ໂຄງການລຶບລ້າງການກືກ ໜັງສື

ພາກກາງ ຂອງ ລາວ ແຂວງ ສວັນນະເຂດ
ພາກກາງ ຂອງ ລາວ ແຂວງ ສວັນນະເຂດ (Art photo Asia)

0:00 / 0:00

ກະຊວງສຶກສາທິການແລະການກິລາສປປລາວ ກັບກຸ່ມເຄືອຂ່າຍການສຶກສາ BRIGHTON ຂອງມາເລເຊັຽໄດ້ຕົກລົງກັນໃນການ ດຳເນີນງານດ້ານການສອນພາສາອັງກິດແລະໂຄງການລຶບລ້າງການກືກຫນັງສືໃນແຂວງສວັນນະເຂດ.

ສອງຝ່າຍໄດ້ລົງນາມກັນໃນບົດບັນທືກຄວາມເຂົ້າໃຈຢ່າງເປັນທາງການໃນການໂຄງການດັ່ງກ່າວ ທີ່ນະຄອນຫລວງວຽງຈັນໃນມື້ ວັນຈັນຜ່ານມາ.ການລົງນາມເປັນສັກຂີພິຍານໂດຍຫົວຫນ້າຫ້ອງການສືກສາແລະກິລາແຂວງສວັນນະເຂດທ່ານຄຳພູນຕູໄພທູນ ແລະທ່ານໂມອາຣີບ CHRISTOPHER BELL ຜູ້ບໍຣີຫານກຸ່ມເຄືອຂ່າຍ ບຣິສໂຕນມາເລເຊັຽ.

ໂຄງການຈະໃຊ້ເວລາ 1 ປີໃນມູນຄ່າປະມານ 1 ລ້ານໂດລາດັ່ງກ່າວແມ່ນການຊ່ອຍເຫລືອຈາກທະນາຄານພັທນາເອເຊັຽບໍຣີສັດ GIANT_CONSOLIDATED ເຂດເສຖກິດພິເສດສວັນ-ເຊໂນທະນາຄານແຫ່ງຊາດລາວແລະກຸ່ມອື່ນໆ.

ຕາມຂໍ້ຕົກໂຄງການ ດັ່ງກ່າວຈະສິດສອນໃນ 9 ໂຮງຮຽນປະຖົມແລະ 4 ໂຮງຮຽນມັທຍົມໃນເຂດເມືອງໄກສອນພົມວິຫານ ແຂວງສວັນນະເຂດ.ເປັນໂຄງການຕົວຢ່າງໃນການຍົກຣະດັບດ້ານການສຶກສາໃນລາວທີ່ຮ່ວມດ້ວຍພາສາຕ່າງປະເທດນຳ.