຢູ່ ນະຄອນ ຫລວງ ວຽງຈັນ ສະບັບ ລົງ ວັນທີ 13 ພຶສຈິກາ 2014 ມີຂຶ້ນ ກ່ອນໜ້າ ກອງປະຊຸມ ໂຕະມົນ ປະຈຳ ປີ ໃນ ວັນທີ 14 ພຶສຈິກາ ນີ້.
ຈົດໝາຍ ທີ່ ແປເປັນ ພາສາລາວ ແລ້ວ ພໍ ສລຸບ ໄດ້ວ່າ ເມື່ອ ບໍ່ເທົ່າໃດ ປີ ທີ່ຜ່ານມາ ການຊ່ວຍເຫຼືອ ເພື່ອ ການ ພັທນາ ສປປ ລາວ ໄດ້ເພີ່ມຂຶ້ນ ຢ່າງ ຕໍ່ເນື່ອງ ເຖິງ 23 ສ່ວນຮ້ອຍ ຈາກ 630 ລ້ານ ໂດລາ ສະຫະຣັດ ໃນ ສົກປີ 2012-13. ແຕ່ ໜ້າ ເສັຽດາຍ ທີ່ ຜູ້ໃຫ້ ການ ຊ່ວຍເຫຼືອ ຫວັງ ຢາກໃຫ້ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ລາວ ດີຂຶ້ນ ນັ້ນ ບໍ່ໄດ້ ດັ່ງ ຄາດໝາຍ ດັ່ງດຽວ ກັບການ ຢາກໃຫ້ ທາງການ ລາວ ຕັ້ງໃຈ ສົ່ງເສີມ ແລະ ປົກປ້ອງ ສິດທິ ພື້ນຖານ ຂອງ ປະຊາຊົນ ລາວ.
ທ່ານ ກາຣິມ ລາຣີດຈີ ປະທານ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ກ່າວວ່າ ໃນ ປະເທດ ລາວ ຊັພ ສົມບັດ ຈາກການ ຊ່ວຍເຫຼືອ ຂອງ ຕ່າງ ປະເທດ ບໍ່ໄດ້ ເຮັດໃຫ້ ມີການ ນັບຖື ສິດທິ ມະນຸດ ແຕ່ ປະການໃດ. ເຖິງເວລາ ແລ້ວທີ່ ຜູ້ໃຫ້ ການ ຊ່ວຍເຫຼືອ ຈະວາງ ເງື່ອນໄຂ ຊຸກຍູ້ ໃຫ້ ຣັຖບານ ລາວ ນັບຖື ສິດທິ ມະນຸດ.
ຍານາງ ວະນິດາ ເທພສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ກໍ ກ່າວວ່າ ການ ຊ່ວຍເຫຼືອ ຈາກ ນາໆຊາດ ແມ່ນ ປຽບຄື ກັບ ລົມຫາຍໃຈ ທີ່ ຂາດບໍ່ໄດ້ ສໍາລັບ ຣັຖບາລ ສປປລາວ. ສະນັ້ນ ຜູ້ໃຫ້ ການ ຊ່ວຍເຫຼືອ ຈະຕ້ອງກ້າ ປະເຊີນ ກັບ ຄວາມຈິງ ຂອງ ການຣະເມີດ ສິດທິ ມະນຸດ ຢ່າງ ໜັກໜ່ວງ ໃນ ສປປ ລາວ ແລະ ຈະຕ້ອງ ຊອກຊ່ອງທາງ ແກ້ໄຂ ບໍ່ໃຫ້ ມີການ ຣະເມີດ ແບບນີ້ ຕໍ່ໄປໄດ້ ອີກ. ຫາກ ນາໆຊາດ ຫລົງ ພິດພາດ ບໍ່ຂໍໃຫ້ ສປປ ລາວ ແກ້ໄຂ ບັນຫາ ການ ຣະເມີດ ສິດທິ ມະນຸດ ກໍ່ຈະເທົ່າ ກັບວ່າ ນາໆ ຊາດ ເປັນໃຈ ສົມຮູ້ ຮ່ວມຄິດ ໃນການ ລ່ວງ ຣະເມີດ ສິດທິ ມະນຸດ ໃນລາວ ນັ້ນເອງ.