ທາງການເຕືອນຊາວລາວທັງ ປະເທດ
2016.05.29

ການຈັບຄົນງານລາວ 3 ຄົນ ທີ່ກັບມາຈາກ ປະເທສໄທ ໃນຂໍ້ຫາບິດເບືອນ ຄວາມເປັນຈິງ ແລະ ໃສ່ຮ້າຍ ປ້າຍສີ ຄນະນໍາ ພັກ-ຣັຖ ສປປລາວ ນັ້ນ ທາງການລາວ ຫວັງວ່າ ຈະເປັນຜົລດີ ໃຫ້ແກ່ສັງຄົມ ແລະເຮັດໃຫ້ຄົນ ມີສະຕິຫຼາຍຂຶ້ນ ໃນການໃຊ້ ສື່ສັງຄົມ ອອນລາຍ ແລະຣະມັດຣະວັງ ໃນການໃຊ້ສື່ ຕ່າງໆ ບໍ່ໃຫ້ກາຍເປັນ ເຄື່ອງມື ປຸກປັ່ນຄົນອື່ນ ໃຫ້ມີແນວຄິດ ທໍາລາຍ ພັກ-ຣັຖ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 27 ພຶສພາ ນີ້ວ່າ:
"ໂຕນີ້ນີ່ ເຈົ້າໜ້າທີ່ ພວກເຮົາໄດ້ ສະກັດກັ້ນ ແລະ ກໍຈັບໄດ້ພວກນີ້ ແນ່ນອນ ມັນກະມີຜົລດີ ແກ່ສັງຄົມລາວ ມີບົດຮຽນ ເປັນຄະຕິ ເຕືອນໃຈ ໃຫ້ ແກ່ຊາວໜຸ່ມ ວັຍໜຸ່ມ ຜູ້ທີ່ຮູ້ເທົ້າ ບໍ່ເຖິງການ ມີການເຄື່ອນໄຫວ ລົງເຟສບຸກ ຮູບພາບ ອັນທີ່ບໍ່ດີ ຕໍ່ສັງຄົມ".
ທ່ານເວົ້າວ່າ ປັດຈຸບັນ ຜູ້ໃຊ້ ສື່ສັງຄົມອອນລາຍ ໃນລາວ ມີຮອດລ້ານຄົນ ຫຼາຍຄົນ ໃຊ້ໄປໃນທາງ ທີ່ເກີດປໂຍດ ສ່ວນຮວມ ແຕ່ກໍມີ ຄົນບາງກຸ່ມ ທີ່ໃຊ້ເພື່ອ ຊັກຈູງໃຫ້ ປະຊາຊົນ ເກີດຄວາມ ຂັດແຍ່ງກັບ ພັກ-ຣັຖ ທີ່ຂັດຕໍ່ ກົດໝາຍລາວ.
ທ່ານວ່າ ກໍຣະນີ ຂອງ ທ້າວ ສົມພອນ ພິມມະສອນ, ນາງ ຫຼອດຄໍາ ທໍາມະວົງ ແລະ ທ້າວ ສຸການ ໃຈທັດ ທີ່ຖືກຈັບນັ້ນ ປັດຈຸບັນ ຢູ່ໃນຣະຫວ່າງ ການດໍາເນີນ ຄະດີ ແລະ ຈະມີການ ຕັດສິນ ໃນໄວໆນີ້. ທາງຄອບຄົວ ຂອງ ພວກເຂົາເຈົ້າ ໄດ້ຊອກຈ້າງ ທະນາຍຄວາມ ຂນະທີ່ ມີຫາງສຽງ ວິພາກວິຈານ ວ່າ ການທີ່ ທາງການຈັບ ຄົນງານລາວ 3 ຄົນ ທີ່ວ່ານັ້ນ ເປັນການ ຣະເມີດ ກົດໝາຍ ແລະ ຣັຖທັມນູນ ສປປ ລາວ ເອງ ທີ່ຮັບ ປະກັນ ສິດເສຣີພາບ ໃນ ການປາກເວົ້າ ຂີດຂຽນ ແລະ ເປັນການ ຣະເມີດ ສິດທິມະນຸດ ຢ່າງຮ້າຍແຮງ.
ນັບຕັ້ງແຕ່ ປີທີ່ຜ່ານມາ ທາງການລາວ ເຂັ້ມງວດກວດຂັນ ຕໍ່ຜູ້ທີ່ໃຊ້ ສື່ ສັງຄົມອອນລາຍ ຫຼາຍຂຶ້ນ. ເຈົ້າໜ້າທີ່ ຕໍາຣວດ ແຂວງ ໄຊຍະບູຣີ ໄດ້ຈັບນາງ ຄໍາພຸດ ມີຕານ ຊາວບ້ານ ນາບວມ ເມືອງພຽງ ຍ້ອນນາງ ເອົາຮູບ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ທີ່ຮຽກ ເອົາເງິນນໍາ ມາລົງຂ່າວ ທາງເຟສບຸກ ແລະ ໃສ່ຄຸກ ປະມານ 2 ເດືອນ ແລະ ໃນເດືອນ ດຽວກັນນັ້ນ ນາງ ຈັນທະພອນ ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພຣະບາງ ກໍຖືກ ທາງການລາວ ຈັບ ກັກຂັງ ພຽງແຕ່ ນາງໄດ້ ເຜີຍແພ່ ເອກກະສານ ກ່ຽວກັບການ ສໍາປະທານ ຕາດກວາງຊີ ແລະ ຄວາມຈົ່ມວ່າ ລົງທາງ ເຟສບຸກ. ຫລັງຈາກ ຖືກປ່ອຍຕົວ ແລ້ວ ນາງ ກໍຖືກໃຫ້ ອອກຈາກການ.