ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ຂໍຕ້ອນຮັບທ່ານ ເຂົ້າມາສູ່ ຣາຍການ ມາຟັງນຳກັນ. ເປັນຣາຍການ ທີ່ສຣຸບຂ່າວເດັ່ນ ປະຈຳສັປດາ ນໍາສເນີ ຮູບແບບການເລົ່າຂ່າວ. ຮັບໜ້າທີ່ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.
ສັປດານີ້ ພວກເຮົາ ໄດ້ຮວບຮວມ ຫຼາຍປະເດັນ ທີ່ເກີດຂຶ້ນ ໃນໄລຍະ ໂຄວິດ-19 ຣະບາດ, ໂດຍສະເພາະ, ການຣະບາດ ໂຄວິດ-19. ໃນປັດຈຸບັນ ຍອດຜູ້ຕິດເຊື້ອ ສະສົມ ໃນລາວ ເຂົ້າ 4 ພັນແລ້ວ. ສຳລັບ ມື້ນີ້ ໃນຣາຍການ ຈະເວົ້າເຖິງ ສະພາບ ການຣະບາດ ຂອງໂຄວິດ, ທາງການ ແຂວງຊຽງຂວາງ ຖແລງ ບໍ່ສາມາດ ຊ່ອຍຜູ້ຕິດຄ້າງ ໃນຂຸມຄຳ, ອັດຕຣາເງິນເຟີ້ ແລະ ປສກ ແຂວງບໍ່ແກ້ວ ຈັບແກ້ງຄ້າຢາບ້າ ໄດ້ອີກແລ້ວ.
ໄຊຍາ: ນັ້ນກໍແມ່ນ ປະເດັນຂ່າວ ໃນຮອບສັປດາ ທີ່ພວກເຮົາ ຈະມາເລົ່າສູ່ ທ່ານຟັງ. ທ່ານຢູ້ຟັງ ທີ່ກຳລັງຕິດຕາມ ພວກເຮົາຢູ່ ຕ້ອງການເຂົ້າຮ່ວມ ໃນຣາຍການ ກະຣຸນາສົ່ງເຣື່ອງ ຂອງທ່ານ ເຂົ້າໃນອິນບ໊ອກສ ຂອງ ອາຣ໌ ເອຟ ເອ (Messenger ຂອງ RFA Lao) ທີ່ສຳຄັນ ເອົາເບີ ໂທຣະສັບ ໃຫ້ພ້ອມ ພວກເຮົາ ຈະໂທສັມພາດ ເພື່ອນຳມາ ຣາຍງານ ໃນຣາຍການ ພວກເຮົາ.