ຕ່າງດ້າວເຂົ້າມາລາວ ໄດ້ສະບາຍ ແກ້ໄຂຍາກ
2021.03.10

ຊາວລາວສ່ວນໃຫຍ່ເຫັນວ່າ ເປັນການຍາກທີ່ຈະແກ້ໄຂບັນຫາ ຄົນຕ່າງຊາດລັກເຂົ້າມາລາວ ແລະ ເຮັດທຸຣະກິດ ແບບບໍ່ຖືກຕ້ອງ ຕາມກົດຫມາຍ, ເຖິງແມ່ນວ່າທາງການຈະອອກ ດຳຣັດຄຸ້ມຄອງກໍຕາມ.
ຊາວບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊຶ່ງເປັນບ້ານຕິດກັບສະຖານີຣົດໄຟ ລາວ-ຈີນ ເວົ້າວ່າ ເປັນການຍາກທີ່ຈະ ແກ້ໄຂບັນຫາກັມມະກອນຈີນ ລັກເຂົ້າມາເຮັດວຽກ ໃນໂຄງການຣົດໄຟ ລາວ-ຈີນ, ຍ້ອນຍັງມີເຈົ້່າຫນ້າທີ່ລາວ ບາງກຸ່ມຮັບສິນບົນ ຈາກກັມມະກອນຈີນ ແລ້ວອະນຸຍາດໃຫ້ຂະເຈົາ ສາມາດຢູ່ປະເທດລາວໄດ້, ດັ່ງທ່ານກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 10 ມີນາ ປີ 2021 ນີ້ວ່າ:
“ປະກອບອາຊີບເປັນກັມມະກອນ ບໍ່ຖືກຕ້ອງ ເຂົາເຈົ້າກະຊິລັກກັນມາ ເຂົາເຈົ້າເອົາເງິນໃຫ້ເຈົ້າຫນ້າທີ່ ແລ້ວຂະເຈົ້າທຳນະໂຍບາຍ ກັນໄປຊີ້ແນະຫັ້ນ, ນະໂຍບາຍກໍໃຫ້ເຂົາເຈົ້າ ຮອດເດືອນນັ້ນເດີມື້ນັ້ນເດີ.”
ຊາວບ້ານຜູ້ນີ້ກ່າວຕື່ມວ່າ ໃນອະນາຄົດຖ້າຫາກມີການໄປມາຫາສູ່ ດ້ວຍຣົດໄຟ ລາວ-ຈີນ ຢ່າງສະດວກສະບາຍ ແຮ່ງຈະເຮັດໃຫ້ ຄົນຈີນເຂົ້າມາຢູ່ລາວ ແບບບໍ່ຖືກຕ້ອງຫຼາຍຂຶ້ນ ໃນຮູບແບບຕ່າງໆ, ໃນນັ້ນຮ່ວມທັງການແຕ່ງງານ ກັບແມ່ຍິງລາວ ແລະ ການ ໃຫ້ສິນບົນຊື້ຈ້າງ ເຈົ້າຫນ້າທີ່ທ້ອງຖິ່ນແລະອື່ນໆ, ເນື່ອງຈາກກົດໝາຍລາວ ບໍ່ເຄັ່ງຄັດຕໍ່ຄົນຕ່າງຊາດ ໃນການປະຕິບັດໃຊ້.
ຊາວບ້ານທາດຫຼວງເຫນືອ ນະຄອນຫຼວງວຽງຈັນ ທ່ານນຶ່ງເວົ້າວ່າ ປັດຈຸບັນ ກໍຍັງມີຄົນຈີນ ຄົນວຽດນາມ ແລະຄົນໄທຍ ເຂົ້່າມາ ເຮັດອາຊີບທີ່ສງວນ ໄວ້ໃຫ້ຄົນລາວຫຼາຍຢູ່ ເປັນຕົ້ນ, ຮ້ານເສີມສວຍ ຮ້ານຕັດຜົມ ແລະ ຮ້ານຂາຍເຄື່ອງຍ່ອຍ ປະເພດເສື້ອຜ້າ, ເຄື່ອງນຸ່ງຫົ່ມ ແລະ ອຸປກອນກໍສ້າງ ທັງແບບຖືກຕ້ອງແລະບໍ່ຖືກຕ້ອງ ຕາມກົດໝາຍ ຍາກທີ່ຈະປາບປາມ.
