ຊາວເຜົ່າລາວຕິດຄຸກຢູ່ ວຽດນາມ
2016.10.03
ປັດຈຸບັນ ຊາວເຜົ່າ ຈໍານວນນຶ່ງ ຈາກ ແຂວງຫົວພັນ ຍັງຕິດຄຸກ ຢູ່ ປະເທດ ວຽດນາມ ໃນຂໍ້ຫາ ຄ້າ ຢາເສພຕິດ ຕາມຊາຍແດນ ລາວ-ວຽດນາມ. ສາເຫດ ທີ່ພາໃຫ້ ພວກຂະເຈົ້າ ເຮັດແນວນັ້ນ ກໍຍ້ອນ ບໍ່ມີຄວາມຮູ້ ທີ່ຈະໄປ ຫາເຮັດ ອາຊີບອື່ນ ແລະ ການຄ້າ ຢາເສພຕິດ ກໍ ໄດ້ເງິນຫຼາຍ, ດັ່ງ ເຈົ້າໜ້າທີ່ ແຂວງ ຫົວພັນ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 30 ກັນຍາ 2016 ນີ້ວ່າ:
"ກະເປັນ ບາງຄົນຊື່ໆ ຂະເຈົ້າ ຫລິ້ນອັນນີ້ ຫັ້ນນະ ຈໍານວນນຶ່ງ ກະຕິດຄຸກ ຕິດຄາ ຢູ່ວຽດໄດ້ 2-3 ປີ ກະຍັງ ບໍ່ທັນໄດ້ອອກ ສ່ວນຫຼາຍ ຂະເຈົ້າ ກະແມ່ນ ເປັນກຸ່ມ ເປັນແກ້ງກັນ ເຮັດເອງ ຫັ້ນນະ ຂະເຈົ້າ ກະຄຶດວ່າ ຢາກໄດ້ເງິນ ຫັ້ນນະ ບໍ່ຮູ້ ວິທີຫາເງິນ ແບບ ບໍຣິສຸດ ເນາະ ຂະເຈົ້າກະ ໄປຄ້າຢາ ຄ້ານັ້ນ".
ນາງເວົ້າວ່າ ບໍ່ຮູ້ຄັກ ແນ່ວ່າ ພວກ ທີ່ຖືກຂັງຄຸກ ຢູ່ວຽດນາມ ນັ້ນ ແຕ່ລະຄົນ ຈະຖືກຄຸກ ຈັກປີ ແລະ ໃນນັ້ນ ຮວມເຖິງ ໂທດ ປະຫານ ຊີວິດ ຫຼືບໍ່, ຮູ້ແຕ່ວ່າ ພວກເຂົາ ສ່ວນໃຫຍ່ ຄ້າ ຢາເສພຕິດ ປະເພດ ຢາບ້າ ແລະ ເຮໂຣອິນ. ນອກຈາກນັ້ນ ແລ້ວ ຍັງມີ ຊາວເຜົ່າອີກ ຈໍານວນນຶ່ງ ຖືກຂັງຄຸກ ຢູ່ ແຂວງ ຫົວພັນ ຍ້ອນຂໍ້ຫາ ດຽວກັນ ເຮັດໃຫ້ ຄອບຄົວ ເດືອດຮ້ອນ ຫຼາຍ, ຫາກິນ ລໍາບາກ.
ນາງກ່າວ ອີກວ່າ ເຣື່ອງ ບັນຫາ ຢາເສພຕິດ ນີ້ ທາງການ ແຂວງຫົວພັນ ໄດ້ ເອົາໃຈໃສ່ ຫຼາຍຂຶ້ນ ເຈົ້າໜ້າທີ່ ໃນຫຼາຍ ທ້ອງຖິ່ນ ໄດ້ ກວາດລ້າງ ຈັບກຸມ ຜູ້ຄ້າ ແລະ ຜູ້ເສພຢາ ໄດ້ຫຼາຍຄົນ ແລ້ວ ຮວມທັງ ມີໂຄງການ ສົ່ງເສີມ ວຽກງານ ໃຫ້ ປະຊາຊົນ ໃນຫຼາຍເມືອງ ເຮັດໃຫ້ ຈໍານວນ ຜູ້ຄ້າ ແລະ ຜູ້ເສພ ໃນທຸກມື້ນີ້ ມີບໍ່ຫຼາຍ ຄືແຕ່ກ່ອນ ແຕ່ກໍຍັງ ມີບາງສ່ວນ ລັກຄ້າຂາຍ ຢາເສພຕິດ ຢູ່.
ໜັງສືພິມ ທາງການລາວ ຣາຍງານ ເມື່ອວັນທີ 30 ກັນຍາ ວ່າເມື່ອ ບໍ່ດົນມານີ້ ສານ ປະຊາຊົນ ແຂວງຫົວພັນ ໄດ້ຕັດສິນ ໂທດ ປະຫານ ຊີວິດ ທ້າວ ຈັນທອງ ຊາວບ້ານ ບ້ານນໍ້າໄຕ ເມືອງຊໍາໃຕ້ ໃນຂໍ້ຫາ ຄ້າຂາຍ ເຮໂຣອີນ 16 ແທ່ງ ແລະ ຢາບ້າ ອີກ 176 ເມັດ ພ້ອມທັງ ພົກປືນ ແລະ ມີລູກປືນ ຈໍານວນນຶ່ງ ຊຶ່ງ ຜູ້ກ່ຽວ ຖືກຈັບ ແຕ່ປີ 2014. ຜ່ານມາ ສື່ ຂອງທາງການ ວຽດນາມ ໄດ້ ຣາຍງານວ່າ ພວກຄ້າ ຢາເສພຕິດ ລາວ ຫຼາຍຄົນ ຖືກ ຕັດສິນໂທດ ຈໍາຄຸກ ແລະ ປະຫານ ຊີວິດ ຢູ່ ວຽດນາມ.