ຄວາມສໍາພັນລາວສະຫະຣັດ

ມະນີຈັນ
2016.09.14
F-Obama ທ່ານ ບາຣັກ ໂອບາມາ ແລະ ທ່ານ ບຸນຍັງ ວໍຣະຈິດ ສັງສັນ ທີ່ ນະຄອນຫຼວງວຽງຈັນ
Courtesy of Whitehouse.gov

ປັນຍາຊົນຊາວລາວ ບາງທ່ານ ທັງພາຍໃນ ແລະ ນອກປະເທສ ຍັງເຊື່ອວ່າ ການຮ່ວມມື ດ້ານ ການປ້ອງກັນ ຊາດ ປ້ອງກັນ ຄວາມສງົບ ໂດຍສະເພາະ ດ້ານ ການທະຫານ ຣະຫວ່າງ ລາວ ແລະ ສະຫະຣັຖ ອະເມຣິກາ ຄົງຈະເປັນ ເຣື້ອງທີ່ຢູ່ ໄກຕົວຢູ່, ເນື່ອງຈາກວ່າ ການ ຮ່ວມມື ດ້ານນີ້ ເປັນ ການຮ່ວມມື ທີ່ ອ່ອນໄຫວຫຼາຍ ເຖິງແມ່ນວ່າ ທາງການລາວ ແລະ ສະຫະຣັຖ ອະເມຣິກາ ໂດຍແມ່ນ ປະທານ ປະເທສລາວ ທ່ານ ບຸນຍັງ ວໍຣະຈິຕ ແລະ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະຣັຖ ອະເມຣິກາ ຈະເຫັນດີ ຮ່ວມກັນໃນ 20 ຂໍ້ ຂອງ ຖແລງການ ຮ່ວມ ເມື່ອ ທ່ານທັງສອງ ໄດ້ພົບພໍ້ກັນ ຢ່າງເປັນ ທາງການ ທີ່ ນະຄອນຫຼວງ ວຽງຈັນ ໃນວັນທີ 6 ກັນຍາ 2016 ນັ້ນກໍດີ.

ອະດີດນາຍທະຫານ ອາວຸໂສ ແຫ່ງ ກອງທັບ ພຣະຣາຊອານາຈັກ ລາວ ທີ່ອາສັຍຢູ່ ສະຫະຣັຖ ອະເມຣິກາ ແລະ ຕິດຕາມ ການເມືອງ ໃນລາວ ມາຕລອດ ໄດ້ໃຫ້ທັສນະ ຕໍ່ ເອເຊັຽ ເສຣີ ເມື່ອວັນທີ 12 ກັນຍາ ນີ້ວ່າ ຖແລງການຮ່ວມ ຣະຫວ່າງ ຜູ້ນຳ ທັງ 2 ປະເທສ ເມື່ອສັປດາ ທີ່ຜ່ານມາ ໂດຍສະເພາະ ແມ່ນຂໍ້ທີ 18 ທີ່ບົ່ງເຖິງ ການຮ່ວມມື ກັນ ໃນດ້ານ ປ້ອງກັນຊາດ ແລະປ້ອງກັນ ຄວາມສງົບ ນັ້ນເປັນພຽງ ການຖແລງຂ່າວ ທາງພິທີ ການທູຕ ຊື່ໆ ແຕ່ການ ປະຕິບັດ ແທ້ໆນັ້ນ ແມ່ນຍັງຢູ່ ຫ່າງໄກ ຄວາມເປັນຈິງ ເພາະວ່າ ປະເທສລາວ ຍັງໃຊ້ ຣະບອບ ຄອມມິວນິສ ພັກດຽວ, ແລະມີຄວາມ ສຳພັນ ຮ່ວມມື ດ້ານ ຄວາມໝັ້ນຄົງ, ການເມືອງ ແລະ ການທະຫານ ກັບ ປະເທສຈີນ ແລະ ວຽດນາມ ຢ່າງສນິດແໜ້ນ, ເປັນການຍາກ ທີ່ ລາວ ຈະມີ ນະໂຍບາຍ ຕ່າງປະເທສ ໃໝ່:

"ດຽວນີ້ເຈົ້າຢູ່ນຳ ຄອມມິວນິສ ບາດນີ້ເຈົ້າ ກະມີນາຍ ເໜືອຫົວຢູ່ ບາດນີ້ເຈົ້າ ກະເຮັດຫຍັງ ບໍ່ໄດ້ ຕາມໃຈ ເຈົ້າຢູ່ແລ້ວ ໃຜກະຮູ້, ມັນຊິ ເປັນໄດ້ ແນວໃດ? ຜູ້ທີ່ຊິໄປ ໃຫ້ ທິດີ ແນວທາງເດີນ ຂອງລາວ ລະແມ່ນ ແກວ ພຸ້ນ ຫລືວ່າ ຈີນ ພຸ້ນ ລາວ ເຮັດຫຍັງບໍ່ໄດ້ ຖ້າຕາບໃດ ທີ່ເຈົ້າບໍ່ມາ ເດັດຂາດ ຍົກເລີກ ສັນຍາ ມີຫຍັງອັນນີ້".

ໃນຂນະດຽວກັນ, ປັນຍາຊົນລາວ ໃນ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກໍ່ໄດ້ໃຫ້ທັສນະ ກ່ຽວກັບ ການຮ່ວມມື ດ້ານນີ້ ຣະຫວ່າງ ລາວ ແລະ ອະເມຣິກາ ຕໍ່ເອເຊັຽ ເສຣີ ໃນວັນດຽວກັນ ນັ້ນວ່າ:

"ເຂົາກະມາສະແດງ ສັກກະຍະພາບ ເຣື້ອງ ປະຊາທິປະຕັຍ ຂອງເຂົາ. ຢາກມາຮູ້ ກົລກອກ ກົລໄກ ມາແບບວ່າ ອັນນັ້ນ ຊື່ໆນ່າ".

ເຖິງຢ່າງໃດກໍ່ດີ, ອີງຕາມ ຖແລງການຮ່ວມ 20 ຂໍ້ ຣະຫວ່າງ ລາວ ແລະ ສະຫະຣັຖ ທ່ານ ບຸນຍັງ ວໍຣະຈິຕ, ປະທານ ປະເທສລາວ ກໍ່ໄດ້ ສະແດງຄວາມ ຍິນດີ ຕໍ່ການ ເພີ້ມທະວີ ການພົວພັນ ຮ່ວມມື ຣະຫວ່າງ ສປປລາວ ແລະ ສະຫະຣັຖ ອະເມຣິກາ ທີ່ເປັນການ ປະກອບສ່ວນ ໃຫ້ແກ່ການ ຮັກສາ ສັນຕິພາບ, ສຖຽນຣະພາບ ແລະ ຄວາມວັທນາ ຖາວອນ ຢູ່ ໃນພາກພື້ນ ນີ້ ນໍາດ້ວຍ.

ຕາມຂໍ້ຄວາມ ຂອງ ຖແລງການ ຂໍ້ທີ 18 ຜູ້ນໍາທັງສອງ ຢືນຢນວ່າ ຈະສືບຕໍ່ ຮ່ວມມື ດ້ານປ້ອງກັນ ປະເທດ ແລະ ຮັກສາ ຄວາມສງົບ ຜ່ານການ ສົນທະນາ ປະຈໍາປີ ຣະຫວ່າງ 2 ຝ່າຍ ສະຫະຣັຖ ອະເມຣິກາ-ສປປລາວ ແລະ ຄນະເຮັດວຽກ ກ່ຽວຂ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.