ການສຶກສາໃນແຂວງເຊກອງ

ຈໍາປາທອງ
2014.06.16
F-student ການພັທນາ ຣະບົບການສຶກສາ ຄວນມາກ່ອນການ ພັທນາໃດໆ ເພາະສປປລາວ ຕ້ອງການ ຊັພຍາກອນມະນຸດ ທີ່ມີ ຄຸນນະພາບ ທຽມທັນກັບ ປະຊາຄົມ ອາຊຽນ
mek/fb

 

ເຈົ້າໜ້າທີ່ ຜແນກ ສຶກສາ ແລະ ກິລາ ແຂວງ ເຊກອງ ເວົ້າວ່າ ອັດຕຣາ ການມີ ໂອກາດ ເຂົ້າຮຽນ ມັທຍົມ ຂອງ ນັກຮຽນ ທີ່ຈົບຊັ້ນ ປະຖົມ ຢູ່ແຂວງ ເຊກອງ ຍັງໜ້ອຍຢູ່ ຄື ມີພຽງ ປະມານ 60 ສ່ວນຮ້ອຍ ເທົ່ານັ້ນ ທີ່ ມີໂອກາດ ໄດ້ ເຂົ້າຮຽນຕໍ່ ແລະ ໃນຈໍານວນ ຜູ້ທີ່ ຮຽນຈົບ ມັທຍົມຕົ້ນ ກໍມີພຽງ 30 ສ່ວນຮ້ອຍ ເທົ່ນນັ້ນ ທີ່ ໄດ້ຮຽນຕໍ່ ມັທຍົມ ປາຍ:

"ຢູ່ໃນ ຊັ້ນປະຖົມ ເຂົ້າ ມັທຍົມ ສ່ວນໃຫຍ່ ແລ້ວແມ່ນ ເດັກນ້ອຍ ຊັ້ນນີ້ ພໍ່ແມ່ ພາໄປໄຮ່ ໄປສວນ ແລ້ວວ່າ ຂາດໂຮງຮຽນ ຫລາຍ ກໍເລີຍ ບໍ່ໄດ້ ໄປຕໍ່ ໃນຊັ້ນ ມັທຍົມ ອັນນັ້ນ ອັນນຶ່ງ ອັນ 2 ມານັ້ນ ໂຮງຮຽນ ມັທຍົມ ມີ ບໍ່ທັນ ພຽງພໍກັບ ເຂດ ບໍຣິການ ຂອງ ນັກຮຽນ ຫັ້ນນະ ບາງບ່ອນ ກໍນັກຮຽນ ປະຖົມ ຢູ່ໄກ ຢູ່ປະມານ 10 ກວ່າຫລັກ ກໍມີ ດັ່ງນັ້ນ ຂະເຈົ້າ ກໍບໍ່ໄປ ເນາະ".

ທ່ານກ່າວ ຕໍ່ໄປວ່າ ເດັກນ້ອຍ ທີ່ ຮຽນຈົບ ຊັ້ນປະຖົມ ແຕ່ບໍ່ມີ ໂອກາດ ໄດ້ຮຽນ ໜັງສື ຕໍ່ທີ່ວ່ານັ້ນ ສາເຫດ ສໍາຄັນ ກໍແມ່ນ ໂຮງຮຽນ ມັທຍົມ ບໍ່ພຽງພໍ ທີ່ ຈະຮອງຮັບ ນັກຮຽນ ທີ່ຈົບຊັ້ນ ປະຖົມ ຊຶ່ງ ມີຈໍານວນ ຫລາຍ ນັ້ນໄດ້, ເຮັດໃຫ້ ພວກເຂົາເຈົ້າ ສ່ວນຫຼາຍ ອອກໄປ ເຮັດວຽກ ກະສິກັມ ຊ່ວຍພໍ່ແມ່ ຫຼື ບາງສ່ວນ ກໍໄປຂາຍ ແຮງງານ.

ຕາມ ສະຖິຕິ ຫລ້າສຸດ ຂອງ ແຂວງເຊກອງ, ປັດຈຸບັນ ມີໂຮງຮຽນ ປະຖົມ 223 ແຫ່ງ, ໂຮງຮຽນ ມັທຍົມ 42 ແຫ່ງ. ໃນນັ້ນ ໂຮງຮຽນ ມັທຍົມ ຕົ້ນ 30 ແຫ່ງ. ດັ່ງນັ້ນ ຈຶ່ງ ເຮັດໃຫ້ ບໍ່ສາມາດ ຮັບເອົາ ນັກຮຽນ ທີ່ ຈົບຊັ້ນ ປະຖົມ ຈໍານວນຫລາຍ ນັ້ນ ຮຽນຕໍ່ໄດ້.

ເຈົ້າໜ້າທີ່ ກ່າວຕື່ມ ອີກວ່າ ຫາກທາງ ຣັຖບາລ ຫລື ທາງ ແຂວງ ສາມາດ ເພີ້ມໂຮງຮຽນ ມັທຍົມ ຕົ້ນ ແລະ ມັທຍົມ ສົມບູນ ໃຫ້ພຽງພໍ ກັບ ຄວາມຕ້ອງການ ນັ້ນ ການຮຽນຕໍ່ ຊັ້ນ ມັທຍົມ ຂອງ ນັກຮຽນ ຈົບ ຊັ້ນປະຖົມ ໃນແຂວງນີ້ ກໍຈະໄດ້ ຮັບການ ແກ້ໄຂ ເປັນ ຢ່າງດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.