ເຂື່ອນດອນສະໂຮງຍັງພໍ ຫາຣື ກັນໄດ້

ມະນີຈັນ
2014.06.08
f-default ເຂື່ອນດອນສະໂຮງຍັງພໍ ຫາຣື ກັນໄດ້
RFA

 

ບົດຄວາມ ທີ່ອອກຜ່ານ ນິຕິຍະສານ Bloomberg ຣາຍ ສັປດາ ເມື່ອ ວັນທີ 4 ມີຖຸນາ 2014 ໂດຍ ອ້າງອີງໃສ່ ຄໍາເວົ້າ ຂອງ ທ່ານ Hans Guttman ຫົວໜ້າຝ່າຍ ບໍຣິຫານ ຄະນະ ກັມມາທິການ ແມ່ນໍ້າຂອງ MRC ວ່າຍັງ ມີໂອກາດ ຢູ່ ທີ່ ຈະຕົກ ລົງກັນໄດ້ ກ່ຽວກັບ ບັນຫາ ຕ່າງໆ ເພື່ອ ຫລຸດຜ່ອນ ຜົລກະທົບ ຕໍ່ຝຸງປາ ທີ່ ຄາດກັນວ່າ ຈະເກີດຈາກ ເຂື່ອນ ດອນສະໂຮງ ໃນແຂວງ ພາກໃຕ້ ຂອງລາວ.

ຂໍ້ຕົກລົງ ທີ່ວ່ານັ້ນ ປາກົດວ່າ ອາຈມີຂຶ້ນ ເມື່ອ 4 ປະເທດ ເຂດ ແມ່ນໍ້າຂອງ ຄື ກັມພູຊາ ລາວ ໄທ ແລະ ວຽດນາມ ເປີດ ກອງປະຊຸມ ປຶກສາ ຫາຣືກັນຢູ່ ທີ່ ປະເທດໄທ ໃນ ທ້າຍເດືອນ ມີຖຸນາ ນີ້.

ເມື່ອເດືອນ ມີນາ ຜ່ານມາ ໄດ້ມີ ຣາຍງານ ບົ່ງບອກ ວ່າລາວ ຈະເລີ່ມການ ກໍ່ສ້າງເຂື່ອນ ໄຟຟ້າ ດອນສະໂຮງ ໃນເດືອນ ທັນວາ ປີ 2014 ນີ້ ຊຶ່ກໍມີ ຂໍ້ສົງໃສ ຢູ່ ຫນ້ອຍ ໜຶ່ງ ກ່ຽວກັບ ການຄັດຄ້ານ ການ ສ້າງເຂື່ອນ ດອນສະໂຮງ ຈາກ ທາງ ກັມພູຊາ ແລະ ວຽດນາມ.

ສ່ວນປະເທດ ໄທນັ້ນ ໄດ້ອອກສຽງ ບໍ່ເຫັນພ້ອມ ຢ່າງເປັນ ທາງການ ໜ້ອຍກວ່າ ວຽດນາມ ແລະ ກັມພູຊາ ເຖິງແມ່ນວ່າ ຈະໄດ້ມີ ການຕິຕຽນ ວິພາກ ວິຈານ ຢ່າງ ແຂງຂັນ ຈາກພາກ ປະຊາຊົນ ຫລື NGO ທີ່ບໍ່ຂຶ້ນ ກັບ ຣັຖບານ ໃນໄທ ກໍຕາມ.

ແຕ່ກໍເປັນ ການຍາກ ທີ່ຈະບໍ່ ໃຫ້ຄິດວ່າ ຫົວໜ້າຝ່າຍ ບໍຣິຫານ MRC ກໍາລັງຕີ ຄວາມໝາຍ ຄໍາເວົ້າ ຂອງທ່ານ ວິຣະພົນ ວິລະວົງ ຮອງ ຣັຖມົນຕຣີ ພລັງງານ ທີ່ໄດ້ ກ່າວຕໍ່ Bloomberg ນັ້ນ ໃຫ້ ດີທີ່ສຸດ ຊຶ່ງ ທ່ານ ວິຣະພົລ ໄດ້ຕອບ ຄໍາຖາມ ຂອງ ບລູມເບີກ ວ່າລາວ ຍັງມີພັນທະ ສົ່ງອອກ ພລັງງານ ໄຟຟ້າ ນໍ້າຕົກ ແລະ ເປັນໝໍ້ໄຟ ແຫ່ງ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ເຖິງແມ່ນ ການປະເມີນ ຜົລກະທົບ ຮວມທັງ ຕໍ່ຝຸງປາ ໃນ ແມ່ນໍ້າຂອງ ຈະເປັນ ແນວໃດ ແຕ່ ກໍປາກົດ ວ່າ ລາວ ຈະເດີນ ຕາມແຜນ ສ້າງເຂື່ອນ ດອນສະໂຮງ ນັ້ນ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.