ກອງປະຊຸມເຂດປອດອາວຸດ ນິວເຄລັຽ
2016.07.22
ໃນວັນທີ 22 ກໍຣະກະດາ ນີ້, ທີ່ ສູນປະຊຸມ ແຫ່ງຊາດ, ນອກຈາກມີ ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ອາຊຽນ ຣະດັບສູງ ແລ້ວ ໄດ້ມີກອງປະຊຸມ ຄນະ ບໍຣິຫານງານ ຂອງ ຄນະ ກັມມາທິການ ເຂດປອດ ອາວຸດ ນິວເຄລັຽ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ໂດຍການ ເປັນປະທານ ຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ຣັຖມົນຕຣີ ປະຈໍາ ສໍານັກງານ ນາຍົກ ຣັຖມົນຕຣີ ທັງ ເປັນຫົວໜ້າ ເຈົ້າໜ້າທີ່ ອາວຸໂສ ອາຊຽນ ສປປ ລາວ, ຕາມບົດ ຖແລງຂ່າວ ກອງປະຊຸມ.
ກອງປະຊຸມ ຄນະບໍຣິຫານງານ ຂອງ ກັມມາທິການ ເຂດປອດອາວຸດ ນິວເຄລັຽ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຄັ້ງນີ້, ໄດ້ທົບທວນ ຄວາມຄືບໜ້າ ຂອງການຈັດຕັ້ງ ປະຕິບັດງານ ແຜນ ປະຕິບັດງານ ເພື່ອສົ່ງເສີມ ການຈັດຕັ້ງ ສົນທິສັນຍາ ເຂດປອດອາວຸດ ນິວເຄລັຽ ເອເຊັຽ ຕາເວັນອອກ ສ່ຽງໃຕ້ 2013-17 ແລະ ປຶກສາຫາລື ກ່ຽວກັບ ການຈັດຕັ້ງ ປະຕິບັດ ແຜນ ປະຕິບັດງານ ດັ່ງກ່າວ ໃຫ້ມີ ປະສິດທິພາບ ຫຼາຍຂຶ້ນ ເພື່ອປະກອບສ່ວນ ເຂົ້າໃນການ ປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນຣະພາບ ແລະ ການຮ່ວມມື ໃນເອເຊັຽ ຕາເວັນອອກ ສ່ຽງໃຕ້.
ພ້ອມນີ້, ກອງປະຊຸມ ເຫັນວ່າ ຄວນສືບຕໍ່ ການປຶກສາຫາລື ກັບ 5 ປະເທດ ນິວເຄລັຽ (ເປັນທີ່ເຂົ້າໃຈວ່າ ໝາຍເຖິງ ຣັດເຊັຽ, ສະຫະຣັຖ ອະເມຣິກາ, ຝຣັ່ງ, ຈີນ ແລະ ປະເທດ ອັງກິດ) ເພື່ອຊອກຫາ ຊ່ອງທາງ ແນໃສ່ໃຫ້ 5 ປະເທດ ດັ່ງກ່າວ ລົງນາມ ໃນ ອານຸສັນຍາ ຂອງ ສົນທິສັນຍາ ວ່າດ້ວຍ:
ເຂດປອດອາວຸດ ນິວເຄລັຽ ເອເຊັຽ ຕາເວັນອອກ ສ່ຽງໃຕ້ (SEANWFZ) ໃນເວລາອັນຄວນ ໂດຍ ມອບໝາຍໃຫ້ ກອງປະຊຸມ ໜ່ວຍງານ ວິຊາການ ຂອງ ຄນະ ບໍຣິຫານງານ ຄນະ ກັມມາທິການ ປອດອາວຸດ ນິວເຄລັຽ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ສືບຕໍ່ ປຶກສາຫາລື ບັນຫານີ້.
ເຂົ້່າຮ່ວມ ກອງປະຊຸມນີ້ ມີຫົວໜ້າ ເຈົ້າໜ້າທີ່ ອາວຸໂສ ຈາກ ປະເທດ ສະມາຊິກ ອາຊຽນ, ຮອງ ເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບ ເສົາຄໍ້າ ການເມືອງ ຄວາມໝັ້ນຄົງ ອາຊຽນ ພ້ອມດ້ວຍ ຄນະຜູ້ແທນ.
ສົມເນ RFA ຣາຍງານ ຈາກ ນະຄອນຫລວງ ວຽງຈັນ