ຊາຍໜຸ່ມຖືກຈັບຖານດູໝິ່ນ ຕໍາຣວດ

ຈໍາປາທອງ
2016.03.31
F-Oudomxay ກອງບັນຊາການ ປ້ອງກັນຄວາມສງົບ ແຂວງ ອຸດົມໄຊ
RFA/NY

ຄົນລາວຜູ້ນຶ່ງ ຢູ່ ບ້ານສະຫວ່າງ ເມືອງນາໝໍ້ ແຂວງ ອຸດົມໄຊ ຖືກຈັບ ໃນຂໍ້ຫາ ລົງຂໍ້ຄວາມ ແລະ ຮູບພາບ ຂອງ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ທາງ ເຟສບຸກ ຍ້ອນ ບໍ່ພໍໃຈ ທີ່ ເຈົ້າໜ້າທີ່ ຜູ້ນັ້ນ ໄດ້ປັບໃໝ ເອົາເງິນນໍາ. ຜູ້ເປັນ ຍາດພີ່ນ້ອງ ບອກວ່າ ທ້າວ ຫລ້າປີງ ອາຍຸ 18 ປີ, ຢູ່ ບ້ານສະຫວ່າງ, ເປັນນັກຮຽນ ມັທຍົມປາຍ, ຖືກຈັບ ໃນວັນທີ 19 ມິນາ 2016.

ຍາດພີ່ນ້ອງ ຂອງຜູ້ກ່ຽວ ກໍບອກໃຫ້ ວິທຍຸ ເອເຊັຽ ເສຣີ ຮູ້ວ່າ ສາເຫດ ທີ່ ຖືກຈັບນັ້ນ ແມ່ນ ທ້າວ ຫລ້າປີງ ໄດ້ຖ່າຍຮູບ ເຈົ້າໜ້າທີ່ ທີ່ປັບໃໝ ຜູ້ເປັນ ອ້າຍເຂີຍ ຈໍານວນ 400,000 ກີບ ຍ້ອນ ເອກກະສານ ປະຈໍາຣົດ ບໍ່ຄົບຖ້ວນ ແລ້ວ ເອົາຮູປໄປ ລົງ ເຟສບຸກ.
ຫລັງຈາກນັ້ນ ຕໍາຣວດ ກໍໄປຈັບ ຜູ້ກ່ຽວ ຢູ່ເຮືອນ ມາກັກຂັງໄວ້ ຈົນມາເຖິງ ປັດຈຸບັນນີ້ ໂດຍຕັ້ງຂໍ້ຫາວ່າ ໝິ່ນກຽດ ສັກສີ ເຈົ້າໜ້າທີ່.

ກ່ຽວກັບ ເຣຶ່ອງ ທີ່ວ່ານີ້ ພັນຕຣີ ບຸນແອງ ສໍສະໝອນ ຮອງຫົວໜ້າ ກອງ ບັນຊາການ ປກສ ເມືອງນາໝໍ້ ໄດ້ຢືນຢັນ ການຈັບທ້າວ ຫລ້າປີງ ຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 30 ມິນາ ນີ້ວ່າ:

"ເອີ ພວກເຮົາ ກັກຕົວ ມາດໍາເນີນຄະດີ ຕາມສາເຫດ ທີ່ເອົາລົງເຟສ ຫັ້ນເດ ລະພວກອ້າຍນ້ອງ (ຕໍາຣວດ) ລະລົງກວດກາ ພາຫະນະ ລາວລະຂີ່ລົດໄປ ນໍາອ້າຍເຂີຍ ລະລາວລະລັກຖ່າຍເອົາ ອ້າຍນ້ອງຫັ້ນ ລາວລະລົງເຟສ ວ່າ ຂ້ອຍລະມາ ອຸກໃຈນໍາ ຕໍາຣວດ ໜ້າເງິນແທ້ເດ ຊັງພວກຂີ້ໂກງ ລະລາວ ເວົ້າຫັ້ນນະ".

ທີ່ຜ່ານມາ ກໍມີ ກໍຣະນີ ແບບດຽວກັນນີ້ ເກີດຂຶ້ນ ຢູ່ເມືອງພຽງ ແຂວງ ໄຊຍະບູຣີ ຄືຈັບນາງ ຄໍາພຸດ ມີຕັນ ເມື່ອ ເດືອນພຶສພາ 2015 ໃນຂໍ້ຫາ ຖ່າຍຮູບເອົາ ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ແລ້ວເຜີຍແພ່ ທາງເຟສບຸກ ແລະຕໍ່ມາ ເດືອນ ມິຖຸນາ ກໍຈັບນາງ ຈັນທະພອນ ພະນັກງານ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພຣະບາງ ໃນຂໍ້ຫາ ເອົາ ເອກກະສານ ສັນຍາ ເຊົ່າ ຕາດກວາງຊີ ຂອງ ເຂົ້າແຂວງ ລົງເຜີຍແພ່ ທາງເຟສບຸກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.