ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບແຂວງສວັນນະເຂດ ລົງໂທດເຈົ້າໜ້າທີ່ຕໍາຣວດ 21 ຄົນ ທີ່ລະເມີດວິນັຍ ໂດຍໃຊ້ຕໍາແໜ່ງ ໜ້າທີ່ຫາຜົລປໂຍດສ່ວນຕົວ ຊຶ່ງຜິດຕໍ່ລະບຽບກົດໝາຍຂອງລາວ. ການປະຕິບັດວິນັຍທີ່ວ່ານີ້ ແມ່ນໃຫ້ເຣີ່ມແຕ່ມຶ້ວັນທີ 14 ມິນານີ້ເປັນຕົ້ນໄປ.
ໃນຈໍານວນເຈົ້າໜ້າທີ່ຕໍາຣວດ 21 ຄົນນີ້ ມີນາຍຕໍາຣວດຊັ້ນພັນໂທ 5 ຄົນ ທີ່ຖືກໃຫ້ອອກຈາກການເປັນຕໍາຣວດ, ປົດຊັ້ນພັນຕຣີລົງເປັນຮ້ອຍເອກ 1 ຄົນ, ປົດຈາກຮ້ອຍເອກລົງເປັນຮ້ອຍໂທ 5 ຄົນ ແລະປົດຊັ້ນຕ່າງໆນໍາອີກ. ພ້ອມກັນນັ້ນກໍຍ້າຍບ່ອນປະຈໍາການນາຍຕໍາຣວດຊັ້ນຮ້ອຍໂທ 5 ຄົນ ແລະຊັ້ນຮ້ອຍຕຣີ 3 ຄົນ ແລະປົດຊັ້ນວາທີຮ້ອຍຕຣີລົງເປັນສິບເອກ ແລະໂຈະການຍ້ອງຍໍ 2 ຄົນ.
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຜູ້ນຶ່ງຢູ່ເມືອງສອງຄອນ ແຂວງສວັນນະເຂດ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ມິນານີ້ວ່າ ທາງການແຂວງສວັນນະເຂດ ຄວນເປີດເຜີຍລາຍລະອຽດເຣື່ອງຄວາມຜິດ ຂອງເຈົ້າໜ້າທີ່ຕໍາຣວດ ທີ່ຖືກລົງວິນັຍນັ້ນ ໃຫ້ປະຊາຊົນລາວຮູ້ ເພື່ອຈະໄດ້ຮູ້ວ່າ ການລົງໂທດນັ້ນ ສົມກັບຄວາມຜິດທີ່ພວກເຂົາເຈົ້າກະທໍາຫລືບໍ່, ບໍ່ແມ່ນຈະຣາຍງານພຽງແຕ່ສ່ວນໃດສ່ວນນຶ່ງເທົ່ານັ້ນ ດັ່ງທີ່ທ່ານກ່າວວ່າ.