“ຍາກຫຼາຍມັນກໍຫຼາຍປັດຈັຍແດ່, ຣັຖບານກໍຊ່ອຍຢູ່ ເວົ້າວ່າຊ່ອຍແຕ່ໂຕຈິງບໍ່ໄດ້ຊ່ອຍ, ຄໍຣັບຊັ້ນນີ້ຢູ່ລາວ ມັນກໍຫຼາຍຍັງມີຫຼາຍຢູ່.”
ຊາວບ້ານ ຢູ່ບ້ານໃຫຍ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊຶ່ງເປັນບ້ານຕິດກັບເຂດເສຖກິດພິເສດ ສາມຫລ່ຽມຄຳ ເວົ້າວ່າ ປັດຈຸບັນ ສ່ວນຫຼາຍຄົນຈີນ ເຂົ້າໄປເຮັດວຽກຢູ່ ກາຊີໂນ ໃນຂນະທີ່ ຄົນວຽດນາມເຂົ້າມາ ເຮັດຮ້ານຕັດຜົມ, ເຮັດເລັບ ແຕ່ຍັງມີປາກົດການ ໃຫມ່ເກີດຂຶ້ນອີກຄືຄົນຕ່າງຊາດ ເປັນຕົ້ນຄົນຈີນ ມັກມາແຕ່ງງານ ກັບແມ່ຍິງລາວ ແລ້ວປຸກເຮືອນ ອາສັຍຢູ່ໃນລາວເລີຍ.
“ຢູ່ຂອບເຂດສະເພາະບ້ານໃຫມ່ ເມືອງຕົ້ນເຜິ້ງນີ້ ກໍມີຄົນຈີນຢູ່ ກາຊີໂນ, ຖືວ່າຢູ່ໃນພຸ້ນເຂົາກໍບໍ່ໄດ້ອອກມານອກ, ດຽວນີ້ຂະເຈົ້າ ຄົນໃນບໍ່ໃຫ້ອອກ, ຄົນນອກບໍ່ໃຫ້ເຂົ້ານ່າ, ດຽວນີ້ບໍ່ມີ ແລ້ວຄົນຈີນຊິມາຊື້ດິນຢູ່, ສ່ວນຫຼາຍຊິແມ່ນເຂົາເຈົ້າແຕ່ງງານບໍ່, ສ່ວນຫຼາຍ ແມ່ນເອົາຄົນລາວເດ້, ເພາະຄົນລາວມີດິນຢູ່ແລ້ວ, ມາແລ້ວເຂົາເຈົ້າກໍປຸກເຮືອນໃສ່.”
ຢູ່ແຂວງອຸດົມໄຊ ເຈົ້າຫນ້າທີຕຳຣວດທ່ານນຶ່ງກ່າວວ່າ, ປະຈຸບັນພາກສ່ວນກ່ຽວຂ້ອງ ໄດ້ອະນຸຍາດໃຫ້ຄົນຕ່າງປະເທດທີ່ອາສັຍຢູ່ ໃນແຂວງ, ຜູ້ທີ່ໃບຜ່ານແດນຫມົດອາຍຸປະມານ 70-100 ຄົນ ສາມາດຢູ່ຕໍ່ໄດ້ຊົ່ວຄາວ ຈົນກວ່າຈະເປີດດ່ານຊາຍແດນເຂົ້່າ-ອອກ ຢ່າງເປັນທາງການ.
