ການໄປທ່ອງທ່ຽວໃນ ສປປ ລາວ

ໃນດ້ານມືດ ທີ່ບໍ່ມີ ຄວາມຈະແຈ້ງ ສໍາລັບ ນັກທ່ອງທ່ຽວ ທີ່ຈະໄປ ທ່ຽວ ໃນ ສປປ ລາວ

ນັກທ່ອງທ່ຽວ ຊາວ ຕ່າງປະເທດ ໃນແຂວງ ຫຼວງພຣະບາງ
ນັກທ່ອງທ່ຽວ ຊາວ ຕ່າງປະເທດ ໃນແຂວງ ຫຼວງພຣະບາງ (RFA)

0:00 / 0:00

ຂ່າວ Asia Times online ຣາຍງານວ່າ ທ່ານ ສົມພອນ ຂັນຕິສຸກ ຜູ້ກໍ່ຕັ້ງ ບ້ານພັກ Boat Landing guesthouse ທີ່ໄດ້ຮັບ ຣາງວັນ ການທ່ອງທ່ຽວ ທັມມະຊາດ ນັ້ນ ໄດ້ຖືກກຸ່ມຄົນ ທີ່ນຸ່ງເຄື່ອງແບບ ສີຂຽວ ບັງຄັບ ໃຫ້ຂຶ້ນຣົດໄປ ທີ່ແຂວງ ຫລວງນໍ້າທາ ເມື່ອປີ 2007. ນັບເປັນເວລາ ດົນນານ ພໍສົມຄວນ ທີ່ຄອບຄົວ ຂອງ ທ່ານ ຂັນຕິສຸຂ ໄດ້ຕິດຕາມ ຊອກຫາ ໂດຍມີທັງການ ໄປຫາໝໍດູ ໝໍມໍ ແລະ ໃຫ້ຄໍາ ສັນນິຖານວ່າ ທ່ານຍັງມີ ຊີວິດຢູ່. ເວລາຜ່ານໄປ 5 ປີ ຮອດທຸກມື້ນີ້ ທ່ານ ຂັນຕິສຸກ ກໍຍັງ ຫາຍສາບສູນຢູ່ ຈຶ່ງມີການ ສັນນິຖານວ່າ ທ່ານ ເສັຽຊີວິດ ໄປແລ້ວ.

ກໍຣະນີ ນີ້ກໍຄ້າຍໆກັນ ກັບທ່ານ ສົມບັດ ສົມພອນ ຊຶ່ງເປັນບຸກຄົນ ທີ່ສາກົນ ໃຫ້ການນັບຖື ໄດ້ຖືກລັກ ພາໂຕໄປ ໃນວັນທີ 15 ທັນວາ ປີ 2012 ໃນ ນະຄອນຫລວງ ວຽງຈັນ ໂດຍທີ່ບໍ່ຮູ້ ວ່າແມ່ນໃຜ ແລະພິທີ ທີ່ຈະຈັດຂຶ້ນ ຢູ່ສປປ ລາວ ເພື່ອເປັນກຽດແກ່ ທ່ານ ສົມບັດ ນັ້ນກໍຕ້ອງ ຖືກຍົກເລີກ ພາຍຫລັງທີ່ ທາງຕໍາຣວດ ຮັກສາ ຄວາມປອດພັຍ ຂົ່ມຂູ່ ເພື່ອນຮ່ວມງານ ແລະ ຄອບຄົວ ຂອງ ທ່ານສົມບັດ. ແຕ່ການປະທ້ວງ ແລະ ກິຈກັມ ເພື່ອສະແດງ ອອກເຖິງຄວາມ ເສົ້າເສັຽໃຈ ແລະ ຮຽກຮ້ອງ ຄວາມຍຸຕິທັມ ໃນການ ຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ຖືກຈັດຂຶ້ນ ໂດຍອົງການ ເພື່ອສິດທິມະນຸດ ຢູ່ແຫ່ງຕ່າງໆ ຮວມທັງ ຢູ່ປະເທດໄທ.

Asia Time ແຈ້ງວ່າ ຣັຖບານຜເດັດການ ສປປ ລາວ ບໍ່ປານິປານອມ ກັບ ການຄັດຄ້ານໃດໆ ທີ່ມີຕໍ່ຕົນ ຂະນະທີ່ ຜູ້ກ້າເວົ້າກ້າວ່າ ຮວມທັງ ນັກເຄື່ອນໄຫວ ທີ່ກ້າອອກມາ ຮຽກຮ້ອງ ປະຊາທິປະໄຕ ຢ່າງເປີດແປນນັ້ນ ກໍຖືກຂັງຄຸກ ຢູ່ ເທົ້າທຸກວັນນີ້. ຄົນອື່ນໆອີກ ທີ່ຕົກເປັນເປົ້າ ຂອງ ທາງການລາວ ຍ້ອນໄດ້ຕິຕຽນ ແລະ ເຄື່ອນໄຫວ ຄັດຄ້ານ ພັກຣັຖ ນັ້ນໄດ້ຫລົບໜີ ອອກນອກ ປະເທດໄປ.

ການຫາຍສາບສູນ ຂອງທ່ານ ຂັນຕິສຸຂ ແລະ ທ່ານສົມບັດ ທີ່ຍັງ ອະທິບາຍ ບໍ່ໄດ້ນັ້ນ ເປັນຄໍາເຕືອນ ສໍາລັບ ນັກທ່ອງທ່ຽວ ຕ່າງປະເທດ ທີ່ມີແຜນ ຈະເດີນທາງ ໄປທ່ອງທ່ຽວ ໃນ ສປປ ລາວ.