" ສ່ວນນຶ່ງເພິ່ນກະເປີດເຜີຍ ສ່ວນນຶ່ງເພິ່ນກະບໍ່ໄດ້ເປີດເຜີຍໄດ໋ ມັນເປັນວຽກຂອງເພິ່ນເນາະ. ແຕ່ວ່າເພິ່ນແລ້ວພຸ້ນແຫລະ ແລ້ວເຮົາກະໄດ້ຍິນນໍາຫລັງ ເພິ່ນບໍ່ໄດ້ເຮັດແບບວ່າ ແຈ້ງຂ່າວອຮ່ຫຍັງຫັ້ນນ່າ. "
ຊາວລາວຜູ້ນຶ່ງ ຢູ່ນະຄອນໄກສອນ ພົມວິຫານ ເວົ້າກ່ຽວກັບເຣື່ອງທີ່ເກີດຂຶ້ນນັ້ນວ່າ ຢາກໃຫ້ທາງການລາວ ຕິດຕາມ-ກວດກາ ການປະຕິບັດງານຂອງເຈົ້າໜ້າທີ່ຕໍາຣວດທຸກຄົນ ແລະກໍຕ້ອງກວດກາດ້ວຍຄວາມຍຸຕິທໍາ ແລະໂປ່ງສັຍ. ເມື່ອກວດພົບນາຍ ຕໍາຣວດຄົນໃດກໍຕາມ ທີ່ລະເມີດລະບຽບກົດໝາຍ, ສວຍໃຊ້ໜ້າທີ່ ຕໍາແໜ່ງ ເພື່ອຫາຜົລປໂຍດໃຫ້ແກ່ຕົວເອງ ຫລືເພື່ອນຝຸງ ກໍຄວນຈະລົງວິນັຍ ໃສ່ໂທດຢ່າງເດັດ ຂາດ. ແລະວ່າ ເມື່ອມີນາຍຕໍາຣວດກະທໍາຄວາມຜິດ ກໍສະທ້ອນໃຫ້ເຫັນວ່າ ພວກເຂົາເຫລົ່ານັ້ນບໍ່ໄດ້ເຮັດວຽກ ເພື່ອຊ່ອຍເຫລືອປະຊາຊົນຢ່າງຈິງໃຈ.
" ເຂົາກະເອື້ອມລະອາ ມັນບໍ່ມີຄົນມາຊີ້ນໍາໃຫ້ ບໍ່ຕັ້ງອົກ ຕັ້ງໃຈບໍ່ແພງປະຊາຊົນແທ້ຫັ້ນນ່າ ເວົ້າງ່າຍໆ ແພງໂຕເອງ. "
ທີ່ນະຄອນຫລວງວຽງຈັນ ຊາວລາວຜູ້ນຶ່ງກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ມິນານີ້ວ່າ ໄລຍະຜ່ານມາ ກໍມັກຈະໄດ້ຍິນຫາງສຽງຂອງປະຊາຊົນລາວຈົ່ມວ່າ ເຣື່ອງ ຕໍາຣວດສວຍໃຊ້ຕໍາແໜ່ງ ໜ້າທີ່ ເພື່ອຫາຜົນປະໂຫຍດໃຫ້ຕົວເອງ ອັນມີຮວມທັງ ເຣື່ອງການຮັບສິນບົນ, ແຕ່ທາງການລາວກໍມັກປະຕິເສດວ່າ ບໍ່ເປັນຄວາມຈິງ ແລະກໍບໍ່ມີການຕິດຕາມ-ກວດກາ ຫາຂໍ້ເທັດຈິງ ເພື່ອໃຫ້ຄວາມກະຈ່າງແຈ້ງແກ່ສັງຄົມ. ແລະວ່າ ທາງການຕ້ອງປະຕິບັດວິນັຍຂັ້ນເດັດຂາດ ຕໍ່ນາຍຕໍາຣວດ ທີ່ສວຍໂອກາດແລະລະເມີດລະບຽບກົດໝາຍ ເພື່ອບໍ່ໃຫ້ນາຍຕໍາຣວດຄົນອື່ນໆ ເອົາເປັນແບບຢ່າງ.