“ຈຳນວນນຶ່ງບໍຖືກຕ້ອງ ສ່ວນຫຼາຍແມ່ນພວກສ່ວນຢູ່ເກົ່າເນາະ ເອກສານບໍ່ຖືກຕ້ອງ ໂດຍສະເພາະວິຊານັກທ່ອງທ່ຽວເຂົ້າມາ ປະກອບອາຊີບດຳເນີນທຸຣະກິດ ກໍຊິມີຈຳນວນນຶ່ງ ສ່ວນຫຼາຍເຂົາກໍຢູ່ເກີນແຫຼະ ຢູ່ເກີນທາງການລາວ ອະນຸຍາດຕໍ່ໃຫ້ເຂົາໄດ້ ເພາະຍ້ອນໂຄວິດ-19 ນີ້ມັນໄປຕໍ່ວິຊາບໍ່ໄດ້ນີ້ ທາງການມີນະໂຍບາຍ ຈ້ຳກາກໍຢູ່ຕໍ່ໄດ້ເລີຍ ຈົນກວ່າໂຄວິດ-19 ເຂົາກໍຈະອອກ ຈາກປະເທດໄປຫມົດ”
ເຈົ້າຫນ້າທີ່ຜແນກແຮງງານ ແລະສວັດດີການ ແຂວງບໍ່ແກ້ວ ກ່າວວ່າ ປັດຈຸບັນຢູ່ແຂວງບໍ່ແກ້ວ ສະພາບການຄົນຕ່າງປະເທດ ເປັນຕົ້ນຄົນຈີນ ແລະ ຄົນວຽດນາມ ທີ່ເຂົ້າມາປະເທດ ແບບບໍ່ຖືກຕ້ອງນັ້ນ, ໄດ້ຫລຸດລົງແດ່ແລ້ວ ເນື່ອງຈາກມີການຣະບາດ ໂຄວິດ-19 ເຮັດໃຫ້ພວກຂະເຈົ້າ ທີ່ເຂົ້າມາລາວ ດ້ວຍວິຊາທ່ອງທ່ຽວ ແຕ່ມາປະກອບອາຊີບ ແລະອອກແຮງງານ ໃນແຂວງ ຈຳນວນນຶ່ງໄດ້ເດີນທາງກັບບ້ານ ຂອງໃຜລາວ ແລ້ວໃນໄລຍະ ກຸດຈີນ ແລະ ຫຼາຍຄົນກໍບໍ່ກັບຄືນມາອີກ.
ອິງຕາມການຣາຍງານ ຂອງສຳນັກຂ່າວວຽງຈັນທາມສ໌ ໃນວັນທີ 10 ມິນາ ປີ 2021 ຣະບຸວ່າຣັຖບານລາວ ໄດ້ອອກດຳຣັດຄວບຄຸມ ຄົນຕ່າງດ້າວ ຜູ້ທີ່ເຂົ້າມາປະກອບທຸຣະກິດຢູ່ລາວ ແບບບໍ່ຖືກຕ້ອງ ຖ້າກວດພົບເຫັນ ຈະຖືກປັບໃໝ ຈາກ 2 ລ້ານ ເຖິງ 5 ລ້ານກີບ ແລະຖ້າຫາກຣະເມີດເກີນ 3 ຄັ້ງ, ຈະຖືກຫ້າມເຂົ້າມາລາວອີກ.
ໃນຂນະດຽວກັນ ຄົນລາວຜູ້ໃດກໍຕາມ ໃຫ້ຄົນຕ່າງຊາດເຊົ່າ ຫຼືຊື້ກິຈການຂອງຕົນແບບບໍ່ຖືກຕ້ອງ ກໍຈະຖືກປັບໃໝຈາກ 4 ລ້ານກີິບ ເຖິງ 10 ລ້ານກີບ ຖ້າຫາກລະເມີດເກີນ 3 ຄັ້ງ ອາດຈະຖືກຖອນໃບອະນຸຍາດ ບໍ່ໃຫ້ປະກອບທຸຣະກິດອີກຕໍ່ໄປ.