" ປາກນີ້ເຂົາກະເວົ້າຢູ່ວ່າໂປ່ງສັຍ ໂປ່ງສັຍ ເຮັດຫຍັງຄືກັນ ແຕ່ມາເບິ່ງແລ້ວນີ້ ສ່ວນຫລາຍແລ້ວພວກເຫັນແກ່ເງິນນ່າ ມີໜ້າມີຕາມີສິດອໍານາດແດ່ ມັນເໜືອກົດໝາຍແລ້ວດຽວນີ້ ມັນບໍ່ຢ້ານຫຍັງກົດໝາຍ ມັນກະຍາກຢູ່ເຣື່ອງນີ້. "
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ອັຍການແຂວງສວັນນະເຂດ ທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ ເກືອບທຸກປີ ມັກຈະໄດ້ຍິນຂ່າວກ່ຽວກັບການປະຕິບັດວິນັຍຍຕໍ່ເຈົ້າໜ້າທີ່ ພະນັກງານພັກ-ຣັຖ ທີ່ລະເມີດກົດໝາຍ, ສໍ້ຣາດບັງຫລວງ ແລະສວຍໃຊ້ຕໍາແໜ່ງ ໜ້າທີ່ ເພື່ອຜົນປໂຍດໃຫ້ຕົວເອງ. ແຕ່ສ່ວນຫລາຍ ກໍມັກຈະມີແຕ່ການໄກ່ເກັ່ຍກັນພາຍໃນ ກໍແລ້ວໄປເລີຍ.
" ກະແລ້ວແຕ່ຄະດີເນາະ ເພິ່ນກະສິມີລະບຽບຂອງເພິ່ນຫັ້ນນ່າ ຄັນເຮົາໄກ່ເກັ່ຍໃຫ້ເພິ່ນແລ້ວໄດ້ ແລ້ວກະແລ້ວຫັ້ນນ່າ. "
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເຣື່ອງການລົງວິນັຍ ໃສ່ໂທດເຈົ້າໜ້າທີ່ຕໍາຣວດ 21 ຄົນທີ່ວ່ານັ້ນ ວິທຍຸເອເຊັຽເສຣີ ກໍໄດ້ພະຍາຍາມຕິດຕໍ່ ຖາມໄປຍັງເຈົ້າໜ້າທີ່ກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ແຂວງສວັນນະຂດ, ແຕ່ເຈົ້າໜ້າທີ່ ປະຈໍາກອງບັນຊາການນັ້ນ ບໍ່ໃຫ້ຄໍາເຫັນໃດໆ.
ເວົ້າເຖິງການກະທໍາຜິດ ແລະຜູ້ກະທໍາຜິດ, ກົດໝາຍອາຍາຂອງ ສປປລາວ ມາຕຣາ 6 ລະບຸວ່າ ທຸກການກະທໍາ ຫລືການເມີນເສີຍທີ່ເປັນອັນຕະລາຍ ຕໍ່ລະບອບການ ເມືອງ, ເສຖກິດ ຫລືສັງຄົມລາວ ຊຶ່ງກໍ່ໃຫ້ເກີດຄວາມເສັຍຫາຍຫລາຍກວ່າ 500,000 ກີບ ຖືວ່າມີຄວາມຜິດຕາມກົດໝາຍອາຍາ.
ໃນກອງປະຊຸມສມັຍສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສວັນນະເຂດ ຊຸດທີ 2 ເມື່ອກາງເດືອນມົກກະຣາທີ່ຜ່ານມາ ທ່ານ ລໍາທອງ ຂອບສີລາວົງ ກໍາມະການປະຈໍາພັກແຂວງ, ປະທາອົງການກວດກາພັກ-ຣັຖແຂວງ ໄດ້ລາຍງານໃນມື້ວັນທີ 13ມົກກະຣາ 2022 ນີ້ວ່າ ໃນປີ 2021 ທີ່ຜ່ານມາ ໄດ້ກວດພົບເຫັນພະນັກງານພັກ-ຣັຖຈໍານວນນຶ່ງ ສໍ້ຣາດບັງຫລວງຈໍານວນ 9 ເປົ້າໝາຍ ທີ່ສ້າງຄວາມເສັຍຫາຍໃຫ້ຣັຖເປັນເງິນຈໍານວນ 34 ຕື້ກີບ, 52 ລ້ານບາດ ແລະ 1 ແສນໂດລາສະຫະຣັດ, ແຕ່ທ່ານບໍ່ໄດ້ເປີດເຜີຍລາຍລະອຽດ ແນວໃດໃຫ້ສັງຄົມຮູ້.